ເລື່ອງສັ້ນລາງວັນທີ 2 ວັນນະກຳສ້າງສັນ ສະຫຼອງປະເທດລາວຄົບຮອບ 35 ປີ ໂດຍ: ຊຽງກະເລັນ ບ້ານນາ
ຖ້າຖາມວ່າ ຄັນເລືອກເກີດໄດ້ທ່ານຈະເລືອກບ່ອນເກີດຄືແນວໃດ? ຄຳຕອບຂອງຫຼາຍໆຄົນກໍຄົງຈະຄ້າຍຄືກັນ ນັ້ນກໍຄືຖິ່ນຖານອັນອຸດົມສົມບູນ, ມີຄວາມກ້າວໜ້າ, ມີຖະໜົນຫົນທາງອັນກວ້າງໃຫຍ່ໄພສານ, ມີໂຮງໝໍ, ໂຮງຮຽນ, ມີໄຟຟ້າ ຫຼືເກີດໃນຄອບຄົວທີ່ພຽບພ້ອມໄປດ້ວຍຊັບສິນສົມບັດ ມີເຮືອນງາມໃຫ້ຢູ່, ມີລົດລາຄາແພງໆໃຫ້ຂີ່ ແລະມີເງິນໃຊ້ຈ່າຍແບບບໍ່ອັ້ນ. ກົງກັນຂ້າມກໍຄົງບໍ່ມີໃຜປາຖະໜາຢາກເກີດມາໃນທ້ອງຖິ່ນອັນທຸລະກັນດານ, ປ່າເຂົາລຳເນົາໄພ, ຫ່າງໄກສອກຫຼີກ ຫຼືເກີດໃນຄອບຄົວອະນາຖາ, ບໍ່ມີເງິນສົ່ງເສຍໃຫ້ໄດ້ຮຽນສູງໆ, ບໍ່ມີວຽກເຮັດງານທຳ, ແຕ່ສຸດທ້າຍກໍຕ້ອງລົງເອີຍດ້ວຍຄຳວ່າ ເລືອກເກີດບໍ່ໄດ້ ນັ້ນກໍໝາຍຄວາມວ່າ ເມື່ອເກີດມາແລ້ວເຖິງຈະຢູ່ໃນສະພາບໃດກໍຕ້ອງດິ້ນຮົນເພື່ອເອົາຕົວລອດ ແລະກໍບໍ່ໄດ້ໝາຍຄວາມວ່າບຸກຄົນທີ່ດິ້ນຮົນດ້ວຍເຫື່ອແຮງຂອງຕົນ ຈົນບາງເທື່ອໄດ້ເອົາກຽດສັກສີ, ພົມມະຈາລີ ລວມທັງເລືອດເນື້ອເຂົ້າແລກປ່ຽນ ນັ້ນບໍ່ມີແນວຄິດຈິດໃຈ ຫຼືບໍ່ຮູ້ຈັກລະອາຍຕໍ່ສັງຄົມ ແຕ່ເຂົາກະທຳລົງໄປກໍເພື່ອຕົນເອງແລະຄອບຄົວຢູ່ລອດ ໃນສັງຄົມທີ່ພວມມີການຂັດແຍ້ງແຂ່ງກັນກັນສູງ.
