spot_img
Homeໜັງໃໝ່ຊີຣີ້ເກົາຫຼີໃຕ້ Moon Lovers "ຂ້າມມິຕິລິຂິດສະຫວັນ" ຊີຣີ້ ຟອມຍັກຂອງເກົາຫຼີແຫ່ງປີ 2016

ຊີຣີ້ເກົາຫຼີໃຕ້ Moon Lovers “ຂ້າມມິຕິລິຂິດສະຫວັນ” ຊີຣີ້ ຟອມຍັກຂອງເກົາຫຼີແຫ່ງປີ 2016

Published on

ສຳລັບ ຄໍລຳ ໜັງໃໝ່ ມື້ນີ້ ແອັດມິນຈະມາຊວນແຟນເພສທີ່ມັກເບິ່ງຊີຣີ້ທາງຝັ່ງເກົາຫຼີໃຕ້ ເລື່ອງ Moon Lovers “ຂ້າມມິຕິລິຂິດສະຫວັນ” ສຳລັບຊີຣີ້ເລື່ອງນີ້ຖືວ່າໄດ້ຮັບຄວາມນິຍົມທີ່ສຸດໃນເກົາຫຼີໃຕ້ ແລະ ເປັນຊີຣີທີ່ສ້າງສະຖິຕິຂາຍລິຂະສິດທີ່ແພງທີ່ສຸດໃນເກົາຫຼີ ດ້ວຍລາຄາ 400,000 ໂດລາ ຕໍ່ຕອນ  ແລະ ສາມາດສ້າງປະກົດການໃໝ່ໃນວົງການຊີຣີ້ໃນປະເທດຈີນ ໂດຍສ້າງປະກົດການຍອດວິວສະເລ່ຍສູງເຖິງ 800 ລ້ານວິວຕໍ່ຕອນ Moon Lovers “ຂ້າມມິຕິລິຂິດສະຫວັນ” ຖືໄດ້ວ່າ ເປັນຊີຣີ້ ຟອມຍັກຂອງເກົາຫຼີແຫ່ງປີ 2016 ຈາກຊ່ອງ SBS ແລະ ປັດຈຸບັນທາງຊ່ອງໂທລະທັດເພື່ອນບ້ານຢ່າງຊອງ 13 ຫຼື ຊ່ອງ 3 FAMILY ໄດ້ຊື້ລິຂະສິດຊີ້ຣີ້ເລື່ອງນີ້ມາສາຍອອກອາກາດທຸກວັນຈັນ-ສຸກ ເວລາ:​ 19:30 – 20:15 ໂມງ ມີຈຳນວນທັງໝົດ 20 ຕອນ ເຊິ່ງປະຈຸບັນສາຍຮອດຕອນທີ 4 ແລ້ວ ທ່ານສາມາດໄປຊອກເບິ່ງຍ້ອນຫຼັງໄດ້ທາງ www.youtube.com ແລະ ມື້ນີ້ກໍ່ຈະເລີ່ມຕອນທີ 5 ຖ້າໃຜທີ່ຍັງບໍ່ທັນໄດ້ເບິ່ງກໍ່ລອງຕິດຕາມເບິ່ງ ແລ້ວທຸກຄົນຈະຮູ້ເອງວ່າເປັນຫຍັງຊີຣີ້ເລື່ອງນີ້ ຈິ່ງໄດ້ຮັບຄວາມນິຍົມຢ່າງຖະລົ່ມທະລາຍ ແອັດມິນເບິ່ງແຕ່ຕົ້ນຈົນຈົບແລ້ວ ບອກໄດ້ເລີຍວ່າ ສຸດຍອດ ສົມກັບຄວາມນິຍົມທີ່ໄດ້ຮັບ ຖ້າຢາກຮູ້ວ່າແອັດເວົ້າແທ້ບໍ່ ຕ້ອງເບິ່ງເທົ່ານັ້ນຈິ່ງຈະຮູ້

w2 (1)

 

ເລື່ອງຫຍໍ້ Moon Lovers “ຂ້າມມິຕິລິຂິດສະຫວັນ”

ຫຼັງຈາກໂກຮາຈິນ ສາວໄວອາຍຸ 25 ປີ ພົບກັບເລື່ອງຮ້າຍໆ ຈິ່ງໄດ້ໄປນັ່ງດື່ມເຫຼົ່າຢູ່ສວນສາທາ ແຕ່ບັງເອີນເຫັນເດັກນ້ອຍຕົກນ້ຳທີ່ສະນ້ຳໃນສວນ ນາງຈິ່ງໄດ້ໂດດລົງໄປຊ່ວຍ ຄວາມມະຫັດສະຈັນຂ້າມມິຕິກໍ່ເກີດຂຶ້ນ ເມື່ອໂກຮາຈິນຫຼຸດໄປຢູ່ບ່ອນອາບນ້ຳ ທ່າມກາງເຫຼົ່າບັນດາອົງຊາຍຮູບງາມ ໃນສະໃໝຣາຊະວົງໂຄລະຍໍ ແຕ່ບໍ່ໄດ້ຢູ່ໃນຮ່າງຂອງໂກຮາຈິນ ກັບຢູ່ໃນຮ່າງຂອງຍິງສາວທີ່ຊື່ວ່າ ແຮຊູ ເລື່ອງວຸ້ນວາຍກໍ່ເກີດຂຶ້ນຕາມມາ ເພາະໂກຮາຈິນໃນຮ່າງຂອງແຮຊູບໍ່ມີຄວາມຊົງຈຳຂອງແມ່ຍິງທີ່ຊື່ແຮຊູຫຼົງເຫຼືອຢູ່ເລີຍ ເຮັດໃຫ້ໂກຮາຈິນຕ້ອງຮຽນຮູ້ ແລະ ປັບຕົວເພື່ອຢູ່ໃນສະໃໝອະດີດໃຫ້ໄດ້

ແຮຊູ ໄດ້ພົບກັບອົງຊາຍວັງໂຊ ແລະ ເລີ່ມເກີດມີຄວາມຮູ້ສຶກດີໆກັບອົງຊາຍ ທ່າມກາງຄວາມຂັດແຍ້ງທາງການເມືອງ ການຍາດຊິງບັນລັງທີ່ເກີດຂຶ້ນໃນວັງຫຼວງ ທາງດ້ານວັງໂຊກໍ່ມີຄວາມຮູ້ສຶກດີໆກັບແຮຊູ ຫຼັງຈາກທີ່ອົງຊາຍວັງໂຊໄດ້ເປັນພະຣາຊາກໍ່ມີເຫດການໃຫ້ຕ້ອງພັດພາກຈາກແຮຊູ ໂດຍທີ່ບໍ່ຮູ້ວ່າແຮຊູໄດ້ໃຫ້ກຳເນີດລູກສາວໄວ້ 1 ຄົນ ຄວາມຮັກຂ້າມມິຕິທີ່ຖືກລິຂິດໂດຍສະຫວັນ ຈະຈົບລົງແນວໃດຕ້ອງຕິດຕາມ

https://youtu.be/d7e_QvrwpDo

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

 

ບົດຄວາມຫຼ້າສຸດ

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...