Homeຂ່າວພາຍ​ໃນເຂື່ອນໄຟຟ້ານ້ຳງື່ມ 5 ບັນລຸເປົ້າໝາຍ ການຜະລິດພະລັງງານໄຟຟ້າ ປະຈຳປີ 2013

ເຂື່ອນໄຟຟ້ານ້ຳງື່ມ 5 ບັນລຸເປົ້າໝາຍ ການຜະລິດພະລັງງານໄຟຟ້າ ປະຈຳປີ 2013

Published on

20131231130432

ຕາມ​ການ​ໃຫ້​ຂໍ້​ມູນ​ຂອງ​ທ່ານ ຊົງ ຮຸຍ ຮົງ ຜູ້ອຳນວຍການ ບໍລິສັດ​ໄຟຟ້າ​ນ້ຳ​ງື່ມ 5 ຈຳກັດ ໃນ​ວັນ​ທີ 29 ທັນວາ 2013 ທີ່​ຜ່ານ​ມາ ໃຫ້​ຮູ້​ວ່າ: ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 5 ໄດ້​ບັນລຸ​ເປົ້າ​ໝາຍ​ໃນ​ການ​ຜະລິດ​ພະລັງງານ​ໄຟຟ້າ ເພື່ອ​ຈຳໜ່າຍ​ປະຈຳ​ປີ 2013 ກ່ອນ​ຈະ​ເຖິງ​ກຳນົດ​ເວລາ​ສາມ​ວັນ ເຊິ່ງ​ສາມາດ​ວັດແທກ​ພະລັງງານ​ທີ່​ຜະລິດ​ໄດ້ ຈຳນວນ 500.681.100 ກິ​ໂລ​ວັດ​ໂມງ.

ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 5 ຕັ້ງ​ຢູ່​ເຂດ​ເມືອງ​ພູ​ຄູນ ແຂວງ​ຫຼວງ​ພະ​ບາງ ແລະ ເມືອງ​ພູ​ກູດ ແຂວງ​ຊຽງ​ຂວາງ ປະກອບ​ດ້ວຍ​ຈັກ​ປັ່ນ​ໄຟຟ້າ 2 ເຄື່ອງ ມີ​ກຳລັງ​ຕິດ​ຕັ້ງ​ທັງ​ໝົດ 120 ເມ​ກາ​ວັດ ສາມາດ​ຜະລິດ​ພະລັງງານ​ໄດ້ 500 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ຊຶ່ງ​ເປັນ​ໂຄງການ​ທຳ​ອິດ​ຂອງ​ບໍລິສັດ ຊີ​ໂນ​ໄຮ​ໂດຼ (sinohydro) ທີ່​ມາ​ລົງທຶນ​ຢູ່ ​ສປປ ລາວ ໃນ​ຮູບ​ແບບ BOT ໂດຍ​ມີ​ໄລຍະ​ເວລາ​ສຳ​ປະທານ 25 ປີ ເຂື່ອນ​ໄຟຟ້າ​ດັ່ງກ່າວ ໄດ້​ເລີ່ມ​ລົງມື​ກໍ່ສ້າງ​ໃນ​ເດືອນ​ຕຸລາ​ປີ 2008 ແລະ ໃນ​ວັນ​ທີ 2 ທັນວາ ປີ 2012 ກໍ່​ໄດ້​ເລີ່ມ​ດຳເນີນ​ການ​ຜະລິດ​ໄຟຟ້າ​ຢ່າງ​ເປັນ​ທາງ​ການ.