ທ່າມກາງການຈະລາຈອນຕາມທ້ອງຖະໜົນຂອງນະຄອນຫຼວງວຽງຈັນ ແອອັດພໍສົມຄວນເພາະເປັນເວລາເລີກຈາກໜ້າວຽກໜ້າງານຂອງຜູ້ຄົນ. ລົດກະບະໄຮລັກວີໂກ້ແລ່ນມາແຕ່ໄຟແດງທາດຝຸ່ນຢ່າງໄວ ເພື່ອຈະລ້ຽວຊ້າຍໄປທາງປະຕູໄຊ ແຕ່ບັງເອີນມີລົດຈັກຄັນໜຶ່ງແລ່ນມາແຕ່ທາງປະຕູໄຊ ເພື່ອຈະລ້ຽວຊ້າຍໄປທາງໂພນໄຊ ລົດຈັກຄັນດັ່ງກ່າວພະຍາຍາມລ້ຽວຊ້າຍມາຫຼາຍໆເພື່ອຫຼີກຈາກແລວຂອງລົດກະບະ ແຕ່ລົດກະບະກໍລ້ຽວຂວາມາຫຼາຍໆເພື່ອຫຼີກລົດຈັກ ຜົນສຸດທ້າຍກໍບໍ່ເວັ້ນລົດຈັກຄັນນັ້ນຍົນເຂົ້າໃສ່ຫົວລົດກະບະຄັນດັ່ງກ່າວດັງ ໂຄມ!! ບາດແຮງໆ
“ຫູ້ !! ຊິລ້ຽວມາຫາຕາຍອີ່ຫຍັງທາງນີ້ !” ຊາຍເຈົ້າຂອງລົດກະບະໂວຍວາຍທັງເປີດປະຕູລົດລົງມາ ໃນຂະນະທີ່ຊາຍຜູ້ໜຶ່ງກຳລັງນອນໝົດສະຕິຢູ່ກາງຖະໜົນ. ຜູ້ຄົນຈຳນວນຫຼວງຫຼາຍຫຸ້ມເບິ່ງ ແຕ່ກໍບໍ່ມີໃຜກ້າທີ່ຈະເອົາຊາຍຄົນນັ້ນໄປໂຮງໝໍ. ບາງຄົນກໍວ່າ “ຢ່າເຂົ້າໃກ້ເດີ ຈັກໜ້ອຍເຂົາຊິວ່າເຮົາເປັນຜູ້ຕຳໃດ໋ !”, ບາງຄົນກໍວ່າ “ຊ່ວຍລາວແດ່ແມ໋ ພາກັນເບິ່ງເສີຍຢູ່ເຮັດຫຍັງ !”, ພວກທີ່ໂບກລົດທີ່ກາຍທາງມາກໍຖືກປະຕິເສດ “ເຂົາເຈົ້າຢ້ານຕາຍໃສ່ລົດເຂົາ ເຂົາຢ້ານຊວຍ, ບໍ່ຄືແມ່ມານໃດ! ພວກໂຊເຟີ້ລົດເຂົາວ່າຖ້າແມ່ມານເກີດລູກໃສ່ລົດແມ່ນຈະເຮັດໃຫ້ລົດເຮັງ, ຫາເງິນຫາຄຳງ່າຍ” ແມ່ຕູ້ຍ່າງຂ້າງທາງເວົ້າຂຶ້ນ.
“ໂອ້ຍ! ຄັນຈັ່ງຊັ້ນຄົນເຈັບກາຕາຍກ່ອນຫັ້ນຕີ!, ຊ່ວຍຄົນເຈັບໃຫ້ພຸ້ນຈາກຄວາມຕາຍກາໄດ້ບຸນຫຼາຍຄືກັນຫັ້ນແລ້ວ, ຢ່າພາກັນເຊື່ອແນວບໍ່ສົມຄວນເຊື່ອຫຼາຍ” ຍິງຜູ້ໜຶ່ງອາຍຸປະມານ 30 ປີ ເວົ້າຂຶ້ນ ກ່ອນຜູ້ຊາຍຄົນນັ້ນຈະຖືກສົ່ງໄປໂຮງໝໍດ້ວຍລົດຄັນໜຶ່ງ.
– “ເປັນຈັ່ງໃດອ້າຍຄຳໃສ ຮູ້ສຶກໂຕແລ້ວບໍ? ອ້າຍບໍ່ຕ້ອງຢ້ານຫຍັງເດີ່ ທ່ານໝໍເພິ່ນວ່າອ້າຍພົ້ນຂີດອັນຕະລາຍແລ້ວ” ແມ່ຍິງທີ່ຢູ່ຂ້າງຕຽງເວົ້າຂຶ້ນຄ່ອຍໆ
– “ເອິ…ອະ…ແມ່ນໃຜເອົາອ້າຍມານີ້” ຜູ້ຊາຍຜູ້ນັ້ນເວົ້າຂຶ້ນມາດ້ວຍສຽງແຫບເຄືອ.
