5 ປີ​ຕໍ່​ໝ້າ ລາວ​ຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ໃຫ້​ໄດ້ 6 ລ້ານ​ຄົນ

0
1808

ໃນ​ແຜນ­ການ​ອີກ 5 ປີ​ຕໍ່­ໜ້າ ສປປ ລາວ ຄາດ​ຄະ­ເນ​ວ່າ​ຈະ​ສູ້​ຊົນ​ດຶງ ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ທຸກ​ມຸມ​ໂລກ ເຂົ້າ​ມາ​ຢ້ຽມ­ຢາມ​ໃຫ້​ໄດ້ 6 ລ້ານ​ຄົນ, ສ້າງ​ແຜນ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ໃຫ້ ໄດ້ 25 ແຫ່ງ, ດ້ານ​ຜູ້​ຊີ້​ນຳ​ວຽກ​ນີ້​ໄດ້ ເນັ້ນ​ໃຫ້ເອົາ­ໃຈ­ໃສ່ 3 ບາດ­ກ້າວ​ສຳ­ຄັນ ເພື່ອ​ພັດ­ທະ­ນາ​ພັດ­ທະ­ນາ​ວຽກ​ງານ​ທ່ອງ ທ່ຽວ​ໃຫ້​ກ້າວ​ສູ່​ຄຸນ​ນະ​ພາບ​ໃໝ່, ທັນ​ສະ ໄໝ, ສີ­ວິ­ໄລ ແລະ​ຍືນ​ຍົງ.

ວັນ​ທີ 12 ກໍ­ລະ­ກົດ 2016 ທີ່​ຫໍ​ວັດນະ​ທະ​ທຳ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ມີກອງ​ປະ­ຊຸມ​ວິ­ຊາ​ການ​ຂະ­ແໜງ­ການ​ທ່ອງ
ທ່ຽວ​ທົ່ວ​ປະ­ເທດ​ຄັ້ງ​ທີ 1 ໂດຍ​ການ​ເປັນ ປະ­ທານ​ຂອງ​ທ່ານ ອຸ່ນ​ທວງ ຂາວ​ພັນ ຄະ­ນະ​ປະ­ຈຳ​ພັກ​ກະ­ຊວງ ຜູ້​ຊີ້​ນຳ​ວຽກ ງານ​ທ່ອງ​ທ່ຽວ ມີ​ບັນ­ດາ​ຫົວ­ໜ້າ, ຮອງຫົວ­ໜ້າ​ພະ​ແນກ​ທ່ອງ​ທ່ຽວ​ໃນ​ບັນ­ດາ ແຂວງ​ທົ່ວ​ປະ­ເທດ ພ້ອມ​ດ້ວຍ​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ອຸ່ນ​ທວງ ຂາວ​ພັນ ໄດ້​ເນັ້ນ​ໃຫ້​ຂະ­ແໜງ​ການ­ທ່ອງ­ທ່ຽວ​ເອົາ­ໃຈ­ໃສ່​ຄື: 1 ພັດ­ທະ­ນາ​ຂະ­ແໜງ​ອຸດ­ສາ­ຫະ­ກຳ​ທ່ອງ
ທ່ຽວ​ທີ່​ມີ​ເອ­ກະ­ລັກ​ສະ­ເພາະ​ຂອງ​ລາວ ຕາມ​ທິດ​ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ທຳ​ມະ ຊາດ, ວັດ­ທະ­ນະ­ທຳ ແລະ​ປະ­ຫວັດ­ສາດ, ເຮັດ​ໃຫ້ ສປປ ລາວ ກາຍ­ເປັນ​ຈຸດ­ໝາຍປາຍ­ທາງ​ການ­ທ່ອງ­ທ່ຽວ​ຂອງ​ນັກ​ທ່ອງ ທ່ຽວ​ໃນ​ທົ່ວ​ໂລກ, ເປັນ​ສ່ວນ​ປະ­ກອບ ສຳ­ຄັນ​ຂອງ​ການ­ທ່ອງ­ທ່ຽວ​ອາ​ຊຽນ ແລະ ໂລກ, ສົ່ງ­ເສີມ​ການ­ທ່ອງ­ທ່ຽວ​ໃຫ້​ກາຍເປັນ​ຂະ­ແໜງ​ເສດ­ຖະ­ກິດ​ສຳ­ຄັນ ໜຶ່ງ​ຂອງຊາດ, 2 ການ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ ໃນ​ແຕ່​ລະ​ແຂວງ ເຫັນ​ຄວນ​ໄດ້​ກຳ­ນົດ​ຜະ ລິດ​ຕະ​ພັນ​ທີ່​ໂດດ​ເດັ່ນ​ຂອງ​ຕົນ ແລະ​ສ້າງຜະ­ລິດ​ຕະ​ພັນ​ການ­ທ່ອງ­ທ່ຽວ​ໃຫ້​ເຊື່ອມ ໂຍງ​ກັບ​ບັນ­ດາ​ທ້ອງ­ຖິ່ນ ແລະ​ກ້າວ​ໄປເຖິງ​ເຊື່ອມ​ໂຍງ​ກັບ​ບັນ­ດາ​ປະ­ເທດ​ໃກ້​ຄຽງ ແລະ​ພາກ​ພື້ນ, 3 ສຳ­ລັບ​ພາກ​ທຸ­ລະ​ກິດທ່ອງ​ທ່ຽວ, ໂຮງ­ແຮມ, ຮ້ານ​ອາ­ຫານ ແລະ​ທຸ­ລະ​ກິດ​ທີ່​ກ່ຽວ­ຂ້ອງ​ກໍ​ເຫັນ​ຄວນ​ເພີ່ມທະ­ວີ​ການ​ມີ​ສ່ວນ​ຮ່ວມ ເພື່ອ​ພັດ­ທະ­ນາ ຄຸນ​ນະ​ພາບ​ການ​ບໍ­ລິ­ການ​ໃຫ້​ດີ​ຂຶ້ນ ແລະ
ສ້າງ​ຕະ­ຫຼາດ​ທ່ອງ​ທ່ຽວ​ໃຫ່​ເຂັ້ມ­ແຂງ, ຍືນ​ຍົງ ແລະ​ມີ​ສ່ວນ​ຮ່ວມ​ຂອງ​ທຸກ​ພາກສ່ວນ.

