ສີໂຄດຕະບອງ ກຳລັງຈະຖືກຮັບຮອງເປັນເມືອງພັດທະນາ

0
1749

20131231102114

ຜົນສຳເລັດ​ໃນ​ການ​ກວດກາ ປະ​ເມີນ​ຜົນ​ຕາມ​ມາດຖານ​ຄວາມທຸກ​ຍາກ ແລະ ການ​ພັດທະນາ ປະຈຳ​ສົກ​ປີ 2013 ທີ່​ຜ່ານ​ມາ​ຂອງ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງ​ວຽງ​ຈັນ ເຫັນ​ວ່າ: ມາ​ຮອດ​ປັດຈຸບັນ ປະກາດ​ບ້ານ​ແມ່ຍິງ 3 ດີ ໄດ້ 58 ບ້ານ ໃນ​ຈຳນວນ 60 ບ້ານ​ທົ່ວ​ເມືອງ ເທົ່າ​ກັບ 96,66% ເປັນ​ບ້ານ​ປອດ​ຄະດີ ປອດ​ຢາ​ເສບ​ຕິດ ປ້ອງ​ກັນ​ຄວາມ​ສະຫງົບ​ສຸກ​ດີ ບ້ານ​ວັດທະນະທຳ ໄດ້ 57 ບ້ານ ເທົ່າ​ກັບ 95% ສາມາດ​ປະກາດ​ເປັນ​ເມືອງ​ສາທາລະນະ​ສຸກ​ສຳເລັດ ແລະ ປະກາດ​ເປັນ​ບ້ານ​ພັດທະນາ​ໄດ້​ແລ້ວ 57 ບ້ານ ເທົ່າ​ກັບ 95%.

ພິເສດ​ອັນ​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່ ທາງ​ເມືອງ​ໄດ້​ມີ​ການ​ປະສານ​ສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ ຈາກ​ນະຄອນຫຼວງ​ວຽງ​ຈັນ ລວມ​ທັງ​ບັນດາ​ຫ້ອງການ​ກ່ຽວຂ້ອງ​ຂອງ​ເມືອງ ເພື່ອ​ປະ​ເມີນ​ຜົນ​ເປັນ​ເມືອງ​ພັດທະນາ​ຕາມ 15 ມາດຖານ ເຊິ່ງ​ຜ່ານ​ການ​ປະ​ເມີນ​ຜົນ​ເຫັນ​ວ່າ ເມືອງ​ສີ​ໂຄດ​ຕະບອງ ມີ​ເງື່ອນໄຂ​ຄົບ​ຖ້ວນ​ຕາມ​ມາດຖານ ຈາກ​ນັ້ນ ໄດ້​ມີ​ການ​ນຳ​ສະເໜີ​ນະຄອນຫຼວງ​ວຽງ​ຈັນ ສະເໜີ​ຕໍ່​ສູນ​ກາງ ເພື່ອ​ອອກ​ໃບຢັ້ງຢືນ​ຮັບຮອງ​ເອົາ​ເມືອງ​ສີ​ໂຄດ​ຕະບອງ ເປັນ​ເມືອງ​ພັດທະນາ​ໃນ​ອະນາຄົດ​ອັນ​ໃກ້​ນີ້

ທີ່ມາ http://www.vientianemai.net/teen/khao/1/10908