Homeຂ່າວທ້ອງຖິ່ນພະແນກສາທາລະນະສຸກ ນ.ວ ເລັ່ງປ້ອງກັນຄວາມປອດໄພດ້ານສຸຂະພາບ ໃນງານບຸນທາດຫລວງປີນີ້

ພະແນກສາທາລະນະສຸກ ນ.ວ ເລັ່ງປ້ອງກັນຄວາມປອດໄພດ້ານສຸຂະພາບ ໃນງານບຸນທາດຫລວງປີນີ້

Published on

ຫົວໜ້າຂະແໜງລະບາດວິທະຍາ ພະແນກສາທາລະນະສຸກ ນະຄອນ ຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ກໍດັ່ງທຸກໆປີຜ່ານມາພໍໃກ້ຈະຮອດງານບຸນປະເພນີສຳຄັນຕ່າງໆ, ໂດຍສະເພາະແມ່ນບຸນພະທາດຫຼວງ ຊຶ່ງເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ, ຊຶ່ງຈະຈັດຂື້ນໃນກາງເດືອນພະຈິກນີ້ ແລະ ເພື່ອຮັບປະກັນໃຫ້ງານບຸນໃຫຍ່ດັ່ງກ່າວ ໄດ້ດຳເນີນໄປຢ່າງເບີກບານມ່ວນຊື່ນ ແລະ ປອດໄພນັ້ນ, ໜຶ່ງໃນບັນຫາທີ່ຈະຕ້ອງໄດ້ເອົາໃຈໃສ່ ຄືຄວາມປອດໄພທາງດ້ານສຸຂະນາໄມ ຊຶ່ງທາງພະແນກສາທານະຄອນຫຼວງວຽງຈັນ ຈະໄດ້ເລັ່ງໃສ່ປ້ອງກັນພະຍາດຕິດແປດຕ່າງໆທີ່ອາດຈະເກີດຂຶ້ນ, ໂດຍໄດ້ຈັດຕັ້ງໜ່ວຍບໍລິການດ້ານສຸຂະພາບມວນຊົນ ຜູ້ມາທ່ຽວຊົມງານບຸນ ແລະ ຊາວຄ້າຂາຍ, ຊຶ່ງປັດຈຸບັນຂະແໜງການກ່ຽວຂ້ອງ ກໍໄດ້ໂຄສະນາໃຫ້ມວນຊົນ ເອົາໃຈໃສ່ປະຕິບັດຫຼັກການອະນາໄມ 3 ສະອາດດີຂຶ້ນ ແລະ ເຮັດໜ້າທີ່ກວດກາສິນຄ້າເຄື່ຶອງອຸປະໂພກຕ່າງໆ ທີ່ນຳເຂົ້າມາຈຳໜ່າຍໃນງານບຸນ ໃຫ້ມີຄວາມປອດໄພ, ໂດຍສະເພາະແມ່ນອາຫານ, ເຄື່ອງດື່ມ ແລະ ໝາກໄມ້ປະເພດຕ່າງໆ, ເນື່ອງຈາກວ່າໃນງານບຸນປີຜ່ານມາເຫັນວ່າ ຍັງມີການຈຳໜ່າຍອາຫານການກິນຈຳນວນໜຶ່ງ ທີ່ບໍ່ຖືກຕາມຫຼັກອະນາໄມເຊັ່ນ: ການວາງຂາຍອາຫານ ຕ້ອງສູງຈາກໜ້າດິນຢ່າງໜ້ອຍ 60 ຊັງຕີແມັດເພື່ອຫຼີກເວັ້ນສະພາບຂີ້ຝຸ່ນ, ຫ້າມນຳເອົາເຈ້ຍທີ່ໃຊ້ງານແລ້ວມາຫໍ່ອາຫານ ແລະ ການນຳໃຊ້ສານກັນບູດໃນອາຫານ, ບາງຮ້ານຍັງນຳເອົາສິນຄ້າລອກຮຽນແບບ, ສິນຄ້າໝົດອາຍຸການໃຊ້ງານເສຍຄຸນ ມາຈຳໜ່າຍໃນງານບຸນກໍມີ ໂດຍສະເພາະແມ່ນອາຫານ ແລະ ເຄື່ອງດື່ມບາງຊະນິດ, ດັ່ງນັ້ນຈຶ່ງເຕືອນມາຍັງມວນຊົນ ແລະ ຜູ້ບໍລິໂພກທັງຫຼາຍ ຈົ່ງມີສະຕິລະວັງຕົວໃນການເລືອກຊື້, ເລືອກບໍລິໂພກອາຫານ ແລະ ເຄື່ອງດຶ່ມຕ່າງໆ ເພື່ອຄວາມປອດໄພດ້ານສຸຂະພາບ, ສຳລັບຊາວຄ້າ-ຂາຍເອງ ກໍໃຫ້ປະຕິບັດຕາມລະບຽບ ແລະ ຫຼັກການອະນາໄມຢ່າງເຂັ້ມງວດ, ຖ້າໜ່ວຍງານກ່ຽວຂ້ອງກວດພົບເຫັນ ການລະເມີດດັ່ງກ່າວຈະຖືກດຳເນີນມາດຕະການຕາມລະບຽບ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...