ໂອ­ກາດ​ດຽວ​ກັນ ທ່ານ ສູນ ມະ­ນີ​ວົງ ຫົວ­ໜ້າ​ກົມ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ ໄດ້​ລາຍ​ງານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ ງານ​ທ່ອງ​ທ່ຽວ​ໃນ​ໄລ­ຍະ 5 ປີ (2011Œ-2015) ແລະ​ທິດ​ທາງ​ແຜນ­ການ 5 ປີ (2016-Œ2020) ຊຶ່ງ​ໃນ​ໄລ­ຍະ 5 ປີ­ຜ່ານ­ມາ​ໄດ້​ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ ສປປ ລາວ ເພີ່ມ​ຂຶ້ນ​ທຸກໆ​ປີ ແຕ່​ປີ 2011 ມີ​ຈຳ­ນວນ​ນັກ​ທ່ອງ​ທ່ຽວ 2,7 ລ້ານ​ກວ່າ​ຄົນ, ມາ​ຮອດ​ປີ 2015 ມີຈຳ­ນວນ 4,6 ລ້ານ​ກວ່າ​ຄົນ, ເພີ່ມ​ຂຶ້ນ 13% ທຽບ​ໃສ​ປີ 2014 ສາ­ມາດ​ສ້າງ
ລາຍ​ຮັບ​ໄດ້ 725 ລ້ານ​ກວ່າ​ໂດ​ລາ​ສະ ຫະ​ລັດ, ສາ­ມາດ​ປະ­ກອບ­ສ່ວນ​ເຂົ້າ​ໃນ GDP ປະ­ມານ 7,5% ແລະ​ຄາດ​ຄະ­ເນ ຮອດ​ປີ 2020 ຈະ​ສ້າງ​ລາຍ​ຮັບ​ສະ­ເລ່ຍ 550Œ760 ລ້ານ​ໂດ​ລາ​ສະ­ຫະ­ລັດ.

