ເນມາ ເບີ້ນ2 ພາ ແຊມບ້າ ນ່ຳໂຄຣເອເຊຍ 3-1

 

ບານໂລກນັດເປີດສະໜາມ ບຣາຊິນ ພົບກັບ ໂຄຣເອເຊຍ ຜົນປາກົດວ່າ ບຣາຊິນເປັນຝ່າຍເອົາຊະນະໄປ 3-1 ປະຕູ ໂດຍໂຄຣເອເຊຍໄດ້ປະຕູນຳກ່ອນ 1-0 ຈາກການສະກັດບານເຂົ້າໂກນໂຕເອງຂອງ ມາເຊ ໃນນາທີ 11 ຈາກນັ້ນ ບຣາຊິນ ມາຍິງ 3 ປະຕູລວດ ເນມາ ຍິງ 2 ປະຕູ ນາທີ 29 ແລະຈຸດໂທດ ນາທີ 71 ແລະອອສກາ ໃນນາທີ 90 ຈົບເກມ ບຣາຊິນຊະນະ 3-1 ເກັບ 3 ແຕ້ມທຳອິດ ໃນບານໂລກຄັ້ງນີ້.

ຄ່ຳຄືນມື້ນີ້ຢ່າລືມຊົມນັດ:

ແມັກຊິໂກ ພົບກັບ ແຄມເມີຣູນ ໃນເວລາ 23:00 ນາທີ

ສະເປນ ພົບກັບ ເນເທີແລນ ໃນເວລາ 2:00 ນາທີ

ຊີລີ ພົບກັບ ອອສເຕເລຍ ໃນເວລາ 5:00 ນາທີ