– “ກາ…ນ້ອງນີ້ລະເປັນຜູ້ເອົາມາ, ນ້ອງເຫັນອ້າຍນອນໝົດສະຕິຢູ່ກາງທາງ ທີ່ມີຄົນຫຸ້ມເບິ່ງຢູ່, ນ້ອງກໍເລີຍຂໍຮ້ອງເຂົາເຈົ້າເອົາອ້າຍຂຶ້ນລົດນ້ອງ ແລ້ວພາມາສົ່ງໂຮງໝໍນີ້ລະ”
– “ຂອບໃຈນ້ອງຫຼາຍໆເດີ ທີ່ຊ່ວຍເຫຼືອຊີວິດອ້າຍເອົາໄວ້, ອ້າຍບໍ່ຮູ້ວ່າຊິຕອບບຸນແທນຄຸນນ້ອງແນວໃດຈຶ່ງຊິເໝາະສົມ”
– “ບໍ່ເປັນຫຍັງດອກອ້າຍຄຳໃສ ນ້ອງເຫັນອ້າຍຟື້ນມານ້ອງກໍດີໃຈແລ້ວ, ນ້ອງຈະໂທຫາຄອບຄົວຂອງອ້າຍ. ຄ່າໃຊ້ຈ່າຍໃນການນອນໂຮງໝໍແລະສ້ອມແປງລົດ ທັງລົດອ້າຍແລະລົດເຂົາເຈົ້ານັ້ນ ນ້ອງຂໍຮັບຜິດຊອບແທນ, ເພາະ….”
– “ອ້າວ! ເປັນຫຍັງນ້ອງຈຶ່ງມາຮັບຜິດຊອບຄ່າໃຊ້ຈ່າຍໝົດທຸກຢ່າງ, ອີກອັນໜຶ່ງກໍບໍ່ແມ່ນອ້າຍເປັນຄົນຜິດ ເຮົາຕ້ອງໃຫ້ເຂົາເຈົ້າຫັ້ນຕີ ເປັນຜູ້ມາຈ່າຍຄ່າຢຸກຄ່າຢາ ພ້ອມທັງຕ້ອງແປງລົດໃຫ້ເຮົາພ້ອມ”
– “ອ້າຍຄຳໃສ.!… ຕຳຫຼວດເພິ່ນວ່າອ້າຍເປັນຜູ້ຜິດ ເພາະໃນເວລາເກີດເຫດນັ້ນ ອ້າຍມາແຕ່ທາງນ້ອຍ, ສ່ວນເຂົານັ້ນມາແຕ່ທາງໃຫຍ່ ພ້ອມທັງຍັງແມ່ນທາງເບື້ອງຂວາຂອງອ້າຍອີກ. ສ່ວນສາເຫດໃດນ້ອງຈຶ່ງຮັບຊ່ວຍເລື່ອງຄ່າໃຊ້ຈ່າຍນັ້ນມັນຍາວ, ບາດອ້າຍຫາຍດີແລ້ວນ້ອງຈຶ່ງຈະເລົ່າໃຫ້ຟັງ”.
—===000===—
ຄ່ຳຄືນໜຶ່ງຂອງປີ 2001 ອາກາດເໜັບໜາວພໍສົມຄວນ ຄຳໃສ ເລັ່ງລົດຈັກອອກຈາກຮົ້ວຫໍພັກຢ່າງໄວວາ ໂດຍບໍ່ຫົວຊາກັບອາກາດທີ່ໜາວເຢັນຫຍັງໝົດ, ຜູ້ຄົນທີ່ຢືນອ້ອມກອງໄຟ ພາກັນ ຫຼຽວໄປທາງສຽງລົດຄັນນັ້ນ ໄດ້ເຫັນຕັ້ງແຕ່ຄວັນ ບາງຄົນກໍເອີ້ນດ່າມັນພ້ອມ.
