Homeຂ່າວຕ່າງປະເທດຜູ້ປະທ້ວງຫລາຍໝື່ນຄົນ ເດີນຂະບວນຢູ່ລອນດອນ ຄັດຄ້ານການອອກຈາກອີຢູ!

ຜູ້ປະທ້ວງຫລາຍໝື່ນຄົນ ເດີນຂະບວນຢູ່ລອນດອນ ຄັດຄ້ານການອອກຈາກອີຢູ!

Published on

ສຳນັກຂ່າວບີບີຊີຂອງອັງກິດ ລາຍງານໃນວັນທີ 3 ກໍລະກົດຜ່ານມານນີ້ວ່າ ໃນວັນເສົາທີ 2 ກໍລະກົດ 2016 ໄດ້ມີປະຊາຊົນຜູ້ຄັດຄ້ານ ຈຳນວນຫລາຍໝື່ນຄົນ ອອກມາເດີນຂະບວນປະທ້ວງໃຫຍ່ ເປັນຄັ້ງທີ 2 ພາຍໃນເວລາບໍ່ເຖິງອາທິດ ເພື່ອຄັດຄ້ານລັດຖະບານ ພາຍໃຕ້ການນຳຂອງ ທ່ານ ເດວິດ ຄາເມຣອນ ນາຍົກລັດຖະມົນຕີ ແຫ່ງ ສະຫະຣາຊະອານາຈັກ ພາຍຫລັງທີ່ລັດຖະບານຊຸດນີ້ ໄດ້ຈັດໃຫ້ລົງປະຊາມະຕິ ແລະ ສຽງສ່ວນຫລາຍຂອງປະຊາຊົນເຫັນດີ ໃຫ້ປະເທດອອກຈາກການເປັນສະມາຊິກສະຫະພາບເອີຣົບ.

ທັງນີ້ ເນື່ອງຈາກການລົງປະຊາມະຕິ ຊຶ່ງຈັດຂຶ້ນເມື່ອວັນທີ 23 ມິຖຸນາຜ່ານມາ 51.9% ເຫັນດີໃຫ້ອອກຈາກ ການເປັນສະມາຊິກສະຫະພາບເອີຣົບ ໂດຍຜູ້ລົງຄະແນນດັ່ງກ່າວ ສ່ວນໃຫຍ່ແມ່ນໃຫ້ເຫດຜົນວ່າ ການທີ່ມີຈຳນວນຜູ້ອົບພະຍົບເຂົ້າມາຫລວງຫລາຍ ເປັນເຫດຜົນສຳຄັນທີ່ຕ້ອງການ ໃຫ້ປະເທດອອກຈາກສະຫະພາບເອີຣົບ ແລະ ອ້າງວ່າ ຈະເຮັດໃຫ້ລັດຖະບານ ປະຢັດງົບປະມານມະຫາສານ ຊຶ່ງສາມາດນຳໄປຈັດສັນສະຫວັດດີການ ໃຫ້ແກ່ພົນລະເມືອງພາຍໃນປະເທດໄດ້ຫລາຍຂຶ້ນ.

559000006833705

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...