Homeຂ່າວການພັດທະນາຫາດຊາຍຟອງ ກຳນົດ 5 ຈຸດເປັນເຂດຜະລິດເປັນສິນຄ້າ

ຫາດຊາຍຟອງ ກຳນົດ 5 ຈຸດເປັນເຂດຜະລິດເປັນສິນຄ້າ

Published on

ເພື່ອ​ຮັບ­ປະ­ກັນ​ແກ່​ການຜະ­ລິດ​ສະ­ບຽງ​ອາ­ຫານ​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ ໃຫ້​ພຽງ­ພໍ​ກັບຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງສັງ­ຄົມ​ນັ້ນ​ຄະ­ນະ​ພັກ​ເມືອງໆ​ຫາດຊາຍ​ຟອງ​ໄດ້​ກຳ­ນົດ​ເອົາ 5 ຈຸດ ເປັນ​ເຂດ​ຜະ­ລິດ​ເປັນ​ສິນ­ຄ້າ ແລະ ທົດ​ແທນ​ການ​ນຳ​ເຂົ້າ​ສະ­ບຽງ​ອາຫານ​ໃນ­ຕໍ່­ໜ້າ​ຫັນ​ເຂົ້າ​ສູ່​ການ​ຜະລິດ​ກະ­ສິ­ກຳ, ຂະ­ຫຍາຍ​ໄຮ່­ນານ້ອຍ​ເປັນ​ໄຮ່­ນາ​ໃຫຍ່, ໂດຍ​ນຳ​ໃຊ້ ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ​ເຂົ້າ​ໃນການ​ຜະ­ລິດ.

ອີງ​ຕາມ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຕ່​ປີ 2014-2019 ຂອງ​ເມືອງ​ຫາດ​ຊາຍ​ຟອງ, ນະຄອນ​ຫຼວງ​ວຽງ​ຈັນ ຮູ້​ວ່າ: ເພື່ອ​ຮັບ­ປະ­ກັນ​ໃຫ້​ແກ່​ການ​ຜະ­ລິດ​ສະບຽງ​ອາ­ຫານ​ໃຫ້​ພຽງ­ພໍ​ກັບ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ສັງ­ຄົມ, ປະ­ຈຸ​ບັນ​ນີ້​ຄະ­ນະ​ພັກ​ເມືອງໆ​ຫາດຊາຍ​ຟອງ​ໄດ້​ກຳ­ນົດ​ເອົາ 5 ຈຸດ ເປັນ​ເຂດ​ການ​ຜະ­ລິດ, ເພື່ອ​ປະກອບ​ສ່ວນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ເມືອງ, ເວົ້າ​ສະ­ເພາະ ແມ່ນ​ເພື່ອ​ຜະ­ລິດ​ກະ­ສິ­ກຳ​ໃຫ້​ກາຍເປັນ​ສິນ­ຄ້າ​ທົດ​ແທນ​ການ​ນຳ​ເຂົ້າ ສະ­ບຽງ​ອາ­ຫານ​ໃນ­ຕໍ່­ໜ້າ, ໂດຍ​ສະ ເພາະ​ແມ່ນ​ຫັນ​ເຂົ້າ​ສູ່​ການ​ຜະ­ລິດ​ກະ­ສິ­ກຳ, ຂະ­ຫຍາຍ​ໄຮ່­ນາ​ນ້ອຍ ເປັນ​ໄຮ່­ນາ​ໃຫຍ່, ໂດຍ​ນຳ​ໃຊ້​ເຕັກ ໂນ​ໂລ​ຊີ​ທີ່​ທັນ​ສະ­ໄໝ​ເຂົ້າ​ໃນ​ການ ຜະ­ລິດ​ກະ­ສິ­ກຳ​ຕາມ​ເຂດ​ຈຸດ​ສຸມ​ທີ່ ກຳ­ນົດ​ໄວ້​ຄື: 1. ເຂດ​ບໍ່​ໂອ-ຫາດ ດອກ​ແກ້ວ​ເປັນ​ເຂດ​ປູກ​ຕົ້ນ­ໄມ້​ໃຫ້ ໝາກ ແລະ​ປູກ​ເຂົ້າ, 2. ເຂດ​ບ້ານ ຫ້ອມ-ສີ​ຖານ​ໃຕ້​ເປັນ​ເຂດ​ຜະ­ລິດ ພືດ​ຜັກ ແລະ​ປູກ​ເຂົ້າ, 3. ເຂດ​ສາ­ລາ​ຄຳ​ເປັນ​ເຂດ​ປູກ​ພືດ​ປອດ​ສານ ພິດ ແລະ​ປູກ​ເຂົ້າ, 4. ເຂດ​ທ່າ ເດື່ອ​ເປັນ​ເຂດ​ປູກ​ດອກ​ໄມ້​ປະ­ດັບ ແລະ​ປູກ​ເຂົ້າ, 5. ເຂດ​ທ່າ​ພະ-ນາ­ລ້ອງ​ເປັນ​ເຂດ​ປູກ​ເຂົ້າ, ປູກ​ຜັກ ແລະ​ລ້ຽງ­ສັດ​ໃຫຍ່​ໃຫ້​ກາຍ­ເປັນ​ສິນ­ຄ້າ.

