ທະຫານອີຣັກ ພົບຂຸມຝັງສົບຊາວບ້ານນັບ 100​ ຄົນ ຖືກຂ້າຕັດຄໍ ໃນພື້ນທີ່ຍຶດຄືນຈາກກຸ່ມໄອເອັສ

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພະຈິກນີ້ວ່າ ກອງກຳລັງຕຳຫລວດ ແລະ ທະຫານອີຣັກ ໄດ້ເປີດເຜີຍ ພົບເຫັນຂຸມຝັງສົບລວມໝູ່ ທີ່ມີຮ່າງຂອງຜູ້ເສຍຊີວິດ ປະມານ 100 ຄົນ ຊຶ່ງຖືກຕັດຄໍ ໃນເຂດພື້ນທີ່ຮານຳ ອັນ-ອາລິນ ຫ່າງຈາກຊານເມືອງທາງໃຕ້ຂອງເມືອງໂມຊູນ ປະມານ 14 ກິໂລແມັດ ພາຍຫລັງທີ່ສາມາດຂັບໄລ່ກຸ່ມລັດອິດສະລາມ ຫລື ກຸ່ມໄອເອັສ ອອກຈາກພື້ນທີ່ດັ່ງກ່າວນີ້ ໃນມື້ວັນຈັນທີ 7 ພະຈິກທີ່ຜ່ານມາ.

ທັງນີ້ ກຸ່ມໄອເອັສ ໄດ້ບຸກຍຶດພື້ນທີ່ກວ້າງຂວາງ ຢູ່ພາກເໜືອ ແລະ ພາກຕາເວັນຕົກຂອງ ນະຄອນຫລວງແບກແດດ ໃນປີ 2014 ພ້ອມທັງໄດ້ປະກາດສະຖາປະນາ ການປົກຄອງແບບລັດອິດສະລາມ ໃນພື້ນທີ່ທີ່ພວກເຂົາຍຶດຄອງຢູ່ ທັງໃນດິນແດນອີຣັກ ແລະ ຊີຣີ ຊຶ່ງການປົກຄອງຂອງກຸ່ມດັ່ງກ່າວ ແມ່ນອີງໃສ່ກົດໝາຍທີ່ກຳນົດຂຶ້ນ ທີ່ມີການລົງໂທດຢ່າງຮຸນແຮງ ດ້ວຍການຕັດຄໍ, ສັງຫານໝູ່ ແລະ ວິທີການອື່ນໆ, ຈາກການບຸກໂຈມຕີຂອງກອງກຳລັງລັດຖະບານອີຣັກ ເພື່ອປົດປ່ອຍພື້ນທີ່ຕ່າງໆຄືຶນຈາກກຸ່ມໄອເອັສ ກໍມັກຈະພົບເຫັນຂຸມຝັງສົບໝູ່ ແລະ ສະຖານທີ່ສັງຫານໝູ່ ຢູ່ຕາມບ້ານ ແລະ ເມືອງແຫ່ງຕ່າງໆ ຢ່າງເປັນປະຈຳ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!