Homeສຸຂະພາບ ແລະ ສີ່ງແວດລ້ອມກະຊວງສາທາຯເຜີຍ ຈຳນວນຜູ້ຕິດເຊື້ອ-ເສຍຊີວິດ ຈາກພະຍາດເອດສ໌ຢູ່ລາວ ເພີ່ມຂຶ້ນ!

ກະຊວງສາທາຯເຜີຍ ຈຳນວນຜູ້ຕິດເຊື້ອ-ເສຍຊີວິດ ຈາກພະຍາດເອດສ໌ຢູ່ລາວ ເພີ່ມຂຶ້ນ!

Published on

ຂປລ. ປັດຈຸບັນ​ ລາວມີຈຳນວນ​ຜູ້​ຕິດ​ເຊື້ອ​ພະຍາດເຮ​ສ​ໄອ​ວີ ​ເພີ່ມ​ຂຶ້ນ​ຈາກ​ຈຳນວນ 830 ກວ່າຄົນ​ ໃນ​ປີ 2014 ມາ​ເປັນ 1 ພັນ​ກວ່າ​ຄົນ ​ໃນ​ປີ 2015 ​ໃນ​ນີ້ເພດ​ຊາຍ ກວມ​ເອົາ 53,6%, ຍິງ 46,4%, ​ເຊັ່ນ​ດຽວ​ກັນ ຈຳນວນຜູ້​ເສຍ​ຊີວິດ​ ໄດ້​ເພີ່ມຈາກ 107 ​ຄົນ ​ໃນ​ປີ 2014 ມາ​ເປັນ 130 ກວ່າ​ຄົນ ​ໃນ​ປີ 2015, ສຳລັບອັດຕາ​ສ່ວນ​ການ​ຕິດ​ເຊື້ອ​ພະຍາດ​ເຮ​ສ​ໄອ​ວີ ຫລາຍ​ກວ່າໝູ່​ແມ່ນ​ຊາຍ​ຮ່ວມ​ເພດ​ກັບ​ຊາຍ ກວມ​ເອົາ 6,4%, ຄົນ​ເຈັບຈາກ​ວັນນະ​ໂລກ 3,2%, ປະຊາຊົນ​ທົ່ວ​ໄປ 3,1%, ຜູ້​ເສບ​ຢາ​ເສບ​ຕິດ 0,8%, ສາວ​ບໍລິການ 0,5%, ສາມີ​ແມ່​ຍິງ​ຖືພາ 0,4% ​ແລະ ​ແມ່​ຍິງ​ຖືພາ 0,2%.

