Homeຂ່າວຕ່າງປະເທດການສົ່ງອອກເຂົ້າຂອງຫວຽດນາມຫລຸດລົງ ຄາດຍອດສົ່ງອອກປີນີ້ ຕຳສຸດໃນຮອບ 8 ປີ!

ການສົ່ງອອກເຂົ້າຂອງຫວຽດນາມຫລຸດລົງ ຄາດຍອດສົ່ງອອກປີນີ້ ຕຳສຸດໃນຮອບ 8 ປີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ກໍລະກົດຜ່ານມານີ້ວ່າ ຍອດການສົ່ງອອກເຂົ້າຂອງຫວຽດນາມປີນີ້ ມີທ່າອ່ຽງຫລຸດລົງຕ່ຳສຸດໃນຮອບ 8 ປີ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ຕາມການເປີດເຜີຍຂອງ ສະມາຄົມອາຫານຫວຽດນາມ ເມື່ອຍອດການສົ່ງອອກ ໄດ້ຫລຸດລົງຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເດືອນມີນາ ແລະ ສະເພາະໃນເດືອນມິຖຸນາຜ່ານມານີ້ ແມ່ນມີຍອດສົ່ງອອກໄດ້ພຽງ 380,000 ໂຕນເທົ່ານັ້ນ.

ໃນໄລຍະ 6 ເດືອນຕົ້ນປີ 2016 ນີ້ ຫວຽດນາມໄດ້ສົ່ງອອກເຂົ້າໄປແລ້ວທັງໝົດ 2.65 ລ້ານໂຕນ ຫລຸດລົງ 2% ເມື່ອທຽບກັບປີຜ່ານມາ ແລະ ຄາດວ່າອີກ 6 ເດືອນທ້າຍປີນີ້ ຍອດການສົ່ງອອກຈະຢູ່ປະມານ 3 ລ້ານໂຕນ ຊຶ່ງໝາຍຄວາມວ່າ ລວມຍອດການສົ່ງອອກເຂົ້າໝົດປີ 2016 ນີ້ ຈະຢູ່ປະມານ 5.65 ລ້ານໂຕນ ຕ່ຳສຸດໃນຮອບ 8 ປີ ແລະ ເປັນຄັ້ງທຳອິດ ທີ່ຍອດການສົ່ງອອກເຂົ້າຂອງປະເທດ ຕ່ຳກວ່າ 6 ລ້ານໂຕນ.

ສະມາຄົມອາຫານຫວຽດນາມລະບຸວ່າ ການຂາດແຄນຄຳສັ່ງຊື້ໃໝ່ ແລະ ການແຂ່ງຂັນກັນຢ່າງດຸເດືອດ ຈາກບັນດາປະເທດຜູ້ສົ່ງອອກເຂົ້າລາຍໃຫຍ່ຂອງອາຊີ ໄດ້ສົ່ງຜົນກະທົບຢ່າງໜັກ ຕໍ່ກັບການສົ່ງອອກເຂົ້າຂອງຫວຽດນາມ ໃນໄລຍະໄຕມາດມີ 2 ຂອງປີນີ້.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...