– “ແມ່ນຟ້າວໄປຕີເສິກຕີເສືອທາງໃດມັນເດ້!” ຊາຍໜຸ່ມຜູ້ໜຶ່ງເວົ້າຂຶ້ນ
– “ມັນຊິໄປຕີເສິກຕີເສຍຫຍັງມັນ ມັນຟ້າວໄປຮ້ານເບຍຫອມ ນ໋າຫັ້ນນ໋າ!” ຊາຍໜຸ່ມຜູ້ທີ່ສອງເວົ້າຂຶ້ນ
– “ແມ່ນຫຍັງເບຍມີຫຼາຍຊະນິດແທ້ຫວ໋າ, ເບຍຫອມກາມີຊັ້ນເບາະ! ?”
ຊາຍໜຸ່ມຜູ້ທີໜຶ່ງຫົວຂຶ້ນ “ຮາ!..ໆ..! ເບຍມັນກາມີແຕ່ເບຍດຽວຫັ້ນລະ, ອັນເບຍຫອມນັ້ນແມ່ນທັງດື່ມເບຍແດ່ ກໍໄດ້ຫອມ ໄດ້ກອດໄປນຳພ້ອມ”
– “ໂອ໋… ຫວ໋າ… ຄິດວ່າເບຍຫອມຄືນ້ຳໝາກພ້າວນີ້ຊັ້ນດອກ!”
ຄຳໃສເປັນຊາຍໜຸ່ມທີ່ຂຶງຂັງມັງມໍ, ກ້າມແຄ່ງກ້າມຂາເປັນຫຼຳເປັນກ້ອນ, ຕື່ນນອນແຕ່ລະມື້ກໍແມ່ນ ແປດໂມງຍັງພຸ້ນລະໄປ໋ ໄຄແດ່ແຕ່ຫໍພັກຢູ່ໃກ້ກັບໂຮງຮຽນ ແຕ່ປານນັ້ນກໍຍັງເຂົ້າຫ້ອງຊ້າເກືອບທຸກມື້. ແຕ່ຖ້າມີຊຸມມີແຊວຢູ່ໃສກໍແມ່ນເພິ່ນມີໜ້າກ່ອນໝູ່, ເບິ່ງເຂົາແລ້ວຄືຄົນບໍ່ມີຫົວໃຈນີ້ລະ ແຕ່ລະມື້ມີແຕ່ຫຼິ້ນກັບກິນ, ໄປໂຮງຮຽນກໍໄປພໍແລ້ວຮີດ, ຕອນແລງກໍພໍແຕ່ມືດເພິ່ນກໍບິດຄັນເລັ່ງດັງຄັບບ້ານຄັບເມືອງເຂົ້າໄປຫຼິ້ນແຖວໃນເມືອງພຸ້ນ ກວ່າຈະກັບກໍຕ້ອງສາມສີ່ໂມງເຊົ້າ, ດີແຕ່ວ່າພໍ່ແມ່ເປັນຄົນມີເງິນ ເຂົາຈຶ່ງຍຸທ່າງຫຼິ້ນຍຸທ່າງກິນ.
ຮ້ານຂາຍເບຍຮ້ານໜຶ່ງປະດັບເອ້ດ້ວຍດອກໄຟສີລະຍິບລະແຍັບ, ຢູ່ທາງໃນມີໂຕະອາຫານຢູ່ສາມສີ່ໜ່ວຍ, ຢູ່ແຈເບື້ອງຊ້າຍມືຂອງປະຕູແມ່ນໂຊຟາ, ແສງສະຫວ່າງໃນຮ້ານພໍລົວໆ, ຫຼຽວເຫັນໜ້າກັນເປັນບາດຕາມຈັງຫວະຂອງດອກໄຟ.
– “ເຈ້ໆ!… ເບຍສອງ ນ້ຳກ້ອນໜຶ່ງ” ຄຳໃສ ຍົກມືເບື້ອງໜຶ່ງຂຶ້ນ ຊີ້ນິ້ວອອກເປັນງ່າມແຖມດ້ວຍນິ້ວໂປ້ຢູ່ຫວ່າງກາງ.
