ຫວຽດນາມຕັດສິນປະຫານຊີວິດ ຍິງອົດສະຕຣາລີ ລັກລອບຂົນເຮໂລອີນ ໜັກ 2.8 ກິໂລ!

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 1 ກໍລະກົດຜ່ານມານີ້ວ່າ ສານນະຄອນໂຮ່ຈິມິນ ທາງພາກໃຕ້ຂອງຫວຽດນາມ ໄດ້ຕັດສິນປະຫວານຊີວິດດ້ວຍການສີດຢາພິດ ນາງ ຫງວຽນຖິເຮືອງ ອາຍຸ 73 ປີ ສັນຊາດອົດສະຕຣາລີ ເຊື້ອສາຍຫວຽດນາມ ໃນຂໍ້ຫາລັກລອບຂົນເຮໂລອິນ ທີ່ຖືກເຈົ້າໜ້າທີ່ຫວຽດນາມຈັບກຸມ ພ້ອມກັບຂອງກາງເຮໂລອິນ ຍັດໄວ້ໃນສະບູ 36 ກ້ອນ ນ້ຳໜັກລວມ 2.8 ກິໂລກຣາມ ໃນຂະນະທີ່ກຳລັງຈະຂຶ້ນເຮືອບິນ ເດີນທາງກັບຄືນອົດສະຕຣາລີ ເມື່ອເດືອນທັນວາ 2014 ຜ່ານມາ.

ດ້ານກະຊວງການຕ່າງປະເທດອົດສະຕຣາລີ ໄດ້ອອກມາກ່າວວ່າ ຈະໃຫ້ຄວາມຊ່ວຍເຫລືອດ້ານກົງສຸນ ແລະ ການສະໜັບສະໜູນ ໃຫ້ແກ່ພົນລະເມືອງຂອງຕົນ ແລະ ຄອບຄົວ ພ້ອມທັງຄັດຄ້ານການຕັດສິນ ດ້ວຍໂທດປະຫານຊີວິດ.

ທັງນີ້ ອີງຕາມກົດໝາຍຂອງຫວຽດນາມ ຜູ້ທີ່ມີໄວ້ໃນຄອບຄອງ ຫລື ຄ້າຂາຍເຮໂຣອີນ ນ້ຳໜັກແຕ່ 100 ກຣາມຂຶ້ນໄປ ຈະຖືກໂທດປະຫານຊີວິດ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!