Homeປະເພນີ-ວັດທະນະທຳການສົມມາບິດາ-ມາດາ

ການສົມມາບິດາ-ມາດາ

Published on

ການ​ສົມ​ມາ​ບິ­ດາ-ມາ­ດາ ຫຼື ຜູ້​ບັງ­ເກີດ​ເກົ້າ ເປັນ​ປະ­ເພ­ນີ​ຂອງຄົນ​ລາວ​ທີ່​ປະ­ຕິ­ບັດ​ສືບ​ທອດ​ກັນມາ​ແຕ່​ບູ­ຮານ​ນະ​ການເນື່ອງ​ຈາກວ່າ­ການ​ສົມ​ມາ​ບິ­ດາ-ມາ­ດາເປັນສິ່ງ​ປະ­ເສີດ​ທີ່​ລູກ

​ທຸກ​ຄົນ​ຄວນ​ມີ ການ​ປະ­ພຶດ​ປະ­ຕິ­ບັດ, ນອກ­ຈາກ ຈະ​ເປັນ​ຂະ​ນົບ​ທຳ­ນຽມ, ຮີດ­ຄອງ ປະ­ເພ­ນີ​ອັນ​ດີ­ງາມ​ທີ່​ປະ­ຕິ­ບັດ​ສືບ​ທອດ​ກັນ​ມາ​ແຕ່​ສະ­ໄໝ​ບູ­ຮານ​ນະ ການ​ແລ້ວ ຍັງ​ເປັນ​ການ­ສະ­ແດງ ເຖິງ​ຄວາມ​ກະ­ຕັນ­ຍູ​ຮູ້​ບຸນ­ຄຸນ​ຕໍ່​ພໍ່ ແມ່​ນຳ​ອີກ.

ການ​ສົມ​ມາ​ບິ­ດາ-ມານ​ດາ ເມື່ອກະ­ກຽມ​ອຸ­ປະ­ກອນ​ຄົບ​ຖ້ວນ ເຊັ່ນ: ນ້ຳ​ຫອມ, ພວງ­ມາ­ໄລ​ດອກ​ໄມ້ ຫຼື ອາດ​ຈະ​ເປັນ​ວັດ­ຖຸ​ຂອງ­ຂວັນ​ພິ ເສດ​ກໍ​ໄດ້, ຕັ່ງ​ສອງ​ໜ່ວຍ​ຈາກ​ນັ້ນ ກໍ​ເລີ່ມ​ມາ​ທີ່​ຂັ້ນ​ຕອນ​ຂອງ​ການ ສົມ​ມາ​ໂດຍ​ເລືອກ​ສະ­ຖານ­ທີ່​ເໜາະ ສົມ​ອາດ​ຈະ​ເປັນ​ພາຍ​ໃນ​ເຮືອນ, ແຕ່​ກໍ​ຈູດ​ທູບ​ກ່ອນ​ຈະ​ເອົາ​ຜ້າ­ແພ​ສີ ຂາວ​ໃໝ່​ມາ​ປູ​ຢູ່​ບ່ອນ​ທີ່​ຈະ​ສົມ​ມາ ແລ້ວ​ເອົາ​ຕັ່ງ​ສອງ​ໜ່ວຍ​ມາ​ຕັ້ງ ພ້ອມ​ນ້ຳ​ຫອມ​ທີ່​ກຽມ​ໃສ່​ຊາມ ທັງ​ສອງ​ໃບ ພ້ອມ​ເຊີນ​ພໍ່ ແລະ​ແມ່ ມາ​ນັ່ງ​ທີ່​ຕັ່ງ­ອີ້, ເລີ່ມ​ການ​ລ້າງ​ຕີນ ໃຫ້​ຜູ້​ເປັນ​ບິ­ດາ​ກ່ອນ​ຈິ່ງ​ລ້າງ​ໃຫ້ ຜູ້​ເປັນ​ມາ­ດາ​ກ່ອນ​ຈະ​ລ້າງ​ຕີນ​ໃຫ້ພໍ່​ແມ່​ກໍ​ຕ້ອງ​ຂາບ​ລົງ​ສາມ​ບາດ ແລະ​ການ​ລ້າງ​ນັ້ນ​ຕ້ອງ​ລ້າງ​ເທື່ອ ລະ​ຂ້າງ, ເທື່ອ​ລະ​ນິ້ວ​ທັງ​ໃຊ້​ມື​ຮຸກ ຖູ​ຄ່ອຍໆ​ໃນ​ຂະ­ນະ​ທີ່​ກຳ­ລັງ​ລ້າງ ຕີນ​ດ້ວຍ​ນ້ຳ​ຫອມ​ໃຫ້​ບິ­ດາ​ມາ­ດາ ຢູ່​ນັ້ນ​ໃຫ້​ຂໍ​ຄະ​ມາ​ເຖິງ​ສິ່ງ​ທີ່​ເຮົາ ເຄີຍ​ກະ­ທຳ​ໄວ້​ບໍ່​ດີ, ດ້ວຍ​ກາຍ ວາ ຈາ, ໃຈ​ກໍ​ດີ ຫຼື ບໍ່​ຖືກ­ຕ້ອງ​ຕັ້ງ­ແຕ່ຕອນ​ເປັນ​ເດັກ­ນ້ອຍ​ຈົນ​ຮອດ​ປະ ຈຸ​ບັນ, ເມື່ອ​ລ້າງ​ຕີນ​ແລ້ວ​ກໍ​ໃຊ້​ຜ້າ ແພ​ເຊັດ​ຕີນ​ໃຫ້​ແຫ້ງ​ພ້ອມ​ກົ້ມ​ຂາບ ລົງ ແລະ​ກ່າວ​ຄຳ​ວ່າ: ລູກ​ຂໍ​ຂະ​ມາ ຂໍ​ອະ­ໄພ, ຂໍ​ອະ​ໂຫ​ສີ​ກຳ​ຈາກ​ພໍ່​ແມ່ ຖ້າ​ລ້າງ​ຕີນ​ໃຫ້​ພໍ່​ກໍ​ກ່າວ​ນຳ​ພໍ່, ຖ້າລ້າງ​ຕີນ​ໃຫ້​ແມ່ ກໍ​ກ່າວ​ກັບ​ແມ່​ຈາກ ນັ້ນ​ກໍ​ນຳ​ພວງ­ມາ­ໄລ ແລະ​ເຄື່ອງ ສົມ​ມາ​ທີ່​ກຽມ​ໄວ້​ມອບ​ໃຫ້​ພໍ່​ແມ່ ການ​ສົມ​ມາ​ພໍ່ ຫຼື ແມ່ ຕ້ອງ​ປະ­ຕິ­ບັດທີ­ລະ​ຄົນ​ໂດຍ​ເລີ່ມ​ຈາກ​ຜູ້​ເປັນ​ບິ­ດາ ກ່ອນ ເມື່ອ​ສຳ­ເລັດ​ການ​ລ້າງ​ຕີນ ແລະ​ອະ­ໂຫ­ສິ­ກຳ ຈາກ​ພໍ່​ແລ້ວ​ກໍ ເລີ່ມ​ປະ­ຕິ­ບັດ​ຕໍ່​ແມ່​ໂດຍ​ເຮັດ​ຄື​ກັບ ປະ­ຕິ­ບັດ​ຕໍ່​ບິ­ດາ, ກໍ­ລະ­ນີ​ບໍ່​ມີ​ພໍ່​ແມ່ ກໍ​ສາ­ມາດ​ສົມ​ມາ​ປູ່​ຍ່າ, ພໍ່­ເຖົ້າ​ແມ່ ເຖົ້າ​ກໍ​ໄດ້.

