Homeປ່ອງຢ້ຽມດວງດາວຮູ້ຫຼືບໍ່ ດວງຕາເວັນຈະມີຈຸດດຳ ຈຸດນັ້ນຄືຫຍັງ?

ຮູ້ຫຼືບໍ່ ດວງຕາເວັນຈະມີຈຸດດຳ ຈຸດນັ້ນຄືຫຍັງ?

Published on

Black-spots-on-the-sun

ເທິງດວງຕາເວັນມີຈຸດຳໆ ເຊິ່ງຖ້າເບິ່ງ(ຜ່ານກ້ອງສະເພາະ) ຈະເຫັນຄ້າຍໆຄືເກາະຢູ່ກາງທະເລ ຄວາມຈິງແລ້ວ ຈຸດເຫຼົ່ານີ້ຈະເປັນເກາະໄປບໍ່ໄດ້ ເພາະດວງຕາເວັນນັ້ນຮ້ອນເຖິງ 5,515 ອົງສາ ເຊິ່ງເກີນກວ່າເກາະຈະຢູ່ໄດ້ ດວງຕາເວັນຮ້ອນຈົນທຸກສິ່ງທຸກຢ່າງ ໃນໂຕມັນແລະທຸກສິ່ງທີ່ຢູ່ເທິງມັນ ຈະລະລາຍກາຍເປັນແກ໊ສໄປໝົດ ໃນຂະນະທີ່ແກ໊ສເຊິ່ງຮ້ອນກຳລັງປິ່ນອ້ອມ ແກ໊ສທີ່ເຢັນກວ່າແລະນິ້ງກວ່າກໍຈະກໍ່ໂຕຂຶ້ນ ເປັນແຜ່ນໃຫຍ່ ນີ້ແຫຼະຄືຈຸດດຳໆ ໃນດວງຕາເວັນ.

ເຮົາຍັງຕ້ອງຮຽນຮູ້ອີກຫຼວງຫຼາຍ ກ່ຽວກັບຈຸດເທິງດວງຕາເວັນ ນັກວິທະຍາສາດຄົ້ນຄວ້າຮູ້ວ່າ ເທິງດວງອາທິດມີພາຍຸໄຟຟ້າ ອັນມະຫຶມາເກີດຂຶ້ນ ບາງເທື່ອພາຍຸເຫຼົ່ານີ້ຈະເຮັດໃຫ້ເກີດ ຈຸດດຳໆເຊິ່ງຈະຄົງຢູ່ດົນໄດ້ເປັນເດືອນ ຫຼືຫຼາຍກວ່ານັ້ນກໍໄດ້ ກ່ອນທີ່ມັນຈະສະຫຼາຍໂຕໄປ ຫຼືເຄື່ອນຜ່ານຜິວດວງຕາເວັນໄກອອກໄປ ຈົນເບິ່ງບໍ່ເຫັນ.

ຄ້າຍຄືວ່າຈະມີຈຸດໃນດວງຕາເວັນ ປາກົດຫຼາຍໆຄັ້ງໜຶ່ງໃນທຸກຮອບ 11 ປີ ແຕ່ກໍບໍ່ມີໃຜຮູ້ແທ້ຮູ້ຈິງວ່າ ເປັນຫຍັງມັນຈຶ່ງເປັນແນວນັ້ນ ເຮົາຮູ້ກັນວ່າ ມີສັນຍານວິທະຍຸ ອັນມີພະລັງມາຈາກດວງຕາເວັນ ໃນໄລຍະທີ່ກຳລັງເກີດພາຍຸໄຟຟ້າ ສັນຍານເຫຼົ່ານີ້ເປັນເຄື່ອງຂັດຂວາງ ຕໍ່ການສົ່ງຄື້ນວິທະຍຸໂທລະທັດເທິງໂລກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...