6 ວິທີຊ່ວຍໃຫ້ສະໝອງສະຫຼາດຂຶ້ນ

ທຸກຄົນຢາກມີສະໝອງທີ່ສະຫຼາດ ບາງຄົນກໍ່ມີມາແຕ່ກຳເນີດເຊິ່ງມັນຖືວ່າເປັນໂຊກດີຫຼາຍ ແຕ່ສຳລັບຄົນທີ່ບໍ່ໄດ້ຖືມັນມາແຕ່ເກີດກໍ່ຕ້ອງຫາຕົວຊ່ວຍກັນແນ່ ເຊິ່ງວັນນີ້ເຮົາມີ 6 ວິທີຊ່ວຍເຮັດໃຫ້ສະໝອງສະຫຼາດຂຶ້ນ ແບບງ່າຍເຊິ້ງຈະມີແນວໃດນັ້ນເຮົາໄປອ່ານກັນເລີຍ:

1.ອອກກຳລັງກາຍ

ເພື່ອການພັດທະນາສະໝອງ ເຮົາກໍ່ຕ້ອງມີການກະຕຸ້ນການເຕັ້ນຂອງຫົວໃຈ ເຊິ່ງວິທີທີ່ເຮັດໄດ້ແມ່ນການອອກກຳລັງກາຍຢ່າງສະໝ່ຳສະເໝີມັນຈະສາມາດຫລຸດຜ່ອນການສູນເສຍເນື້ອເຍື້ອໃນສະຫມອງໄດ້

2.ການໃຫ້ອາການສະໝອງ

ການກິນອາຫານທີ່ມີໂມເລກຸນທີ່ສາມາດຕ້ານອະນຸມູນອິດສະຫຼະໄດ້ ຈະຊ່ວຍໃຫ້ສານອະນຸມູນອິດສະຫຼະເປັນກາງ ແລະ ບໍ່ເປັນອັນຕະລາຍ ຜັກ, ໝາກໄມ້ທີ່ມີສີສັນຕ່າງໆເຊັ່ນ: ຖົ່ວຕ່າງໆ ທັນຍະພືດ ແລະ ເຄື່ອງເທດ ຈຳພວກນີ້ຈະເປັນສານບຳລຸງສະໝອງໄດ້ເປັນຢ່າງດີ

3.ເລັ່ງຄວາມໄວ

ໂດຍທົ່ວໄປແລ້ວສະໝອງຈະທຳງານຊ້າລົງເມື່ອອາຍຸເລີ່ມເຂົ້າເລກ 3 ແຕ່ຄົນເຮົາບໍ່ວ່າອາຍຸເທົ່າໃດກໍ່ສາມາດຝຶກສະໝອງໃຫ້ທຳງານໄວຂຶ້ນໄດ້ ໂດຍຜ່ານການຟັງ ແລະ ການເວົ້າ

4.ສະຫງົບ

ການລັບຂອງສະໝອງເປັນເລື່ອງທີ່ສຳຄັນ ແຕ່ການສະຫງົບເປັນການຄາຍຄຽດໃນລະດັບສູງ ຄວາມຄຽດໃນສະໝອງມີຜົນຮ້າຍຕໍ່ເຊລສະໝອງຫຼາຍ ດັ່ງນັ້ນທ່ານຈົ່ງລະຖິ້ມຄວາມຄຽດທັງໝົດໂດຍການນັ່ງສະມາທິ

5.ພັກຜ່ອນສະໝອງ

ພະລັງສະໝອງຈາກຄວາມສະຫງົບຄືຄວາມຄິດສ້າງສັນຈາກການນອນ ການທີ່ເຮົານອນພັກຜ່ອນເຕັມທີ່ມັນຈະຊ່ວຍໃຫ້ສຸຂະພາບສະໝອງດີຂຶ້ນ

6.ການຫົວ, ອາລົມດີ

ການຫົວແມ່ນຈະຊ່ວຍກະຕຸ້ນສ່ວນຕ່າງໆຂອງສະໝອງ ເຊິ່ງສາມາດໃຊ້ໂດປາມິນເປັນສານນຳສົ່ງຄວາມຮູ້ສຶກໃຫ້ເກີດຂຶ້ນໄດ້

ທ່ານໃດທີ່ຕ້ອງການຝຶກສະໝອງກໍ່ສາມາດນຳເອົາ 6 ວິທີຂ້າງເທິງນີ້ໄປລອງໃຊ້ເບິ່ງໄດ້ ນອກຈະສະໝອງຈະດີແລ້ວສຸຂະພາບຂອງທ່ານກໍ່ຈະດີອີກດ້ວຍ.