ທ່ານ ດຣ ພູນທອນ ສຸດ​ທາ​ລັກ ຮອງ​ຫົວໜ້າ​ສູນ​ຕ້ານ​ເອດ ​ແລະ ພຕພ ກະຊວງ​ສາທາລະນະ​ສຸກ ​ໄດ້​ກ່າວ​ໃນ​ກອງ​ປະຊຸມ​ ສ້າງ​ຄວາມ​ເຂົ້າ​ໃຈ​ໃຫ້ການ​ນຳ​, ສື່​ມວນ​ຊົນ ​ໃນ​ວຽກ​ງານ​ຕ້ານ​ເອດ ​ໃນ​ວັນ​ທີ 13 ພຶດສະພານີ້ ຢູ່ນະຄອນຫລວງ​ວຽງ​ຈັນ​ ວ່າ: ​ເພື່ອ​ຢຸດຕິ​ການ​ແຜ່​ລະບາດ ​ຂອງ​ເຊື້ອ​ພະຍາດ​ເຮສ​ໄອ​ວີ ​ແລະ ຫລຸດ​ຜ່ອນຜົນ​ກະທົບ​ ຈາກ​ເຊື້ອ​ເຮ​ສ​ໄອ​ວີ ​ແລະ ພະຍາດ​ເອດ​ໃນ ສປປ ລາວ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ການ​ປ້ອງ​ກັນ ​ໃນ​ກຸ່ມ​ທີ່​ມີ​ຄວາມ​ສ່ຽງ ​ໂດຍ​ສະ​ເພາະການ​ປ້ອງ​ກັນ​​ເຮ​ສ​ໄອ​ວີ ​ໂດຍ​ເຊື່ອມ​ສານເຂົ້າ​ໃນລະບົບ​ສາທາລະນະ​ສຸກ, ພັດທະນາ​ກອບ​ວຽກ–ເຊື່ອມ​ສານ​ເຂົ້າ​ໃນ​ວຽກ​ງານ​ຂອງ​ຂະ​ແໜງ​ການ​ຕ່າງໆ ຮັບປະກັນ​ໃຫ້​ຊາວ​ໜຸ່ມ ​ມີ​ທັກ​ສະ​ພື້ນຖານ, ​ໃຫ້​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ການ​ປ້ອງ​ກັນ​ຕິດ​ເຊື້ອ​ເຣສ​ໄອ​ວີ –ປ້ອງ​ກັນ​ທີ່​ຖືກຕ້ອງເໝາະ​ສົມ (​ໃສ່​ຖົງ​ຢາງ​ອານາ​ໄມ​ທຸກ​ຄັ້ງ​ ໃນ​​ເວລາ​ມີ​ເພດ​ສຳພັນ ​ທີ່​ບໍ່​ແມ່ນ​ຄູ່​ຜົວ​-ເມຍ​ຕົນ​ເອງ) ​ໃຫ້ຂໍ້​ມູນ​ຂ່າວສານ​ດ້ານເພດ​ສຳພັນ​ແກ່​ຊາວ​ໜຸ່ມ ​ໂດຍ​ອີງ​ໃສ່​ຂໍ້​ມູນ​ຕົວ​ຈິງ​ພາຍ​ໃນ​ປະ​ເທດ, ຮັບປະກັນໃຫ້​ມີ​ຂໍ້​ມູນຂ່າວ​ສານ ​ກ່ຽວ​ກັບ​ການ​ຕິດ​ເຊື້ອ​ພະຍາດ​ດັ່ງກ່າວ ​ແລະ ການ​ປ້ອງ​ກັນຢູ່​ສູນ​ສຸຂະພາບ, ສູນ​ໄວ​ໜຸ່ມ ​ເຊິ່ງ​ໃຊ້​ພາສາ​ທີ່​ເໝາະສົມ​ກັບ​ຊາວ​ໜຸ່ມ ກໍ​ຄືການ​ປິ່ນປົວ​ດ້ວຍ​ຢາ ARV  ​ແລະ ພະຍາດ​​ແຊກ​ຊ້ອນ ( OI ) ​ໂດຍ​ການ​ຂະຫຍາຍ​ການ​ສະໜອງ​ຢາ​ປິ່ນປົວ ARV ​ແລະ ຢາ OI ​ໄປ​ທຸກ​ແຂວງໃນ​ທົ່ວ​ປະ​ເທດ​ໃນ ປີ 2020 ​ໄປ​ຄ່ຽງຄູ່ກັບ​ ການ​ປັບປຸງ​ລະບົບ​ປະສານ​ງານ​ ລະຫວ່າງ​ ສູນ​ປິ່ນປົວ​ດ້ວຍ​ຢາ ARV, ສະຖານ​ທີ່​ໃຫ້​ຄຳ​ປຶກສາ–ກວດ​ເລືອ​ດ ​ແລະ ຄູ່ຮ່ວມ​ງານ​ ເພື່ອ​ຫລຸ​ດຜ່ອນການ​ຕົກ​ເຮ່ຍ.

ເຊື້ອ​ພະຍາດ​ເອດ (AIDS) ​ແມ່ນ​ກຸ່ມ​ອາການ​ພູມ​ຕ້ານທານ​ເຊື່ອມ ໝາຍ​ເຖິງ​ເຊື້ອ​ເຮສໄອວີ (HIV) ​ໄດ້​ທຳລາຍ​ພູມ​ຕ້ານທານຂອງ​ຮ່າງກາຍ ​ແລ້ວ​​ເກີດ​ມີ​ການ​ຕິດ​ເຊື້ອ​ພະຍາດ​ແຊກ​ຊ້ອນ​ຕ່າງໆ​ເຊັ່ນ: ພະຍາດ​ວັນນະ​ໂລກ, ຖອກທ້ອງ, ຕຸ່ມ​​ເປື່ອຍ ​ແລະ ອື່ນໆ ​ແຕ່​ສາມາດ​ປິ່ນປົວ​ພະຍາດ​ແຊກ​ຊ້ອນ​ຕ່າງໆ​ ໃຫ້ຫາ​ຍດີ​ໄດ້.

 

ແຫລ່ງຂ່າວ:

ຂປລ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...