– “ເຈົ້າ..!.. ຖ້າບຶດໜຶ່ງເດີເຮຍ” ເຈ້ ເຈົ້າຂອງຮ້ານຕອບພ້ອມທັງສົ່ງສັນຍານໃຫ້ຜູ້ສາວເອົາເບຍແລະນ້ຳກ້ອນມາໃຫ້.
– “ອ້າຍ ບໍ່ເອົາຂອງແກ້ມແດ່ຫວ໋າ, ກິນເບຍບໍ່ມີຂອງແກ້ມ ກໍປານນອນຍາມໜາວບໍ່ມີສາວກອດຫັ້ນຕີ໋ອ້າຍ..!”
ຄຳໃສ ທັງຍິ້ມທັງຄິດໃນໃຈວ່າ “ອັນເອີ້ນໝູ່ເປັນອ້າຍຫັ້ນນ໋າ ເບິ່ງໜ້າເຖົ້າກວ່າແມ່ຊ້ຳອີກ ຊິໃຫ້ຂ້ອຍເອີ້ນເຈົ້າເປັນນ້ອງໄດ້ຈັ່ງໃດ”
– “ເອົາຫອມແກ້ມດີກວ່າ… ເລືອກເອົາໃບອ່ອນໆແດ່ເດີ ອາຍຸອ່າວຫຼາຍແລ້ວແຂ້ວບໍ່ຄ່ອຍດີ”
– “ຈັ່ງໃດກາໄດ້ອ້າຍ ແຕ່ລຸ້ນທີ່ໃບຍັງອ່ອນມັນຫາຍາກ ລາຄາກໍຂ້ອນຂ້າງແພງ” ເຈ້ເຈົ້າຂອງຮ້ານເວົ້າແລ້ວກໍຍ່າງເຂົ້າໄປອີກຫ້ອງໜຶ່ງ.
ບໍ່ພໍສອງນາທີທຸກຢ່າງກໍພຽບພ້ອມ ທັງເບຍນ້ອງມືອ່ອນທີ່ມີໃບໜ້າສົດໃສ ເບິ່ງຊົງແລ້ວກໍບໍ່ຄືສາວທີ່ບໍລິການຢູ່ຕາມຮ້ານແບບນີ້ພໍປານໃດ
– “ຂໍໂທດ ນ້ອງຊື່ຈັ່ງໃດ ບອກອ້າຍໄດ້ບໍ ພໍໄດ້ຮ້ອງງ່າຍ”
– “ນ້ອງຊື່ດາວ, ອ້າຍເດຊື່ຫຍັງ?”
– “ອ້າຍຊື່ຄຳໃສ, ນ້ອງມາເຮັດວຽກຢູ່ນີ້ດົນປານໃດແລ້ວ?”
– “ນ້ອງຫາກໍ່ມາບໍ່ທັນຮອດອາທິດຊ້ຳ”
– “ໂອ… ຫວ໋າ, ຈັ່ງຊີ້ລະອ້າຍມັກ“ ຄຳໃສທັງເວົ້າ ທັງຍົກມືເບື້ອງທີ່ໜີບກອກຢາຂຶ້ນມາລູບປາກຂອງໂຕເອງ ດ້ວຍທ່າທີອ່ານກິນແນວໃດກໍແນວນັ້ນ.
ນ້ອງດາວສາວບ້ານນາທີ່ຫາກໍມາພໍ້ແສງສີບໍ່ພໍເທົ່າໃດມື້ ຊວນຄຳໃສຍົກຈອກນີ້ຈອກໃໝ່ ພ້ອມທັງປ່ອຍຄາລົມອັນໜ້າຮັກແບບໄຮ້ດຽງສາ ປາສະຈາກເລ່ລ່ຽມໃດໆ.
