Homeຂ່າວພາຍ​ໃນເປີດການແຂ່ງຂັນກີລາກັອຟລະດົມທຶນສະຫນັບສະຫນູນງານສະເຫລີມສະຫລອງວັນຜ່າວົງປິດລ້ອມຂອງສັດຕູ ຢູ່ທົ່ງໄຫຫີນຄົບຮອບ 55 ປີ

ເປີດການແຂ່ງຂັນກີລາກັອຟລະດົມທຶນສະຫນັບສະຫນູນງານສະເຫລີມສະຫລອງວັນຜ່າວົງປິດລ້ອມຂອງສັດຕູ ຢູ່ທົ່ງໄຫຫີນຄົບຮອບ 55 ປີ

Published on

 

tue1apr5

ໃນຕອນເຊົ້າຂອງວັນທີ 29 ມີນາ 2014 ນີ້, ທີ່ສະ ຫນາມກ໋ອຟຊີເກມ ( ຫຼັກ 18)ໄດ້ຈັດພິທີເປີດການແຂ່ງຂັນ ກີລາກ໋ອຟເພື່ອເປັນການລະ ດົມທຶນປະກອບສ່ວນສະໜັບ ສະຫນູນແຂວງຊຽງຂວາງ ໃນໂອກາດທີ່ຈະຈັດພິທີສະ ເຫຼີມສະຫຼອງວັນກອງພັນທີ 2 ຝ່າຍປະເທດລາວ ໄດ້ຜ່າວົງ ປິດລ້ອມຂອງສັດຕູຢູ່ທົ່ງໄຫ ຫີນ ຄົບຮອບ 55 ປີທີ່ຈະໝູນ ວຽນມາບັນຈົບຄົບຮອບອີກ ຄັ້ງຫນຶ່ງໃນມໍ່ໆນີ້ໂດຍການ ເຂົ້າຮ່ວມເປັນປະທານທ່ານ ພົນໂທ ດວງໃຈ ພິຈິດ, ຮອງ ນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງປ້ອງ ກັນປະເທດ ພ້ອມດ້ວຍທ່ານ ສຈ.ດຣ.ສົມກົດ ມັງໜໍ່ເມກ, ເລຂາພັກແຂວງ, ເຈົ້າແຂວງໆ ຊຽງຂວາງ ແລະ ບັນດາແຂກ ທີ່ຖືກເຊີນເຂົ້າຮ່ວມ.
ການແຂ່ງຂັນໄດ້ດຳເນີນ ໄປນັບຕັ້ງແຕ່ເວລາ 7:15- 12:00 ໂດຍແບ່ງອອກເປັນ 4 ສາຍໃນເກມການແຂ່ງຂັນຄື: ສາຍ VIP, ສາຍ A, ສາຍ B ແລະ ສາຍ C. ຈາກເກມການ ແຂ່ງຂັນຜົນປະກົດວ່າ: ສາຍ VIP: ຊະນະເລີດໄດ້ແກ່ທ່ານ ດຣ.ພັນຄຳ ວິພາວັນ, ຮອງຊະ ນະເລີດອັນດັບ 1 ໄດ້ແກ່ທ່ານ ບຸນປອນ ບຸດຕະນະວົງ ແລະ ຮອງຊະນະເລີດອັນດັບທີ 2 ໄດ້ແກ່ທ່ານ ດຣ.ທອງບັນ ແສງອາພອນ.
ສາຍ A: ຊະນະເລີດໄດ້ແກ່ ທ່ານບຸນທັນ ປັນຍາທິລາດ, ຊະນະເລີດບໍ່ມີແຕັມຕໍ່ໄດ້ແກ່ ທ່ານ ໄຊຍະວົງ ເຮືອງຈະເລີນ, ຮອງຊະນະເລີດອັນດັບ 1 ໄດ້ ແກ່ທ່ານ ຄຳມີ ຫຼ້າບຸນທັນ, ຮອງຊະນະເລີດທີ 2 ໄດ້ແກ່ ທ່ານ ໂພໄຊ ໄຂຄຳພິທູນ.
ສາຍ B: ຊະນະເລີດໄດ້ແກ່ ທ່ານ ດຣ.ເພັດ ພົມພັກດີ, ຮອງຊະນະເລີດອັນດັບ 1 ໄດ້ ແກ່ທ່ານ ເດືອນສະຫວັນ,ຮອງ ຊະນະເລີດອັນດັບທີ 2 ໄດ້ແກ່ ທ່ານ ສີວອນ ນໍລະສິງ.
ສາຍ C: ຊະນະເລີດໄດ້ແກ່ ທ່ານ ສີສະຫວາດ, ຮອງຊະ ນະເລີດອັນດັບທີ 1 ໄດ້ແກ່ ທ່ານ ຮຸ່ງເພັດ, ຮອງຊະນະ ເລີດອັນດັບທີ 2 ໄດ້ແກ່ທ່ານ ວິໄລສັກ, ພ້ອມກັນນີ້ຍັງມີລາງ ວັນຕີໃກ້ຂຸມຂອງແຕ່ລະສາຍ ຕື່ມອີກໂດຍສາຍ A ໄດ້ແກ່ ທ່ານດວນມາລາ ກອງວົງສາ, ສາຍ B ໄດ້ແກ່ທ່ານ ພຸດທະ ສອນ ບຸບຜາສະຫວັນ, ສາຍ C ໄດ້ແກ່ທ່ານ ຄຳເພັດ ຈັນ ທະວົງ.
ລາງວັນຕີໃກ້ທຸງ: AS ໄດ້ ແກ່ທ່ານ ສົມມະໂນສິນ ອິນ ບັນດິດ, BB ໄດ້ແກ່ທ່ານ ຢິງ ທໍ່, CF ໄດ້ແກ່ທ່ານ ບຸນຍັງ ວໍລະຈິດ.
ໃນໂອກາດດຽວກັນນີ້, ທ່ານສົມກົດ ມັງຫນໍ່ເມກ, ເລ ຂາພັກແຂວງ, ເຈົ້າແຂວງໆ ຊຽງຂວາງ ຍັງໄດ້ນຳເອົາຮູບ ພາບ, ເຫຼົ້າຜ່າ 3 ຫມູ່ບ້ານ ແລະ ທະບຽນລົດ ອອ 8888, ລລ 8888 ເຂົ້າຮ່ວມຮັບການ ປະມູນໃນຄັ້ງນີ້ດ້ວຍ ອັນໄດ້ ເຮັດໃຫ້ບັນຍາກາດຂອງງານ ເຕັມໄປດ້ວຍສີສັນ ແລະ ຟົດ ຟື້ນເຫັນໄດ້ວ່າບັນດາກົມ ກອງ, ກະຊວງ, ບໍລິສັດ, ຫ້າງ ຮ້ານຕ່າງໆກໍ່ໃຫ້ການຮ່ວມມື ແລະ ປະກອບສ່ວນຊ່ວຍເຫຼືອ ໃນວຽກງານຄັ້ງນີ້ຢ່າງຫຼວງ ຫຼາຍສົ່ງຜົນໃຫ້ຍອດເງິນສະ ຫນັບສະຫນູນການສະເຫຼີມ ສະຫຼອງວັນກອງພັນທີ 2 ຜ່າ ວົງປິດລ້ອມຂອງສັດຕູຢູ່ທົ່ງ ໄຫຫີນສູງເຖິງ 1.011.830.000 ກີບ.

ທີ່ມາ http://www.kongthap.gov.la/

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...