ໃນ​ການ​ດຳເນີນ​ງານ​ປີ​ທຳ​ອິດ​ຂອງ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 5 ກໍ່​ໄດ້​ປະສົບ​ກັບ​ສະຖານະ​ການ​ຂາດແຄນ​ນ້ຳ​ໃນ​ຮອບ​ຫຼາຍ​ປີ ເຊິ່ງ​ເປັນ​ເຫດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ໃນ​ການ​ຜະລິດ​ໄຟຟ້າ ດັ່ງນັ້ນ ບໍລິສັດ​ຈຶ່ງ​ໄດ້​ມີ​ການ​ວິເຄາະ ແລະ ມີ​ການ​ວາງ​ແຜນ​ຢ່າງ​ລະມັດລະວັງ​ທີ່​ສຸດ ເພື່ອ​ເຮັດ​ໃຫ້ການ​ບໍລິຫານ​ຈັດການ​ນ້ຳ​ໃຫ້​ມີ​ປະ​ສິດທິ​ຜົນ​ຢ່າງ​ສູງ​ສຸດ ໂດຍ​ມີ​ການ​ຄຳນວນ​ໃນ​ແບບ​ວິທະຍາສາດ ເພື່ອ​ວາງ​ແຜນ​ໃນ​ການ​ບໍລິຫານ​ນ້ຳ ມີ​ການ​ຄວບ​ຄຸມ​ລະດັບ​ນ້ຳ​ໃນ​ອ່າງ ໃຫ້​ແທດເໝາະ​ກັບ​ການ​ຄາດ​ຄະເນ​ປະລິມານ​ນ້ຳ​ໄຫຼ​ເຂົ້າ​ອ່າງ ມີ​ການ​ວາງ​ແຜນການ​ຜະລິດ​ໄຟຟ້າ ໂດຍ​ຈັດ​ແບ່ງ​ປະລິມານ​ນ້ຳ ຕາມ​ຄວາມ​ເໝາະ​ສົມ​ກັບ​ລະດູ​ການ ສ້າງ​ຄວາມ​ສົມ​ດຸນ​ຂອງ​ການ​ເກັບ​ກັກ​ນ້ຳ ແລະ ການ​ປ່ອຍ​ນ້ຳ​ຜະລິດ​ພະລັງງານ​ໄຟຟ້າ ຮັບປະກັນ​ການ​ທຳ​ງານ​ຂອງ​ເຄື່ອງ​ຈັກ ໃຫ້​ມີ​ປະສິດທິພາບ​ສູງ​ສຸດ ຫຼຸດຜ່ອນ​ອັດຕາ​ການ​ນຳ​ໃຊ້​ນ້ຳ​ຢ່າງ​ສິ້ນ​ເປືອງ ແລະ ໃຫ້​ມີ​ຜົນ​ກະທົບ​ໜ້ອຍ​ທີ່​ສຸດ​ຂອງ​ການ​ໃຊ້​ນ້ຳ​ແຕ່​ລະ​ຢົດ ນຳ​ໃຊ້​ຊັບພະຍາກອນ​ນ້ຳ ຢ່າງ​ມີ​ຄຸນຄ່າ​ເຂົ້າ​ຜະລິດ​ໄຟຟ້າ ພ້ອມ​ດຽວ​ກັນ​ນັ້ນ ກໍ່​ໄດ້​ມີ​ການ​ຕິດຕາມ​ກວດກາ​ເຄື່ອງ​ຈັກ ຊຶ່ງ​ເຫັນ​ໄດ້​ວ່າ​ໃນ​ໄລຍະ​ຜ່ານ​ມາ ບໍ່​ພົບ​ຄວາມ​ຜິດ​ປົກກະຕິ​ໃດໆ​ເກີດ​ຂຶ້ນ ນັ້ນ​ເປັນ​ສິ່ງ​ສະແດງ​ໃຫ້​ເຫັນ​ວ່າ ອຸປະກອນ ແລະ ເຄື່ອງ​ຈັກ​ຕ່າງໆ ມີ​ຄວາມ​ຮັບປະກັນ​ທາງ​ດ້ານ​ເຕັກນິກ ແລະ ຄຸນ​ນະ​ພາບ.

ໃນ​ໄລຍະ​ໜຶ່ງ​ປີ​ທີ່​ຜ່ານ​ມາ ຜູ້ນຳ​ທຸກ​ລະດັບ​ຂອງ​ບໍລິສັດ ຊີ​ໂນ​ໄຮ​ໂດຼ (sinohydro) ໄດ້​ເອົາໃຈໃສ່​ດູ​ແລ ແລະ ສະໜັບສະໜູນ​ພະນັກງານ​ທັງ​ໝົດ​ຂອງ​ບໍລິສັດ ທີ່​ໄດ້​ເອົາໃຈໃສ່​ສູ້​ຊົນ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ຕາມ​ຫຼັກການ​ທີ່​ ວ່າ: “ຄວາມ​ປອດ​ໄພ​ຕ້ອງ​ມາ​ກ່ອນ” ໂດຍ​ມີ​ການ​ກວດກາ ແລະ ບຳລຸງ​ຮັກສາ​ຢ່າງ​ເປັນ​ໄລຍະ ເພື່ອ​ເຮັດ​ໃຫ້​ໂຕ​ເຂື່ອນ​ມີ​ຄວາມ​ໝັ້ນຄົງ ມີ​ປະສິດທິພາບ ແລະ ຮັບປະກັນ​ໃນ​ການ​ດຳເນີນ​ງານ​ຢ່າງ​ຕໍ່​ເນື່ອງ ພ້ອມ​ກັນ​ນັ້ນ ກໍ່​ໄດ້​ເອົາໃຈໃສ່​ໃນ​ການ​ປ້ອງ​ກັນ​ເວນຍາມ ຮັກສາ​ຄວາມ​ປອດ​ໄພ​ຢ່າງ​ເປັນ​ປົກກະຕິ.

ໄຊຊະນະ​ໃນ​ປີ​ທຳ​ອິດ​ຂອງ​ເຂື່ອນ​ໄຟຟ້າ​ນ້ຳ​ງື່ມ 5 ໃນ​ການ​ດຳເນີນ​ງານ​ການ​ຄ້າ ແມ່ນ​ເປັນ​ແບບຢ່າງ​ຂອງ​ຜົນສຳເລັດ ໃນ​ການ​ລົງທຶນ​ຂອງ​ບໍລິສັດ ຊີ​ໂນ​ໄຮ​ໂດຼ ແລະ ຍັງ​ເປັນ​ຂີດ​ໝາຍ​ແຫ່ງ​ຜົນສຳເລັດ ແລະ ໝາກຜົນ​ທີ່​ສຳຄັນ​ຂອງ​ການ​ຮ່ວມ​ມື ລະຫວ່າງ​ສອງ​ປະເທດ ​ສປປ ລາວ ແລະ ​ສປ.ຈີນ ນຳ​ອີກ​ດ້ວຍ ພ້ອມ​ກັນ​ນີ້ ມັນ​ຍັງ​ສະແດງ​ໃຫ້​ເຫັນ​ເຖິງ​ປະສິດທິພາບ ແລະ ຄວາມ​ເຂັ້ມແຂງ​ຂອງ​ໂຄງການ​ໄຟຟ້າ​ພະລັງ​ນ້ຳ​ແຫ່ງ ​ສປ.ຈີນ ຢ່າງ​ແທ້​ຈິງ

ທີ່ມາ http://www.vientianemai.net/teen/khao/1/10909

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...