ຍິ່ງດື່ມຍິ່ງແຊບ, ຍິ່ງເດິກຍິ່ງໜາວ, ຍິ່ງໜາວຍິ່ງຍັບເຂົ້າ ແຕ່ຄຳໃສກໍຕ້ອງແປກໃຈເມື່ອດາວເຫັນຄຳໃສຍັບເຂົ້າ ເຂົາຊ້ຳພັດຍັບອອກ. ຄຳໃສພະຍາຍາມປະຕິບັດການດ້ວຍມືອັນເປື້ອນດ້ວຍນ້ຳເຫຼົ້ານ້ຳເບຍຢ່າງຖະໜັດ ແຕ່ດາວກໍພະຍາຍາມປ້ອງກັນຕົນເອງໄວ້ເພື່ອບໍ່ໃຫ້ຄຳໃສລວນລາມເກີນຂອບເຂດ.
– “ເຈົ້າເປັນຫຍັງ, ເຈົ້າບໍ່ເຕັມໃຈບໍລິການຂ້ອຍຫວ໋າ?” ຄຳໃສໂວຍວາຍຂຶ້ນ ພ້ອມທັງສົ່ງສາຍຕາສະແດງອາການຂົ່ມຂູ່.
– “ນ້ອງຂໍໂທດ, ນ້ອງໃຫ້ອ້າຍລວນລາມຕາມໃຈມັກບໍ່ໄດ້ດອກ”
– “ເປັນຫຍັງຈັ່ງບໍ່ໄດ້, ເຈົ້າຢ້ານຫຍັງ… ຢ້ານຂ້ອຍບໍ່ມີເງິນຈ່າຍໃຫ້ເຈົ້າຫວ໋າ?”
– “ບໍ່ແມ່ນຢ້ານອ້າຍບໍ່ມີເງິນ, ແຕ່ນ້ອງຢ້ານ…” ດາວທັງເວົ້າທັງສັ່ນທົດໆ
– “ຢ້ານຫຍັງ.!.!.. ຫຼືເຈົ້າລັງກຽດຂ້ອຍຫວ໋າ, ເບິ່ງຊິລາຍງານເລື່ອງເຈົ້າໃຫ້ເຈ້ຟັງເດີ່”
– “ໂອ້ຍ! ຂໍນຳເທາະອ້າຍ ຄັນເອື້ອຍເພິ່ນຮູ້ຢ້ານເພິ່ນຊິຮ້າຍຊິດ່ານ້ອງ” ດາວນົບມືຂໍຮ້ອງ
– “ຄັນເຈົ້າບໍ່ມັກເລື່ອງແບບນີ້ ເຈົ້າຄືມາເຮັດວຽກຢູ່ນີ້?”
– “ກະ…!. ບໍ່ແມ່ນນ້ອງຢາກເຮັດວຽກແນວນີ້, ແຕ່ນ້ອງບໍ່ຮູ້ວ່າຢູ່ບ່ອນນີ້ຕ້ອງເຮັດວຽກຄືຈັ່ງຊີ້, ຖ້າບໍ່ດັ່ງນັ້ນນ້ອງກໍບໍ່ມາດອກ ອ້າຍເອີຍ! ເມື່ອມານີ້ແລ້ວນ້ອງຊິກັບເມືອບ້ານມືເປົ່າກໍຄືວ່າເຮັດໃຫ້ພໍ່ແມ່ຜິດຫວັງໂພດ, ດຽວນີ້ແມ່ນແຕ່ເງິນຈະຈ້າງລົດກັບບ້ານກໍຍັງບໍ່ມີ !”
