5 ອັນຕະລາຍຈາກການໃສ່ເກີບແຕະ ທີ່ສາວໆ ຄວນຮູ້

 

รองเท้าแตะขายส่ง

ບໍ່​ວ່າ​ໃຜ​ໆ ກໍ​ຕ້ອງ​ມີ​​ເກີບ​ແຕະ​ໄວ້​ໃນ​ຄອບຄອງ​ກັນ​ນຳ ຢ່າງ​ນ້ອຍ​ກໍ​ຄົນ​ລະ 1 ຄູ່ ຍິ່ງ​ເປັນ​ສາວໆ ກໍ​ຈະມີ​ເກີບ​ແຕະ​ແບບ​ແຟ​ເຊິນ​ກັນ​ອີກ​ຄົນ​ລະ​ຫລາຍ​ຄູ່ (ເຊິ່ງ​ສ່ວນ​ໃຫຍ່​ພື້ນ​ຮອງ​ເກີບມັກ​ຈະ​ບາງ ແລະ​ແຂງ) ບາງ​ຄົນ​ກໍ​ມີ​ກຽມ​ໄວ້​ທີ່​ຫ້ອງການ​ ສຳລັບ​ໃສ່​ສະ​ຫລັບ​ກັບ​ເກີບ​ສົ້ນ​ສູງ​​ທີ່​ໃສ່​ໄປ​ເຮັດວຽກ ເພື່ອຈະ​ໄດ້​ຍ່າງ​​ໄປ​ໃດ​ມາ​ໃດ​ໄດ້​ສະ​ດວກ​ກວ່າ ແຕ່​ຖ້າ​ຫາກວ່າ ​ທ່ານ​ເປັນ​ຄົນ​ໜຶ່ງ​ທີ່​​ໃສ່​ເກີບ​ແຕະ ​ໄປ​ໃສ​ມາ​ໃສ​ເປັນ​ປະຈຳ ບາງ​ທີ​ຄວາມ​ຄິດ​ທີ່​ວ່າ​ ມັນ​ໃສ່ງ່າຍ​ໃສ່​ສະບາຍ​ ການ​​ໃສ່​ເກີບ​ແຕະ​ເປັນ​ປະຈຳ ແລະ​ ໃສ່​ຕິດ​ຕໍ່​ກັນ​ຍາວນານ​ເກີນ​ໄປ ​ກໍ​ສາມາດ​ເກີດ​ໂທດ​ໄດ້​ເຊັ່ນ​ກັນ​ ແຕ່​ຈະເປັນຢ່າງໃດ​ນັ້ນ ມາ​ເບິ່ງ​ກັນ​ເລີຍ

1. ເກີບ​ແຕະ ​ຮອງ​ຮັບ​ຕີນ​ໄດ້​ບໍ່​ດີບໍ່

ພື້ນ​ເກີບ​ແຕະ​ ມັກ​ຈະ​ພື້ນລຽບ ຊຶ່ງ​ບໍ່​ເຂົ້າ​ກັບ​ສີ​ລະ​ຕາມ​ທຳມະຊາດ​ຂອງ​ຝາຕີນ ມັນ​ຈຶ່ງ​ບໍ່​ສາມາດ​ຮອງ​ຮັບ​ຝາຕີນ​ໄດ້​ດີ​ພຽງ​ພໍ ທັງ​ວັດ​ຖຸ​ສ່ວນ​ໃຫຍ່​ທີ່​ໃຊ້​ຍັງ​ເຮັດ​ມາ​ຈາກ​ຢາງ​ທີ່​ບໍ່​ເອື້ອອໍານວຍ​ໃຫ້​ເກີດ​ຄວາມ​ຮູ້ສຶກ​ສະບາຍ​ຕີນ​ເທົ່າໃດ ຈຶ່ງ​ສົ່ງ​ຜົນ​ໃຫ້​ເກີດ​ອາການ​ເຈັບ​ຝ່າ​ຕີນ ແລະ ​ສົ້ນ​ຕີນ​ຕາມ​ມາ​ໄດ້

