ສານປະເທດຝຣັ່ງ ຕັ້ງຂໍ້ຫາປະທານ IMF ຄະດີສໍ້ລາດບັງຫຼວງ

 

ຜູ້ອຳນວຍການກອງທຶນສາກົນ ຫຼື ໄອເອັມເອັບ (IMF) ຖະແຫຼງຖືກສານຂອງຝຣັ່ງຕັ້ງຂໍ້ຫາ ລະເລີຍການປະຕິບັດ

ໜ້າທີ່ ກ່ຽວກັບຄະດີສໍ້ລາດບັງຫຼວງເມື່ອ 6 ປີທີ່ແລ້ວ ໃນຂະນະທີ່ດຳລົງຕຳແໜ່ງເປັນລັດຖະມົນຕີການເງິນຂອງ

ປະເທດຝຣັ່ງ.

 

ທ່ານ ນາງ ຄຣິດສິນ ລາກາດ ຜູ້ອຳນວຍການກອງທຶນສາກົນ ໄດ້ຖະແຫຼງວ່າ ຕົນເອງຖືກສານຂອງຝຣັ່ງຕັ້ງຂໍ້ຫາ

ຢ່າງເປັນທາງການ ໃນຄວາມຜິດຖານລະເລີຍການປະຕິບັດໜ້າທີ່ ກ່ຽວກັບຄະດີສໍ້ລາດບັງຫຼວງ ເຊິ່ງເກີດຂຶ້ນເມື່ອ

6 ປີ ທີ່ແລ້ວ ໃນຂະນະທີ່ນາງດຳລົງຕຳແໜ່ງເປັນລັດຖະມົນຕີການເງິນຂອງຝຣັ່ງ, ທັງນີ້ ທ່ານ ນາງ ລາກາດ ຍັງ

ຄົງຢືນຢັນເຖິງຄວາມບໍລິສຸດໂປ່ງໃສຂອງທ່ານເອງ ແລະ ຢືນຢັນວ່າ ຈະບໍ່ມີແຜນລາອອກຈາກຕຳແໜ່ງປະທານ

ໄອເອັມເອັບ.

 

ທ່ານ ນາງ ລາກາດ ຍັງຖະແຫຼງອີກວ່າ ຄະນະກຳມະການສອບສວນຂອງສານຍຸດຕິທຳແຫ່ງສາທາລະນະລັດຝຣັ່ງ

ໄດ້ຕັດສິນໃຈທີ່ຈະດຳເນີນການສອບສວນຢ່າງເປັນທາງການ ພາຍໃຕ້ກົດໝາຍຂອງຝຣັ່ງ ແລະ ການຖືກສານ

ສັ່ງສອບສວນຢ່າງເປັນທາງການໃນຄັ້ງນີ້ ກໍປຽບໄດ້ກັບການຖືກຕັ້ງຂໍ້ຫາໃນເບື້ອງຕົ້ນ ເຊິ່ງໃນພາຍຫຼັງຈາກນັ້ນ

ຜູ້ພິພາກສາອາດຈະຍົກເລີກການສອບສວນ ຫຼື ບໍ່ກໍຕັ້ງຂໍ້ຫາຢ່າງເປັນທາງການ ແລ້ວຈິ່ງຈະເຂົ້າສູ່ຂະບວນການ

ພິຈາລະນາຄະດີຕໍ່ໄປ.