– “ອ້າວ ກະດຽວວ່າມາເຮັດວຽກແບບນີ້ມັນໄດ້ເງິນດີ ບໍ່ແມ່ນຫວ໋າ?“
“ໂອ້ຍ ! ຊິໄດ້ດິບໄດ້ດີຈັ່ງໃດເດ້ ອ້າຍເອີຍ ! ຂາຍເບຍແກ້ວໜຶ່ງນ້ອງກໍໄດ້ເປີເຊັນສອງພັນກີບ ອ້າຍວ່ານ້ອງຕ້ອງຂາຍເບຍຈັກແກ້ວຈັ່ງຊິໄດ້ເງິນພໍທີ່ຈະໃຫ້ຄ່າລົດກັບບ້ານ”
– “ບໍ່ຍາກຖ້າຢາກໄດ້ເງິນກັບບ້ານ ທະແນມແຕ່ວ່າຕອບສະໜອງຕາມທີ່ຂ້ອຍຕ້ອງການ”
– “ໂອ້..! ຄັນອ້າຍມີວຽກດີໆໃຫ້ນ້ອງເຮັດກໍແນະນຳນ້ອງແດ່ ”
– “ເອີ…ກະ… ມື້ນີ້ໄປນອນນຳຂ້ອຍ !… ” ຄຳໃສເວົ້າອອກມາແບບໜ້າຕາເສີຍ
– “ໂອຍ !… ນ້ອງໄປນຳອ້າຍບໍ່ໄດ້ດອກອ້າຍເອີຍ, ຂໍນຳທ້ອນ ນ້ອງໄປນຳບໍ່ໄດ້ ນ້ອງຢ້ານ !…”
– “ເປັນຫຍັງຈັ່ງບໍ່ໄດ້” ເຈ້ ເຈົ້າຂອງຮ້ານເວົ້າຂຶ້ນພາຍຫຼັງທີ່ຈອບຟັງການຖົກຖຽງກັນຂອງຄຳໃສກັບດາວມາດົນແລ້ວ. “ບໍ່ໄດ້ກໍຕ້ອງໄດ້ ! ມັນຊິຍາກຫຍັງ ທະແນມແຕ່ທົນດົມກິ່ນເຫຼົ້າກິ່ນເບຍ ກິ່ນຢາສູບໃຫ້ໄດ້ແລ້ວ ທຸກຢ່າງມັນກໍຫາກເປັນໄປເອງດອກ”
– “ເອື້ອຍເອີ້ຍ..!.. ນ້ອງຂໍນຳທ້ອນ ນ້ອງເຮັດແບບນັ້ນບໍ່ໄດ້ດອກ, ນ້ອງອາຍສັງຄົມ ອາຍເທວະດາ ແລະກໍລະອາຍໃຈໂຕເອງ”
– “ມຶງຊິຕາຍຍ້ອນອາຍຫັ້ນລະ ເຮັດແນວຊິໄດ້ເງິນໄດ້ຄຳກໍຕ້ອງອົດຕ້ອງທົນແດ່ຫັ້ນລະ”
– “ກໍແມ່ນຢູ່ດອກເອື້ອຍ, ຖ້າມັນເປັນວຽກທີ່ຜ່ອງໃສຂາວສະອາດ ເຖິງຈະໜັກໜາສາຫັດສ່ຳໃດນ້ອງກໍຊິອົດທົນເຮັດ”
– “ມຶງຊິວ່າອາຊີບນີ້ບໍ່ບໍລິສຸດຊັ້ນຫວ໋າ!, ອາຊີບນີ້ບໍ່ໄດ້ໄປລັກໃຜມາກິນເດີ ກູຊິບອກໃຫ້!”
– “ແຕ່ນ້ອງເຫັນວ່າອາຊີບນີ້ເປັນອາຊີບທີ່ສັງຄົມຍອມຮັບບໍ່ໄດ້”
– “ເປັນຫຍັງຈັ່ງບໍ່ໄດ້ ມີແຕ່ມຶງຫັ້ນລະຮັບບໍ່ໄດ້, ຄັນຮັບບໍ່ໄດ້ເຂົາຊິຕັ້ງຮ້ານຂຶ້ນມາບໍ?”
– “ກໍຫາກແມ່ນຢູ່ດອກເອື້ອຍເອີຍ! ແຕ່ເອື້ອຍກໍຕັ້ງຮ້ານຂາຍເບຍຕີ ບໍ່ໄດ້ຕັ້ງຮ້ານແນວອື່ນຕີ໋ !…”
– “ມຶງຢ່າມາຖຽງ ຄັນມຶງເກັ່ງເປັນຫຍັງມຶງຈຶ່ງມາເຮັດວຽກຢູ່ນີ້”
– “ບໍ່ແມ່ນນ້ອງຖຽງ ຄັນນ້ອງຮູ້ວ່າໃຫ້ມາເຮັດວຽກແບບນີ້ ຈ້າງນ້ອງກໍບໍ່ມາດອກ, ຢູ່ບ້ານເຮັດໄຮ່ເຮັດສວນ ກັບພໍ່ແມ່ນ້ອງ ກໍຍັງມີຄວາມສຸກດີກວ່ານີ້”
– “ເອີຄັນມຶງມັກຈັ່ງຊັ້ນກູູກະຊິໃຫ້ມຶງຢ່າງສົມໃຈ,… ມຶງກຽມເອົາເຄື່ອງຂອງມຶງໜີອອກຈາກຮ້ານກູໄປແຕ່ດຽວນີ້” ເຈ້ເຈົ້າຂອງຮ້ານເວົ້າແລ້ວກໍຈັບເອົາຖົງເຄື່ອງຂອງດາວຖິ້ມໃຫ້ດາວທັນທີ.