2. ການ​​ໃສ່​ເກີບ​ແຕະ ມັນເປືອຍຕີນທ່ານ​​ຫລາຍ​ເກີນ​ໄປ

ເກີບ​ແຕະ​ ເບິ່ງ​ຄື​ໃສ່​ງ່າຍ ສະບາຍ​ໆ ເພາະ​ມັນ​ເປືອຍ​ຕີນ​ຂອງ​ທ່ານ ແຕ່​ຂະນະ​ດຽວ​ກັນ​ມັນ​ກໍ​ເຮັດໃຫ້​ຕີນ​ໄດ້​ສຳ​ຜັດ​ກັບ​ ສິ່ງ​ສົກກະປົກ​ໄດ້​ເຕັມ​ທີ່​ນໍາອີກ​ ບໍ່​ວ່າ​ຈະ​ເປັນ​ຝຸ່ນ​ ຂີ້ຕົມ ຫລື ​ນ້ຳ​ຂັງ ​ຈາກ​ພື້ນ​ຖະໜົນ ເຮັດໃຫ້​ອະໄວຍະວະ​ທີ່​ຮອງ​ຮັບ​ນ້ຳ​ໜັກ ແລະ ​ພາ​ທ່ານ​ຍ່າງ​ໄປ​ໃສ​ມາ​ໃສ​ ສ່ຽງ​ຕໍ່​ແບັກທີເລຍ ​ທີ​ຫລາຍກວ່າ 15, 000 ຊະນິດ ແລະ​ ຫາກ​ມີ​ບາດແຜ ຫລື​ ຮອຍ​ຂີດ​ຂ່ວນ​ເກີດ​ຂຶ້ນ​ທີ່​ຕີນ​ກໍ​ຈະ​ຍິ່ງ​​ໄປ​ກັນໃຫ່ຍ

3. ເຮັດໃຫ້​ມີ​ໂອ​ກາດ​ສ່ຽງ​ຈະ​ປະ​ສົບ​ອັນຕະລາຍ​ສູງ​ຂຶ້ນ

ເພາະ​ມັນ​ເປັນ​ເກີບ​ທີ່​ບໍ່​ໄດ້​​ຕິດ​ແໜ້ນ​ຢູ່​ກັບ​ຕີນ​ຄື​ກັບ​ເກີບ​ຫຸ້ມ​ສົ້ນ ເກີບແຕະ​ຈຶ່ງ​ສາມາດ​ເລື່ອນ​ຫລື ​ຫລຸດ​ຈາກ​ຕີນ​ໄປ​ໄດ້​ງ່າຍໆ ຊຶ່ງ​ນັ້ນ​ເຮັດໃຫ້​ທ່ານ​ມີ​ໂອ​ກາດ​ສ່ຽງ​ ທີ່​ຈະ​ມີອາການ​ບາດ​ເຈັບ​ຂອງ​ຕີນ ແລະ ​ຍັງ​ສ່ຽງ​ຕໍ່​ບາງ​ອຸບັດເຫດ​ທີ່​ຮ້າຍແຮງ​ນໍາອີກ ເຊັ່ນ ເມື່ອເກີບ​ຫລຸດ ​ຂະນະ​ຂ້າມ​ຫົນທາງ ຂະນະ​ ກຳ​ລັງ​ຂຶ້ນລົງ​ຂັ້ນ​ໄດ ຂະນະ​ກຳ​ລັງ​ກ້າວ​ຂຶ້ນ​ລົດ ຫລື​ ເກີບຫລຸດ​ ຂະນະ​ຂັບ​ລົດ ເປັນ​ຕົ້ນ

