spot_img
Homeຂ່າວພາຍ​ໃນສະຫຼຸບ ການຊື້-ຂາຍຮຸ້ນ ວັນທີ 7 ພະຈິກ 2016

ສະຫຼຸບ ການຊື້-ຂາຍຮຸ້ນ ວັນທີ 7 ພະຈິກ 2016

Published on

ຕະຫຼາດຫຼັກຊັບ ມີການຊື້-ຂາຍແບບປະສົມປະສານ ໃນມື້ທຳອິດຂອງອາທິດ, ດັດຊະນີເພີ່ມຂຶ້ນທີ່ 8.85 ຈຸດ ປິດທີ່ 999.79 ຈຸດ ຈາກການຈັບຄູ່ຂອງທັງສອງຮຸ້ນຫຼັກຄື ຮຸ້ນ EDL-Gen ແລະຮຸ້ນ BCEL ມູນຄ່າຕະຫຼາດຢູ່ທີ່ 90,885,000 ກີບ.

ຮຸ້ນ  EDL-Gen ເພີ່ມຂຶ້ນ 50 ກີບ ໃນປະລິມານການຊື້-ຂາຍ ຈຳນວນ 17,900 ຮຸ້ນ ທີ່ມີການຈັບຄູ່, ເຊິ່ງໃນຕອນທ້າຍຂອງຮອບການຊື້-ຂາຍ ປິດຕົວທີ່ 4,900 ກີບ. ການເພີ່ມຂຶ້ນຂອງຮຸ້ນ EDL-Gen ໄດ້ຮັບການຊົດເຊີຍໂດຍການເພີ່ມຂຶ້ນ 50 ກີບ ຂອງລາຄາຮຸ້ນ BCEL ເຊິ່ງມີພຽງແຕ່ 800 ຮຸ້ນ ທີ່ມີການປ່ຽນມືທີ່ລາຄາ 5,200 ກີບ, ໃນເວລາດຽວກັນ ຮຸ້ນ LWPC, ຮຸ້ນ PTL ແລະຮຸ້ນ SVN ປິດບໍ່ປ່ຽນແປງ ໂດຍບໍ່ມີການຊື້ຂາຍຢູ່ທີລາຄາ 6,100 ກີບ, 2,500 ກີບ ແລະ 3,000 ກີບຕາມລຳດັບ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...