ໄຊຍະ ມີຍອດຈຳໜ່າຍເຄື່ອງອຸດສາຫະກຳ-ຫັດຖະກຳກວ່າ 160 ຕື້ກີບ

0
1604

ໄຊ​ຍະ​ບູ​ລີ​ເປັນ​ແຂວງ​ໜຶ່ງ​ທີ່​ຕັ້ງ​ຢູ່ຝັ່ງ​ຂວາ​ຂອງ​ແມ່­ນ້ຳ​ຂອງ ໂດຍ​ມີ​ດິນ​ຕໍ່ແຜ່ນ​ກັບ​ປະ­ເທດ​ໄທ​ມີ​ດ່ານ​ສາ­ກົນ 3 ແຫ່ງ ແລະ​ດ່ານ​ທ້ອງ­ຖິ່ນ​ອີກ​ຫຼາຍ​ແຫ່ງອັນ​ເປັນເງື່ອນ­ໄຂ​ໃນ​ການ​ລົງ­ທຶນ ແລະ​ການ​ຄົມມະ​ນາ​ຄົມ​ແລກ­ປ່ຽນ​ຊື້-ຂາຍ​ສະ­ດວກ​ຂຶ້ນ.

ຕາມ​ການ​ລາຍ​ງານ​ຂອງ​ພະ​ແນກອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງ​ໄຊ​ຍະບູ​ລີ​ໃຫ້​ຮູ້​ວ່າ​ໃນ 9 ເດືອນ​ຜ່ານ​ມາ​ທົ່ວແຂວງ​ໄດ້​ອອກ​ໃບ​ອະ­ນຸ­ຍາດ​ສ້າງ­ຕັ້ງ ແລະ​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ອຸດ­ສາ­ຫະ­ກຳ ແລະ​ຫັດ­ຖະ­ກຳ​ທັງ​ໝົດ 39 ແຫ່ງ ໃນ​ນີ້ ສ້າງ­ຕັ້ງ​ໃໝ່ 5 ແຫ່ງ ສາ­ມາດ​ເຮັດ​ໃຫ້​ມູນຄ່າ​ການ​ຜະ­ລິດ​ດ້ານ​ອຸດ­ສາ­ຫະ­ກຳ ແລະຫັດ­ຖະ­ກຳ​ບັນ­ລຸ​ໄດ້ 139,57 ຕື້​ກີບ ທຽບໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ​ເພີ່ມຂຶ້ນ 3.16% ແລະ​ຍອດ​ມູນ​ຄ່າ​ການ​ຈຳໜ່າຍ​ຜະ­ລິດ​ຕະ​ພັນ​ອຸດ­ສາ­ຫະ­ກຳ ແລະຫັດ­ຖະ­ກຳ​ບັນ­ລຸ 163,10 ຕື້​ກີບ​ທຽບ­ໃສ່ ໄລ­ຍະ​ດຽວ​ກັບ​ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 3,33%.

ປະ­ຈຸ​ບັນ​ທົ່ວ​ແຂວງ​ມີ​ຫົວ­ໜ່ວຍ​ທຸ­ລະກິດທັງ​ໝົດ 8.219 ຫົວ­ໜ່ວຍ, ມີ​ທຶນ​ທັງໝົດ 5.111,19 ຕື້​ກວ່າ​ກີບ​ກວ່າ​ກີບ, ສະເພາະ​ໃນ 9 ເດືອນ​ໄດ້​ຂຶ້ນ​ທະ­ບຽນ​ວິ​ສາຫະ​ກິດ​ໃໝ່​ໄດ້ 400 ທະ­ບຽນ​ມີ​ທຶນ​ຈົດທະ­ບຽນ 146,16 ຕື້​ກວ່າ​ກີບ ໃນ​ນີ້​ຂະແໜງ​ອຸດສາ­ຫະ­ກຳ​ມີ 40 ທະ­ບຽນ, ມີ​ທຶນ 20, 2 ຕື້​ກວ່າ​ກີບ, ຂະ­ແໜງ­ການ​ຄ້າ​ມີ 230 ທະ­ບຽນ​ມີ​ທຶນ 45,9 ຕື້​ກວ່າ​ກີບ, ຂະ­ແໜງ​ບໍ­ລິ­ຫານ​ມີ 120 ທະ­ບຽນມີ​ທຶນ 39,9 ຕື້​ກວ່າ​ກີບ, ຂະ­ແໜງ​ກະ­ສິ­ກຳ​ມີ 10 ທະ­ບຽນ​ມີ​ທຶນ 40 ຕື້​ກວ່າ​ກີບ.

ຄຽງ​ຄູ່​ກັນ​ນີ້ ຍັງ​ໄດ້​ສົ່ງ​ອອກ​ສິນ­ຄ້າໄປ​ຕ່າງ­ປະ­ເທດ​ດ້ວຍ​ມູນ​ຄ່າ​ທັງ​ໝົດ 28,8 ລ້ານ​ກວ່າ​ກີບທຽບ­ໃສ່​ແຜນ­ການ ປີ​ປະ­ຕິ­ບັດ​ໄດ້ 46,40% ໃນ​ນີ້​ມີ​ຜະ­ລິດຕະ​ພັນ​ກະ­ສິ­ກຳ​ສັດ­ລ້ຽງ, ເຄື່ອງ​ປ່າ​ຂອງດົງ, ຖ່ານ​ດັງ­ໄຟ, ຫີນ​ຂົບ ແລະ​ຊາຍ​ນ້ຳຂອງ​ໄປ​ໄທສຳ­ລັບ​ການ​ນຳ​ເຂົ້າ​ສິນ­ຄ້າຕ່າງ­ປະ­ເທດ​ມີ​ມູນ​ຄ່າ 15,3 ລ້ານ​ກວ່າໂດ​ລາ ທຽບ­ໃສ່​ແຜນ­ການ​ປະ­ຕິ­ບັດ​ໄດ້ 73,38% ສ່ວນ​ໃຫຍ່​ໝວດ​ສະ­ບຽງ​ອາຫານ ແລະ​ເຄື່ອງ​ດຶ່ມ, ເຄື່ອງ­ໃຊ້​ສອຍ​ປະຈຳ​ວັນ, ອຸ­ປະ­ກອນ​ເຄື່ອງ​ກໍ່­ສ້າງ, ເຄື່ອງໄຟ­ຟ້າ, ພາ­ຫະ­ນະ ແລະ​ອາ​ໄຫຼ່, ແນວ​ເປັນອຸ­ປະກອນ​ຮັບ​ໃຊ້​ການ​ຜະ­ລິດ, ນ້ຳ­ມັນເຊື້ອ​ໄຟ, ອົກ​ຊີ​ແຊນ​ສຳ­ເລັດ​ຮູບ ແລະເຄື່ອງ­ຮັບ​ໃຊ້​ນ້ຳ​ປະ­ປາ.

ແຂວງ​ໄຊ​ຍະ​ບູ​ລີ ຍັງ​ຕັ້ງ​ເປົ້າ​ພາຍ​ໃນ 3 ເດືອນ​ທ້າຍ​ປີ​ຈະ​ສູ້​ຊົນ​ປະ­ຕິ­ບັດ​ການ​ສົ່ງ​ອອກ​ສິນ­ຄ້າ​ໃຫ້​ໄດ້ 33 ລ້ານ 448.902 ໂດ​ລາ ແລະ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ສິນ­ຄ້າ​ໃຫ້​ຢູ່​ໃນ​ລະ­ດັບ 5,5 ລ້ານ​ກວ່າ​ໂດ​ລາ.

ທີ່ມາ: ເສດຖະກິດ-ສັງຄົມ