ນັກວິທະຍາເຜີຍ! ເພດຍິງຕ້ອງການເວລາພັກຜ່ອນຫຼາຍກ່ວາເພດຊາຍ

ສາດສະດາຈານ Jim Horne ແຫ່ງ Loughborough University ໄດ້ເຮັດການວິໄຈດ້ານການນອນໂດຍສະເພາະໄດ້ກ່າວວ່າ ຕາມປົກກະຕິແລ້ວເພດຍິງຕ້ອງການເວລານອນຫຼາຍກ່ວາເພດຊາຍ ແລະ ຖ້າຫາກພັກຜ່ອນບໍ່ພຽງພໍຈະເຮັດໃຫ້ເສຍສຸຂະພາບອີກດ້ວຍ.

ຜົນກະທົບຂອງເພດຍິງທີ່ນອນໜ້ອຍ

ສາເຫດທີ່ເປັນແນວນັ້ນຍ້ອນວ່າສະໝອງຂອງເພດຍິງມີຄວາມຊັບຊ້ອນກ່ວາເພດຊາຍ ເພາະສະນັ້ນຈິ່ງຕ້ອງການການພັກຜ່ອນຫຼາຍຂຶ້ນ ຫາກແມ່ຍິງພັກຜ່ອນບໍ່ພຽງພໍ ຫຼື ນອນໜ້ອຍຈະສົ່ງຜົນເຖິງອາລົມ ເຮັດໃຫ້ໃຈຮ້າຍງ່າຍ.

 

ຂໍ້ມູນຈາກ: ເວັບໄຊທີ່ນີດັອດຄັອມ.