ສຳ­ລັບ ຕະ­ຫຼາດ​ທ່ອງ​ທ່ຽວ​ທີ່​ສຳ­ຄັນ ແມ່ນ​ຈາກ​ຂົງ­ເຂດ​ອາ­ຊີŒປາ​ຊີ​ຟິກ ໂດຍ​ສະ ເພາະ​ແມ່ນ​ຈາກ​ກຸ່ມ​ປະ­ເທດ​ອາ​ຊຽນ​ຄື: ໄທ ແລະ​ຫວຽດ­ນາມ, ຂົງ­ເຂດ​ອາ­ຊີŒປາ ຊີ​ຟິກ​ຄື: ຈີນ, ຍີ່­ປຸ່ນ, ສ.ເກົາ­ຫຼີ ແລະ​ອົດສະ​ຕຣາ​ລີ, ນອກ­ຈາກ​ນັ້ນ​ຍັງ​ມີ​ນັກ​ທ່ອງ ທ່ຽວ​ທີ່​ມີ​ລາຍ​ຮັບ​ສູງ​ຈາກ​ເອີ​ຣົບ ແລະ ອາ­ເມ­ລິ­ກາ​ເຊັ່ນ: ຝຣັ່ງ, ອັງ­ກິດ, ເຢຍ​ລະ ມັນ ແລະ​ອາ­ເມ­ລິ­ກາ.

ສ່ວນ​ທິດ​ທາງ​ແຜນ­ການ​ໄລ­ຍະ 5 ປີ ຕໍ່­ໜ້າແມ່ນ​ຈະ​ສູ້​ຊົນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວເຂົ້າ​ມາ​ຢ້ຽມ​ຊົມ​ໃຫ້​ໄດ້ 6 ລ້ານ​ຄົນ,
ສ້າງ​ແຜນ​ພັດ­ທະ­ນາ​ການ­ທ່ອງ­ທ່ຽວ​ໃຫ້ໄດ້ 25 ແຫ່ງ, ສຳ​ຫຼວດ ແລະ​ຈັດ​ສັນ ແຫຼ່ງ​ທ່ອງ​ທ່ຽວ​ໃຫ້​ໄດ້ 40 ແຫ່ງ, ສ້າງ​ພະ­ນັກ­ງານ​ທີ່​ເຮັດ​ວຽກ​ໃນ​ຂະ­ແໜງ​ການ­ທ່ອງ­ທ່ຽວ​ໃຫ້​ໄດ້​ຮັບ​ການ​ຍົກ​ລະ­ດັບ​ທາງດ້ານ​ວິ­ຊາ​ການ​ຢ່າງ​ໜ້ອຍ 4 ພັນ​ຄົນ, ຂະຫຍາຍ​ຜູ້­ຕາງ­ໜ້າ ຫຼື ຕົວ​ແທນ​ການ​ທ່ອງ ທ່ຽວ​ຢູ່​ຕ່າງ­ປະ­ເທດ​ທີ່​ເປັນ​ຕະ­ຫຼາດ​ຕົ້ນ­ຕໍຂອງ ສປປ ລາວ​ໃຫ້​ໄດ້ 5 ປະ­ເທດ, ສູ້ ຊົນ​ຈັດ​ປີ​ທ່ອງ​ທ່ຽວ​ລາວ​ຄັ້ງ​ທີ 3 ໃນ​ປີ 2018 ໃຫ້​ປາ­ກົດ​ຜົນ​ເປັນ​ຈິງ.

ທີ່ມາ: ເສດຖະກິດ-ສັງຄົມ