ອາຫານທີ່ຊ່ວຍບຳລຸງຮ່າງກາຍ ແລະ ຊ່ວຍປັບອາລົມຂອງແມ່ຖືພາໃຫ້ດີຂຶ້ນ

ການປ່ຽນແປງຂອງແມ່ຖືພາ ນອກຈາກຈະມີອາການປວດຕ່າງໆຕາມຮ່າງກາຍແລ້ວ ຍັງມີການປ່ຽນແປງທາງດ້ານອາລົມ ສະນັ້ນ ມື້ນີ້ ໃນຄໍລຳ ແມ່ ແລະ ລູກ ແອັດມິນຈະມາແນະນຳ 7 ອາຫານທີ່ຊ່ວຍບຳລຸງຮ່າງກາຍ ແລະ ຊ່ວຍປັບອາລົມຂອງແມ່ຖືພາໃຫ້ດີຂຶ້ນ ເຊິ່ງຈະມີອາຫານຊະນິດໃດແນ່ນັ້ນເຮົາມາຮູ້ຈັກນຳກັນເລີຍ

ອາຫານທີ່ຊ່ວຍບຳລຸງຮ່າງກາຍ ແລະ ຊ່ວຍປັບອາລົມຂອງແມ່ຖືພາໃຫ້ດີຂຶ້ນ

  1. ກິນພືດຜັກເປັນປະຈຳ ຈະຊ່ວຍໃຫ້ທ່ານຫາຍດີຈາກອາການອິດເມື່ອຍໄດ້
  2. ກິນໝາກກ້ຽງເປັນຈຳ ເພາະວິຕາມິນຊີຈະຊ່ວຍໃຫ້ອາລົມດີ ແລະ ເຮັດໃຫ້ຮໍໂມນຢູ່ໃນລະດັບທີ່ສົມດູນກັນ ແຖມຍັງຊ່ວຍໃຫ້ຮ່າງການມີພູມຕ້ານທານທີ່ດີ
  3. ກິນຖົ່ວ ມື້ລະ 1 ກຳ ຈະຊ່ວຍໃຫ້ຮູ້ສຶກຜ່ອນຄາຍ
  4. ກິນໝາກອະໂວກາໂດ ½ ໜ່ວຍ ຫຼື ຈະກິນໝາກກ້ວຍນ້ຳມື້ລະໜ່ວຍແທນກໍ່ໄດ້
  5. ກິນໂອເມກ້າ 3 ອາທິດລະ 1 ຄັ້ງ ຈະຊ່ວຍຫຼຸດອັດຕາສ່ຽງການເກີດໂຣກຫົວໃຈ
  6. ກິນເຂົ້າກ້ອງ ຫຼື ແປ້ງມື້ລະໜ້ອຍ ຈະຊ່ວຍໃຫ້ຮູ້ສຶກຜ່ອນຄາຍໄດ້ດີ

 

ແຫລ່ງຂໍ້ມູນຈາກ: http://www.mamaexpert.com/posts/content-2220
ຕິດຕາມນານາສາລະ ກົດໄລຄ໌ເລີຍ!