spot_img
Homeຂ່າວພາຍ​ໃນຈັດແຂ່ງຂັນເທັນນິສຮຸ່ນເຍົາວະຊົນນາໆຊາດ‬ ຄັ້ງທີ 1 ຕ້ອນຮັບວັນຊາດ ຄົບຮອບ 40 ປີ

ຈັດແຂ່ງຂັນເທັນນິສຮຸ່ນເຍົາວະຊົນນາໆຊາດ‬ ຄັ້ງທີ 1 ຕ້ອນຮັບວັນຊາດ ຄົບຮອບ 40 ປີ

Published on

ສະຫະພັນກິລາເທັນນິສແຫ່ງຊາດລາວ ໄດ້ຈັດການແຂ່ງຂັນກິລາເທັນນິສນາໆຊາດ ຄັ້ງທີ 1 ປະຈຳປີ 2015 ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ (2 ທັນວາ 1975 – 2 ທັນວາ 2015) ໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນຍິ່ງໆຂຶ້ນ
ຂະນະທີ່ ນາງ ອາລີຍາ ວົງດາລາ ຫຼື “ປູເປ້” ຄວ້າ 1 ຫຼຽນຄຳ ແລະ 1 ຫຼຽນທອງ ປະເພດຍິງດ່ຽວຮຸ່ນ 12 ປີ ແລະ ຄູ່ປະສົມຮຸ່ນ 14 ປີ.

ໃນລະຫວ່າງວັນທີ 5-6 ກັນຍາ ຜ່ານມາ ທີ່ສະໜາມກິລາເທັນນິສເຈົ້າອານຸວົງ ນະຄອນຫຼວງ ວຽງຈັນ, ສະຫະພັນກິລາເທັນນິສແຫ່ງຊາດລາວ ໄດ້ຈັດການແຂ່ງຂັນກິລາເທັນນິສເຍົາວະຊົນນາໆຊາດ ເພື່ອສ້າງຂະບວນການຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນຊາດ ທີ 2 ທັນວາ ຄົບຮອບ 40 ປີ ທັງເປັນການສົ່ງເສີມນັກກິລາເຍົາວະຊົນລາວ ໃຫ້ໄດ້ມີການເຄື່ອນໄຫວກິລາ ເພື່ອພັດທະນາຕົນເອງທາງດ້ານທັກສະ ກ່ອນກ້າວສູ່ອາຊີບໃນອະນາຄົດ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນກິລາເທັນນິສແຫ່ງຊາດລາວ ພ້ອມດ້ວຍຄະນະນຳ, ຄູເຝິກ ແລະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ.

ສຳລັບການແຂ່ງຂັນເທັນນິສຄັ້ງນີ້ ມີນັກກິລາເຂົ້າຮ່ວມທັງໝົດ 28 ຄົນ, ຍິງ 10 ຄົນ, ເຊິ່ງການແຂ່ງຂັນໄດ້ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມຮຽນໃໝ່ 10 ຄົນ, ຍິງ 6 ຄົນ ແລະ ກຸ່ມຊຳນານແລ້ວ 18 ຄົນ, ຍິງ 4 ຄົນ ໂດຍກຸ່ມຮຽນໃໝ່ ແມ່ນແຂ່ງຂັນແບບປະສົມພົບກັນໝົດ ຜ່ານການແຂ່ງຂັນຜົນປາກົດວ່າ ອັນດັບ 1 ໄດ້ແກ່ ທ້າວ ທະນະພອນ; ອັນດັບ 2 ຮ່ວມ ນາງ ແສງສຸລິຍາ ແລະ ນາງ ເທວາ; ອັນດັບ 3 ຮ່ວມ ທ້າວ ແສງວິໄຊ, ນາງ ນັນທິດາ, ນາງ ກິນນາລີ ແລະ ທ້າວ ວິລະກອນ; ອັນດັບ 4 ຮ່ວມ ນາງ ອານຸລັກ, ທາງ ຈິດດາພາ ແລະ ທ້າວ ພຸດທະບັນດິດ.

ສ່ວນກຸ່ມຊຳນານແລ້ວ ແຂ່ງຂັນ 5 ລາຍການເຊັ່ນກັນ ຄື: ຊາຍດ່ຽວຮຸ່ນອາຍຸບໍ່ເກີນ 10 ປີ, ດ່ຽວຊາຍ-ຍິງຮຸ່ນອາຍຸບໍ່ເກີນ 12 ປີ, ຊາຍດ່ຽວຮຸ່ນອາຍຸບໍ່ເກີນ 14 ປີ ແລະ ຄູ່ປະສົມຮຸ່ນອາຍຸບໍ່ເກີນ 14 ປີ ຜ່ານການແຂ່ງຂັນປະເພດຊາຍດ່ຽວຮຸ່ນ 10 ປີ ຜົນປາກົດວ່າ ທີ 1 ໄດ້ແກ່ ທ້າວ ພູຣິພັດ ວັນນະລາດ, ທີ 2 ທ້າວ ເພັດນະສອນ ໄຊຍະເດດ, ທີ 3 ທ້າວ ສິດທິພົນ ພົມມະວົງ ແລະ ທີ 4 ທ້າວ ທະນະພອນ; ປະເພດຍິງດ່ຽວຮຸ່ນ 12 ປີ ທີ 1 ນາງ ອາລີຍາ ວົງດາລາ, ທີ 2 ນາງ ທິບພະສອນ ປານສີວົງໄຊ, ທີ 3 ນາງ ມະໄລລັກ ດີໄລລາ ແລະ ທີ 4 ນາງ ເພັດນ້ຳໜຶ່ງ ຈັນທຸມພອນ; ປະເພດຊາຍດ່ຽວຮຸ່ນອາຍຸບໍ່ເກີນ 12 ປີ ທີ 1 ທ້າວ ເສດຖະວຸດ ສັນພິບານ, ທີ 2 ທ້າວ ສຸພະວະລິດ ທິບພາວົງພັນ, ທີ 3 ທ້າວ ສິດທິພົນ ພົມມະວົງ ແລະ ທີ 4 ທ້າວ ພູລິພັດ ວັນນະລາດ; ປະເພດຊາຍດ່ຽວຮຸ່ນ 14 ປີ ທີ 1 ທ້າວ ທັດສະພອນ ໄຊຍະເດດ, ທີ 2 ທ້າວ ລັດຕະນະໄຊ ລັດຕະນະວົງ, ທີ 3 ທ້າວ ບຸນມີ ຫົວພັນ ແລະ ທີ 4 ທ້າວ ລັດຕະນະສິນ ລັດຕະນະວົງ; ປະເພດຄູ່ປະສົມ ຮຸ່ນ 14 ປີ ທີ 1 ນາງ ເພັດນ້ຳໜຶ່ງ ຈັນທຸມພອນ + ທ້າວ ເສດຖະວຸດ ສັນພິບານ, ທີ 2 ນາງ ທິບພະສອນ ປານສີວົງໄຊ + ທ້າວ ທັດສະພອນ ໄຊຍະເດດ, ທີ 3 ນາງ ອາລີຍາ ວົງດາລາ + ທ້າວ ສຸພະວະລິດ ທິບພາວົງພັນ ແລະ ທີ 4 ນາງ ມະໄລລັກ ດີໄລລາ + ທ້າວ ວິລະໄຊ ບັນນະວົງ.

11988345_1666608446885662_2787965807642020029_n

ຂອບໃຈພາບແລະຂ່າວຈາກ: ໜັງສືພິມສຶກສາ ແລະ ກິລາ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...