Homeຂ່າວພາຍ​ໃນລາວ-ຈີນ ມອບ-ຮັບ​ຜູ້​ຕ້ອງ​ຫາ​ໃນ​ຄະດີຄ້າຂາຍ​ຢາ​ເສບ​ຕິດຂ້າມຊາດ

ລາວ-ຈີນ ມອບ-ຮັບ​ຜູ້​ຕ້ອງ​ຫາ​ໃນ​ຄະດີຄ້າຂາຍ​ຢາ​ເສບ​ຕິດຂ້າມຊາດ

Published on

 

ຕອນ​ເຊົ້າວັນ​ທີ 10 ມິຖຸນາ​ນີ້, ຕຳຫລວດ ຈີນ-ລາວ ​ໄດ້​ຈັດ​ພິທີ​ລົງ​ນາມ​ເພື່ອ​ມອບ​ຜູ້​ຕ້ອງຫາ​ໃນ​ຄະດີ​ຄ້າຂາຍ​ຢາ​ເສບ​ຕິດ​ລາຍ​ໃຫຍ່​ລະຫວ່າງ​ຊາດ​ແມ່ນ້ຳຂອງ “19 ມີນາ” ຢູ່​ສະໜາມ​ບິນ​ສາກົນ​ວັດ​ໄຕ ນະຄອນຫລວງ​ວຽງ​ຈັນ. ຜູ້​ຕ້ອງ​ຫາ 5 ຄົນ​ທັງ​ໝົດ​ຈະ​ຖືກ​ມອບ​ໃຫ້​ຕຳຫລວດ​ຈີນ ​ໂດຍ​ຜູ້​ຕ້ອງ​ຫາ 3 ຄົນ​ກຸ່ມ​ທຳ​ອິດ​ໃນ​ຄະດີ​ນີ້ ​ໄດ້​ຖືກ​ສົ່ງ​ຕົວ​ໄປຈີນ​ໃນ​ມື້ດຽວ​ກັນ. ອີກ 2 ຄົນ​ຖືກ​ນຳ​ສົ່ງ​ຕົວ​ໃຫ້​ຈີນ​ໃນ​ວັນ​ທີ 11 ມິຖຸນາ​ນີ້.

ວັນ​ທີ 19 ມີນາ 2013, ຈີນ-ລາວ ​ໄດ້​ມ້າງ​ຄະດີ​ການ​ຄ້າ ຂາຍ​ຢາ​ເສບ​ຕິດ​ລະຫວ່າງ​ຊາດ​ລາຍ​ໃຫຍ່​ຢູ່​ເຂດ​ແມ່ນ້ຳຂອງ ​ໄດ້​ຢຶດ ຢາ​ເສບ​ຕິດ 579,7 ກິ​ໂລ ກຣາມ ​ແລະ ຈັບ​ຕົວ​ຜູ້​ຕ້ອງ​ຫາ​ໄດ້ 5 ຄົນ. ການ​ມ້າງ​ຄະດີ​ນີ້ບໍ່​ພຽງ​ແຕ່​ເປັນ​ການ​ທັບ​ມ້າງ​ຄະດີ​ການ​ຄ້າຂາຍ​ຢາ​ເສບ​ຕິດ​ລະ ຫວ່າງ​ຊາດ​ລາຍ​ໃຫຍ່​ຄະດີ​ທຳ​ອິດນັບ​ແຕ່​ ຈີນ-ລາວ ​ເລີ່​ມດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ

​ຮ່ວມ​ຢູ່ເຂດ​ແມ່ນ້ຳ ຂອງ​ເທົ່າ​ນັ້ນ ຍັງ​ແມ່ນ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ​ທີ່​ໄດ້​ຮັບ ໂດຍ​ນຳ​ໃຊ້​ກົນ​ໄກ​ຮ່ວມ​ມື​ປະຕິ ບັດ​ກົດໝາຍ​ດ້ວຍ​ຄວາມ​ປອດ​ໄພ​ຢູ່​ເຂດ​ແມ່ນ້ຳຂອງ ພາຍຫລັງ​ໄດ້​ມ້າງ​ຄະດີ “5 ຕຸລາ” ຢ່າງ​ສຳ​ເລັດ​ຜົນ ​ເຊິ່ງສາມາດ​ປາບ​ປາມ​ອາ​ຊະ​ຍາ​ກຳ​ກ່ຽວ​ກັບ​ຢາ​ເສບ​ຕິດ​ລະ ຫວ່າງ​ຊາດ​ຢູ່​ເຂດ “3 ຫລ່ຽມ​ຄຳ” ​ແມ່ນ້ຳຂອງ​ໃຫ້​ຫລຸດຜ່ອນ​ລົງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...