ລມຕ. ການຕ່າງປະເທດ ຣັດເຊຍ-ອາເມຣິກາ ລົມສາຍຫາລືແກ້ໄຂບັນຫາ ຢູ່ຊີຣີ ແລະ ເຢແມນ!

ທ່ານ ຈອນ ແຄຣີ (ຊ້າຍ) ແລະ ທ່ານ ເຊີເກ ລາບຣອບ (ຂວາ)

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ມີນານີ້ວ່າ ທ່ານ ເຊີເກ ລາບຣອບ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຣັດເຊຍ ແລະ ທ່ານ ຈອນ ແຄຣີ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ໄດ້ໂອ້ລົມກັນຜ່ານທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບສະພາບ​ການ​ຢູ່ຊີຣີ ໂດຍທັງສອງຝ່າຍ ຣັດເຊຍ ແລະ ອາເມຣິກາ  ​ໄດ້ປຶກ​ສາ​ຫາລື​ລະອຽດ ບັນດາ​ມາດ​ຕະການ​ຕ່າງໆ ເພື່ອ​ແນ​ໃສ່​ແກ້​ໄຂ​ສົງຄາມກາງ​ເມືອງ​ຢູ່ຊີຣີ ບົນ​ພື້ນຖານ​ບັນດາ​ຕາມຂໍ້​ຕົກລົງ​ຂອງ​ ຄະນະມົນຕີຄວາມໝັ້ນຄົງ ແຫ່ງ ສະຫະປະຊາຊາດ. ນອກ​ຈາກ​ນັ້ນ, ຍັງ​​ໄດ້ມີການເວົ້າ​ເຖິງ​ ບັນດາ​ບັນຫາ​ຕ່າງໆ ເພື່ອໜູນ​ຊ່ວຍ​ຄວາມ​ມານະ​ພະຍາຍາມ​ຂອງ ອົງການສະຫະປະຊາຊາດ ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່ປະເທດເຢ​ແມນ ​ແລະ ​ເລີ່​ມ​ຕົ້ນ​ການເຈລະຈາ​ ຊອກ​ຫາ​ມາດ​ຕະການດ້ານ​ການ​ເມືອງ​ໃຫ້​ແກ່​ປະ​ເທດ​ນີ້.