ດິນເຈື່ອນ ຄົນສູນຫາຍທີ່ຫຼວງພະບາງ

 ດິນເຈື່ອນ ຄົນສູນຫາຍທີ່ພູສະແກນ, ເມືອງນານ ແຂວງຫຼວງພະບາງ

ມື້ນີ້ ວັນທີ 8 ກັນຍາ 2015 ເວລາບ່າຍ 2 ໂມງ ໄດ້ເກີດເຫດນ້ຳຊຸ ແລະດິນເຈື່ອນຢ່າງຮຸນແຮງ ໃນເຂດທ່ອງທ່ຽວຕາດຫ່ຽນ, ພູສະແກນ, ເມືອງນານ, ແຂວງຫຼວງພະບາງ. ເຮັດໃຫ້ບ້ານເຮືອນປະຊາຊົນ, ວັດວາອາຮາມ, ຜົນລະປູກ, ບ່ອນທຳການຜະລິດ, ສັດລ້ຽງ… ຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ຢ່າງໜັກໜ່ວງ.

ໃນຂະນະທີ່ຄາດວ່າຈະມີນັກທ່ອງທ່ຽວ ທີ່ກຳລັງທ່ອງທ່ຽວຕາດຫ່ຽນສູນຫາຍ ແຕ່ຂ່າວຍັງບໍ່ຢືນຢັນວ່າເປັນຍິງຫຼືຊາຍ ຄົນລາວຫຼືຕ່າງປະເທດ ແລະຈຳນວນເທົ່າໃດຄົນ.

ປະຊາຊົນກ່າວວ່າ ການເຂົ້າໃຫ້ການຊ່ວຍເຫຼືອ ຈາກທາງການນັ້ນບໍ່ສາມາດເຮັດໄດ້ ທ່ວງທັນກັບຄວາມຮຽກຮ້ອງຕ້ອງການ ເທົ່າທີ່ຄວນ ຈຶ່ງວອນໃຫ້ຂັ້ນເທິງເອົາໃຈໃສ່ ກຽມພ້ອມໃນການໃຫ້ການຊ່ວຍເຫຼືອ ປະຊາຊົນໃຫ້ວ່ອງໄວກວ່າເກົ່າ.
ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ ໄພທຳມະຊາດ ຫຼວງພະບາງ

ລາຍງານຈາກ: ເມືອງນານ ແຂວງຫຼວງພະບາງ