ຢ່າງ­ໃດ​ກໍ​ດີ ເພື່ອ​ເປັນ​ການ​ຊຸກ­ຍູ້​ສົ່ງ­ເສີມ​ຂະ​ບວນ​ການ​ຜະ­ລິດ​ກະ­ສິ­ກຳ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ, ຄະ­ນະ​ພັກ​ເມືອງ​ຫາດ​ຊາຍ ຟອງ ແລະ​ພະ­ນັກ­ງານ​ວິ­ຊາ​ການ​ທີ່ ກ່ຽວ­ຂ້ອງ​ຂັ້ນ​ຕ່າງໆ, ແມ່ນ​ຈະ​ໄດ້ ລົງ​ເຄື່ອນ​ໄຫວ​ເອົາ​ໃສ່​ດ້ວຍ​ຫຼາຍ ຮູບ​ແບບ​ເພື່ອ​ຍົກ​ສະ­ມັດ­ຖະ­ພາບ​ຂອງ​ການ​ຜະ­ລິດ​ໃນ​ເຂດ​ດັ່ງ­ກ່າວ ໃຫ້​ສູງ​ຂຶ້ນ​ແລະ​ເພື່ອ​ປະ­ຢັດ​ຕົ້ນ​ທຶນ ໃນ​ການ​ຜະ­ລິດ, ໂດຍ​ຈະ​ສູ້​ຊົນ​ປູກ ເຂົ້າ­ນາ​ປີ​ໃຫ້​ໄດ້​ໃນ​ເນື້ອ­ທີ່ 6,1 ພັນ​ເຮັກ­ຕາ, ສາ­ມັດ​ຖະ​ພາບ 4,6-5 ໂຕນ​ຕໍ່​ເຮັກ­ຕາ, ປູກ​ເຂົ້າ­ນາ­ແຊງ​ໃຫ້​ໄດ້​ໃນ​ເນື້ອ­ທີ່ 3,8 ພັນ​ເຮັກ­ຕາ, ສາ­ມັດ​ຖະ​ພາບ 5-6 ໂຕນ​ຕໍ່​ເຮັກຕາ, ປູກ​ພືດ​ຜັກ​ຊະ­ນິດ​ຕ່າງໆ 3,6 ພັນ​ເຮັກ­ຕາ​ສະ­ມັດ­ຖະ­ພາບ 10 ໂຕນ​ຕໍ່​ເຮັກ­ຕາ.

ນອກ​ນັ້ນ​ກໍ​ຍັງ ສູ້​ຊົນ​ຂະ­ຫຍາຍ ກຸ່ມ​ປູກ​ພືດ​ຜັກ​ປອດ​ສານ­ພິດ​ໃຫ້ ໄດ້ 10 ກຸ່ມ​ໃນ​ເນື້ອ­ທີ່ 40 ເຮັກ­ຕາ, ສາ­ມັດ​ຖະ​ພາບ 8 ໂຕນ​ຕໍ່​ເຮັກ­ຕາ, ປູກ​ເຂົ້າ​ອິນ​ຊີ​ໃນ​ເນື້ອ­ທີ່ 1 ພັນ​ເຮັກຕາ​ຕໍ່​ປີ ແລະ​ປູກ​ເຂົ້າ­ຈ້າວ​ເປັນ​ສິນ­ຄ້າ​ປ້ອນ​ໂຮງ­ງານ​ອຸດ­ສາ­ຫະ­ກຳ ໃຫ້​ໄດ້ 1.2 ພັນ​ເຮັກ­ຕາ​ຕໍ່​ປີ.

ສຳ­ລັບ​ການລ້ຽງ­ສັດ​ເປັນ​ສິນ­ຄ້າ​ນັ້ນແມ່ນ​ໄດ້​ຊຸກ­ຍູ້​ສົ່ງ­ເສີມ​ການລ້ຽງ​ແບບ​ເປັນ​ຟາມ​ເຊັ່ນ: ການ​ລ້ຽງ​ຄວາຍ, ງົວ, ໝູ, ແບ້, ແລະ​ສັດ​ບີກ​ອື່ນໆ​ໃຫ້​ໄດ້ 3% ຕໍ່​ປີ, ສະ­ເລ່ຍ​ຄົນ​ໜື່ງ​ໃຫ້​ໄດ້​ຮັບ​ທາດ​ຊີ້ນ 55 ກິ​ໂລ​ຕໍ່​ຄົນ​ຕໍ່​ປີ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...