ການ​ສົມ​ມາ​ບິ­ດາ-ມາ­ດາ ຜູ້​ມີບຸນ­ຄຸນ​ອັນ​ລົ້ນ​ເຫຼືອ​ນີ້ ກໍ​ເພື່ອ​ເປັນ ການ​ຊ່ວຍ​ໃຫ້​ຕົວ​ເຮົາ​ເອງ ແລະ ຄອບ­ຄົວ​ໂດຍ​ທາງ​ກົງ ທັງ​ເປັນ​ແບບ ຢ່າງ​ອັນ​ດີ​ໃຫ້​ແກ່​ຜູ້​ເປັນ​ລູກ​ໃຫ້​ປະ ຕິ​ບັດ​ກັບ​ຕົວ​ເຮົາ​ດັ່ງ​ດຽວ​ກັບ​ທີ່​ເຮົາເຄີຍ​ປະ­ຕິ­ບັດ​ກັບ​ພໍ່​ແມ່, ທັງ​ເປັນ ການ​ຊ່ວຍ​ສ້າງ​ກຳ­ລັງ​ໃຈ​ໃຫ້​ແກ່ ພໍ່​ແມ່​ທີ່​ເຫັນ​ແຈ້ງ​ໃຈ­ຄວາມ​ກະ​ຕັນ ຍູ​ຮູ້​ຄຸນ​ຂອງ​ຜູ້​ເປັນ​ລູກ​ພວກ​ຕົນ.

ການ​ສົມ​ມາ​ບິ­ດາ-ມາ­ດາ ນອກຈາກ​ຈະ​ເປັນ​ການ­ສະ­ແດງ​ຄວາມ ກະ­ຕັນ­ຍູ​ຮູ້​ຄຸນ​ຕໍ່​ພໍ່​ແມ່​ຜູ້​ບັງ­ເກີດ​ເກົ້າແລ້ວ ຍັງ​ເປັນ​ການ​ສ້າງ​ກຳ­ລັງ​ໃຈ ໃຫ້​ແກ່​ທັງ​ສອງ​ຝ່າຍ ໂດຍ​ສະ­ເພາະ ກໍ​ແມ່ນ​ຜູ້​ເປັນ​ລູກ​ໃນ​ການ​ປະ­ພຶດ​ປະ­ຕິ­ບັດ​ຕົນ​ໃນ​ທາງ​ທີ່​ຖືກ­ຕ້ອງ ນຳ​ອີກ.

 

ຂໍ້ມູນຈາກ: 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...