4. ເຮັດໃຫ້​ເກີດ​ອາການ​ບາດ​ເຈັບ​ຂອງ​ຂໍ້​ຕີນ ກະ​ໂພກ ແລະ ​ຫລັງ

ເນື່ອງ​ຈາກ​ພື້ນ​ເກີບ​ແຕະ ​ບໍ່​ສາມາດ​ຮອງ​ຮັບ​ຝ່າ​ຕີນ​ໄດ້​ຢ່າງ​ເໝາະ​ສົມ ເຮັດໃຫ້​ການ​ວາງ​ຕີນ​ຂອງ​ທ່ານ​ຈຶ່ງ​ບໍ່​ເປັນ​ໄປ​ຕາມ​ທຳມະຊາດ ເຮັດໃຫ້​ຕ້ອງ​ຈັງ​ຕີນ ຫລື​ ຍ່າງ​ດ້ວຍ​ການ​ວາງ​ຕີນ​ທີ່​ຜິດ​ຮູບ ແລະ ​ເມື່ອ​ເຮັດ​ຕິດ​ຕໍ່​ກັນ​ເປັນ​ເວລາ​ດົນ ​ກໍ່​ໃຫ້​ເກີດ​ອາການ​ບາດ​ເຈັບ​ຂອງ​ຂໍ້​ຕີນ​ ແລະ​ ກະ​ໂພກ​ໄດ້ ນອກ​ຈາກ​ນີ້​ຍັງ​ອາດ​ປະ​ສົບ​ບັນຫາ​ປວດ​ຫລັງ​ນໍາອີກ​

5. ເກີດ​ອາການ​ປວດ​ສົ້ນນ່ອງ

ພື້ນ​ທີ່​ຄ່ອນ​ຂ້າງ​ແຂງ ​ຂອງ​ເກີບ​ແຕະ ​ເຮັດໃຫ້​ເກີດ​ແຮງ​ກົດ​ຫລາຍ​ທີ່​ຝ່າ​ຕີນ​ ແລະ ​ສົ້ນ​ຕີນ ນອກ​ຈາກ​ເຮັດໃຫ້​ເຈັບຝ່າ​ຕີນ​ ແລະ ​ຮູ້ສຶກ​ເມື່ອຍ​ທີ່​ສົ້ນ​ແລ້ວ ຍັງ​ເຮັດໃຫ້​ເກີດ​ອາການ​ປວດ​ສົ້ນນ່ອງ​ໄດ້ເກີບ​ແຕະ ​ອາດຈະ​ເບິ່ງ​ມີ​ສີ​ສັນ ຕາມ​ແຟ​ເຊິນ ແລະ ​​ໃສ່​ງ່າຍ​ສະບາຍ​ຕີນ ແຕ່​ຫາກ​ທ່ານ​ໃສ່​ມັນ​ເປັນ​ປະຈຳ ແລະ​ ໃສ່​ຕິດ​ຕີນ​ຕະຫລອດ​ເວລາ​ແລ້ວ​​ ມັນ​ກໍ​ສ່ຽງ​ທີ່​ຈະ​ເຮັດໃຫ້​ທ່ານເກີດ​ອາການ​ບາດ​ເຈັບ​ຂອງ​ຝ່າ​ຕີນ ສົ້ນ​ຕີນ ນ່ອງ ແອວ ແລະ​ ຫລັງ ຕາມ​ມາ​ໄດ້ ນອກ​ຈາກ​ນີ້​ຍັງ​ສ່ຽງ​ກໍ່​ໃຫ້​ເກີດ​ອຸບັດເຫດ​ຮ້າຍແຮງ​ບາງ​ປະ​ການ​ນໍາອີກ

ຫາກ​ຕ້ອງ​ການ​ໃສ່​ເກີບ​ແຕະ ຄວນ​ເລືອກ​ເກີບ​ທີ່​ສົ້ນ​ບໍ່​ບາງ ບໍ່​ອ່ອນ​ ຫລື​ ແຂງ​ເກີນ​ໄປ ມີ​ພື້ນ​ເກີບ​ທີ່​ນຸ້ມ​ເຂົ້າ​ກັບ​ສີ​ ​ເພື່ອ​ຮັບ​ແຮງ​ກົດ​ຂອງ​ຝ່າ​ຕີນ​ໄດ້​ດີ ນອກ​ຈາກ​ນີ້​ກໍ​ຄວນ​ສະ​ຫລັບ​ສັບ​ປ່ຽນ​ກັບ​ການ​ໃສ່​ເກີບ​ປະ​ເພດ​ອື່ນ ທີ່​ສາມາດ​ຮອງ​ຮັບ​ຂອງ​ຕີນ ແລະ​ ປົກ​ປ້ອງ​ຕີນ​ໄດ້​ດີກວ່າ​