Homeຄວາມງາມເຮັດ​ສັນລະຍະ​ກຳ​ບໍລິເວນ​ກົ້ນ​ແຕ່​ເກີດ​ຜິດ​ຜາດ

ເຮັດ​ສັນລະຍະ​ກຳ​ບໍລິເວນ​ກົ້ນ​ແຕ່​ເກີດ​ຜິດ​ຜາດ

Published on

55_20150407170018.

       ນາງ ເລ​ເນ ທອນ​ເລີຍ ອາຍຸ 45 ປີ ອະ​ດີດ​ນັກ​ເຕັ້ນ​ໃຫ້​ສຳພາດ​ສື່​ເປີດ​ໃຈ​ກ່ຽວກັບ​ຄວາມ​ຜິດ​ພາດ​ໃນ​ການເຮັດ​ສັນລະຍະ​ກຳ​ພາດ​ຕິກ​ບໍລິເວນ​ກົ້ນຂອງ​ນາງຊຶ່ງ​ເຮັດໃຫ້​ນາງ​ສາມາດ​ພິກ​ກ້ອນ​ເນື້ອ​ດ້ານ​ໃນ​ກົ້ນ​ຂອງ​ຕົນເອງ​ໄດ້
ເລ​ເນ​ບອກວ່ານາງ​ເຮັດ​ສັນລະຍະ​ກຳ​ບັ້ນທ້າຍ​ໂດຍ​ການ​ໃສ່​ຊິ​ລິ​ໂຄນ​ເຂົ້າໄປ​ເສີມແຕ່​ຜົນ​ກັບ​ກາຍ​ເປັນ​ວ່າ ນາງ​ມີ​ອາການ​ພະຍາດ​ພູ​ມ​ຕ້ານ​ຕົນເອງ(Autoimmune disease)ຊຶ່ງ​ເຮັດໃຫ້​ມີ​ອາການ​ອິດ​ປວດ​ທ້ອງ ເນື່ອງ​ຈາກ​ຊິ​ລິ​ໂຄນ​ໄຫລ​ກັບ​ຂຶ້ນ​ໄປ​ທີ່​ຫລັງ​ແລະ​ໄຫລ​ລົງ​ມາ​ທີ່​ຕົ້ນ​ຂາ​ຂອງ​ນາງເລ​ເນ​ຈຶ່ງ​ຕັດ​ສິນ​ໃຈ​ໄປ​ຜ່າ​ຕັດ​ເອົາ​ຊິ​ລິ​ໂຄນ​ອອກແລະ​ໃຊ້​ວິທີ​ປູກ​ຖ່າຍ​ເນື້ອ​ເຍື່ອ​ບໍລິເວນ​ດັ່ງ​ກ່າວ​ແທນໂດຍ​ແພດ​ໄດ້​ສັ່ງ​ໃຫ້​ນາງ​ລະ​ມັດ​ລະ​ວັງ​ຢ່າງ​ຫລາຍ​ເປັນ​ເວລາ6ເດືອນ​ແຕ່​ນາງ​ບໍ່​ໄດ້​ເຮັດ​ຕາມ​ຄຳ​ສັ່ງ​ຢ່າງ​ເຄັ່ງຄັດເຮັດໃຫ້​ເນື້ອ​ບໍລິເວນ​ດັ່ງ​ກ່າວ​ມີ​ຄວາມ​ຜິດ​ພາດ​ສາມາດ​ພິກກັບ​ດ້ານ​ໄດ້ຈົນ​ນາງ​ອັດ​ຄິບ​ແລະ​ເຜີຍແຜ່​ລົງ​ໃນ​ເວັບ​ໄຊ“ຍູ​ທູບ”ຕັ້ງ​ແຕ່​ເດືອນ​ພະຈິກປີ2012 ເພື່ອ​ເປັນ​ອຸດ​ທານໃຫ້​ແກ່​ສາວໆທີ່​ກຳ​ລັງ​ສົນ​ໃຈ​ເຂົ້າ​ຮັບ​ການເຮັດ​ສັນລະຍະ​ກຳ​ເສີມ​ກົ້ນເນື່ອງ​ຈາກ​ຜົນ​ອາດ​ບໍ່​ໄດ້​ເປັນ​ໄປ​ຢ່າງ​ທີ່​ທຸກ​ຄົນ​ຄາດ​ຫວັງ​ທັງ​ໝົດ ເລ​ເນ​ສູນ​ເສຍ​ຄວາມຫມັ້ນ​ໃຈ​ຕໍ່​ຕົວ​ເອງ​ທັງ​ໝົດ​ໄປນາງ​ບໍ່​ຢາກ​ແຍງແວ່ນ​ອີກ​ແລະ​ຂະນະ​ນີ້​ອາການ​ຜິດ​ປົກກະຕິ​ຈາກ​ຊິ​ລິ​ໂຄນ​ທີ່​ນາງ​ເສີມ​ເທື່ອ​ທຳອິດກໍ​ຍັງ​ປາກົດ​ລົບກວນ​ເປັນ​ຄັ້ງຄາວສັນຍະ​ແພດ​ບາງ​ລາຍ​ກ່າວ​ວ່າການເຮັດ​ສັນລະຍະ​ກຳ​ພາດ​ຕິກ​ອາດນຳ​ມາ​ຊຶ່ງ​ອາການ​ຕິດ​ເຊື້ອແຜ​ເປັນທຳລາຍ​ລະບົບ​ປະສາດ​ແລະ​ດ້ານ​ຊາ​ໄດ້ດັ່ງ​ນັ້ນຄວນ​ຄິດ​ໃຫ້​ດີ​ກ່ອນ​ການເຮັດໂດຍ​ສະເພາະ​ການ​ຜ່າ​ຕັດ​ທີ່​ມີ​ຄວາມ​ຊັບ​ຊ້ອນ​ຢ່າງ​ຂອງ​ນາງ​ທອນ​ເລີ໌ຍ ຢ່າງໃດ​ກໍ​ຕາມ ການ​ສັນລະຍະ​ກຳ​ສ່ວນ​ຕ່າງໆຂອງ​ຮ່າງກາຍ​ກໍ​ບໍ່​ໄດ້​ມີ​ອັນຕະລາຍ​ທັງ​ໝົດ​ສະເໝີ​ໄປ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...