ດາວທັງເກັບເອົາເຄື່ອງໃສ່ຖົງທັງຮ້ອງໄຫ້ຢ່າງໜ້າອີ່ດູຕົນ, ຄວາມຫວັງທີ່ດາວວາດຝັນມາແຕ່ບ້ານຄືມາຊອກວຽກເຮັດງານທຳເພື່ອຈະໄດ້ສົ່ງເງິນໃຫ້ພໍ່ແມ່ເດືອນລະເລັກລະໜ້ອຍ ແຕ່ດາວໂຊກຮ້າຍທີ່ຖືກຕົວະໃຫ້ມາເຮັດວຽກທີ່ຕົນເອງຖືວ່າເປັນວຽກທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີລາວ, ກາງຄ່ຳຍາມຄືນຂະໜາດນີ້ດາວຊິໄປທາງໃດ, ດາວຊິກັບບ້ານໄດ້ຈັ່ງໃດ, ພໍ່ແມ່ຂອງດາວຢູ່ບ້ານຄືຊິຄິດວ່າດາວຄົງຈະໄດ້ວຽກດີມີເງິນເດືອນ ແຕ່ອະນິດຈາ ດາວຕ້ອງມາຕົກຢູ່ໃນສະພາບແບບນີ້, ອາຊີບເສີມສວຍທີ່ມີໃນໃຈຄົງຈະບໍ່ປະສົບຜົນສຳເລັດ, ໃຜເດຈະມາຊ່ວຍເຫຼືອດາວ, ອະນາຄົດຂອງດາວຈະເປັນຈັ່ງໃດໃຜຊິຮູ້… ຂ້ອຍໄດ້ແຕ່ພາວະນາຂໍໃຫ້ດາວຈົ່ງໄດ້ໃນສິ່ງທີ່ເຂົາປາຖະໜາ
-“ດາວ… ນ້ອງຕັ້ງໃຈດີໆ ຟັງອ້າຍເວົ້າເດີ, ນ້ອງບໍ່ຕ້ອງຢ້ານອ້າຍອີກ ອ້າຍເຮັດຫຍັງໃຫ້ນ້ອງບໍ່ໄດ້ແລ້ວລະ, ຖ້ານ້ອງບໍລິສຸດຜຸດຜ່ອງແທ້, ຕ້ອງການເຮັດວຽກແທ້ ອ້າຍອາດຈະຊ່ວຍເຫຼືອນ້ອງໄດ້, ດຽວນີ້ອ້າຍຮູ້ແລ້ວວ່າຫົວໃຈນ້ອງເປັນແນວໃດ, ອ້າຍກໍເປັນຄົນມາແຕ່ບ້ານນອກຄືກັນ ອ້າຍເຂົ້າໃຈນ້ອງດີ ແລ້ວອ້າຍຊິພານ້ອງໄປຫາວຽກທີ່ນ້ອງຢາກເຮັດໃຫ້ໄດ້…” ຄຳໃສເວົ້າໃຫ້ກຳລັງໃຈ ພ້ອມທັງພາດາວໄປນອນກັບໝູ່ຜູ້ຍິງຢູ່ຮ້ານເສີມສວຍແຫ່ງໜຶ່ງ ກ່ອນທີ່ຄຳໃສຈະກັບເມືອນອນຫໍພັກ.