spot_img
Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຣູມານີ ເດີນທາງຢ້ຽມຢາມຫວຽດນາມ ຮັດແໜ້ນການຮ່ວມມືຫລາຍດ້ານ

ນາຍົກລັດຖະມົນຕີຣູມານີ ເດີນທາງຢ້ຽມຢາມຫວຽດນາມ ຮັດແໜ້ນການຮ່ວມມືຫລາຍດ້ານ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກໍລະກົດນີ້ວ່າ ທ່ານ ດາຊຽນ ຊິໂອລອສ ​ນາຍົກລັດຖະມົນຕີຣູມາ​ນີ ໄດ້ເດີນທາງ​ຢ້ຽມຢາມຫວຽດນາມ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ ທ່ານ​ ຫງວຽນຊວນ​ຟຸກ ນາຍົກລັດຖະມົນຕີຫວຽດນາມ ຊຶ່ງການຢ້ຽມຢາມຄັ້ງນີ້ ແມ່ນ​ເພື່ອ​ແນ​​ໃສ່​ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ​ ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ-ຣູມາ​ນີ, ທັງເປັນການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ ໃນຂົງເຂດການຄ້າ, ການ​ລົງທຶນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ, ວິທະຍາສາດ-ເຕັກ​ໂນ​ໂລ​ຊີ, ນ້ຳມັນ​ເຊື້ອໄຟ, ພະລັງງານ, ​ເຕັກ​ໂນ​ໂລ​ຊີປ້ອງ​ກັນປະເທດ, ​ການຮ່ວມມືດ້ານແຮງ​ງານ, ການຮ່ວມ​ມືຂອງທ້ອງ​ຖິ່ນ ​ແລະ ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...