Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ປ່າຢູ່ນິວຊີແລນ

ເກີດເຫດໄຟໄໝ້ປ່າຢູ່ນິວຊີແລນ

Published on

ສຳນັກຂ່າວເອເອຟຟີລາຍງານ ເມື່ອວັນທີ 16 ກຸມພາ 2017 ຜ່ານມາວ່າ  ສະຖານະການໄຟໄໝ້ປ່າ ຢູ່ນິວຊີແລນໄດ້ໄໝ້ລາມມາຮອດພື້ນທີ່ໝູ່ບ້ານ ເຮັດໃຫ້ຕ້ອງໄດ້ອົບພະຍົບປະຊາຊົນ 1,000 ກວ່າຄົນ ອອກຈາກບ້ານເຮືອນໃນເມືອງໄຄຣສ໌ເຊິຣ໌ 400 ກວ່າຫຼັງຄາເຮືອນ, ເຊິ່ງຢ່າງໜ້ອຍມີ 11 ກວ່າຫຼັງຄາ ທີ່ຖືກໄຟໄໝ້ເສຍຫາຍແລ້ວ, ຄວັນໄຟໄດ້ກະຈາຍທົ່ວເມືອງ ຄວບຄຸມພື້ນທີ່ປະມານ 18 ຕາລາງກິໂລແມັດ

ໄຟປ່າເລີ່ມໄໝ້ຢູ່ທີ່ພໍຣ໌ຮິລ ເປັນພື້ນທີ່ ທີ່ເຂົ້າໄປຮອດຍາກ ຢູ່ທາງພາກຕາເວັນອອກຂອງເມືອງ ເຈົ້າໜ້າທີ່ດັບເພີງ 130 ກວ່າຄົນ ລະດົມກຳລັງເຂົ້າລະງັບເຫດ ລວມເຖິງເຮີລິຄອບເຕີ 14 ລຳ, ເຄື່ອງບິນອີກ 3 ລຳ

ໃນຂະນະດຽວກັນຍັງມີປະຊາຊົນຈຳນວນໜຶ່ງທີ່ຍັງຫ່ວງເຮືອນຕົນເອງ ເຮັດໃຫ້ຕຳຫຼວດອອກມາເຕືອນວ່າ ໄຟອາດລຸກໄໝ້ຢ່າງວ່ອງໄວ ດັ່ງນັ້ນຈຶ່ງມີເວລາໜ້ອຍທີ່ຈະໜີໄດ້ທັນ

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...