ແສງເໜືອແມ່ນຫຍັງ?

Northern-lights-in-Canada-006

ຄົນໃນປະເທດແຖບເໜືອ ອາດຈະເບິ່ງເຫັນແສງເໜືອອັນແປກປະຫຼາດ ສາຍຢູ່ເທິງທ້ອງຟ້າຕອນມືດ ບາງເທື່ອມັນກໍຢູ່ໄກໄປທາງໃຕ້ ເຖິງນະຄອນຫຼວງລອນດອນ ແສງນັ້ນອາດຈະເປັນສີຟ້າຫຼືສີຂຽວ ຫຼືສີສົ້ມປົນເຫຼືອງຫຼືສີແດງ ຫຼືອາດຈະເປັນສີຫຼາຍສີປະສົມກັນກໍໄດ້ ບາງເທື່ອກໍເບິ່ງຄືມັນຂຶ້ນໆ ລົງໆ ຄືກັບແສງໄຟນິອອນ.

ໃນດອກໄຟນິອອນ (ຫຼອດໄຟຍາວ) ຂ້າງໃນນັ້ນບັນຈຸແກ໊ສຊະນິດໜຶ່ງ ເຊິ່ງຈະສ່ອງສະຫວ່າງເມື່ອເຮົາເປີດໄຟ ແລະເໜືອໂລກເຮົານັ້້ນກໍມີແກ໊ສຫຼາຍຊະນິດ ລ່ອງລອຍຢູ່ຄືກັນ ແລະໄຟຟ້າເຮັດໃຫ້ມັນສ່ອງແສງອອກມາໄດ້ ບໍ່ມີໃຜໄປກົດປຸ່ມເປີດໄຟແສງສີຫຍັງດອກ ແຕ່ແກ໊ສມັນຮຸ່ງຂຶ້ນມາເອງ ເມື່ອມັນກະທົບກັບອະນຸພາກໄຟຟ້າ ເຊິ່ງມາຈາກຕາເວັນ.

How-the-Auroras-From

ອະນຸພາກໄຟຟ້າບາງອັນກໍຖືກສົ່່ງ ມາຈາກດວງຕາເວັນ ທຸກໆມື້ ແຕ່ໃນບາງເທື່ອດວງຕາເວັນກໍມີ ພາຍຸໄຟຟ້າຢ່າງໜັກ ພາຍຸນັ້ນໄດ້ສົ່ງອະນຸພາກໄຟຟ້າອອກມາ ເປັນຈຳນວນຫຼວງຫຼາຍ ອະນຸພາກໄຟຟ້າເຫຼົ່ານັ້ນ ຈະລວມຕົວກັນເປັນວົງແຫວນ ຢູ່ສູງເໜືອພື້ນໂລກ ເມື່ອວົງແຫວນນີ້ອັດແໜ້ນເກີນໄປ ມັນກໍຈະລົ້ນອອກມາ ລະອອງຂອງອະນຸພາກເຫຼົ່ານັ້ນ ຈະຕົກລົງມາຍັງຂົ້ວໂລກເໜືອ ຈຶ່ງເຮັດໃຫ້ເກີດແສງເໜືອຂຶ້ນ ອະນຸພາກໄຟຟ້າທີ່ຕົກລົງມາຂົ້ວໂລກໄດ້ ກໍຈະເຮັດໃຫ້ມີແສງອີກຊະນິດໜຶ່ງຂຶ້ນ ຢູ່ສ່ວນໃຕ້ຂອງໂລກ.