Homeຂ່າວພາຍ​ໃນປາກງື່ມ ເອົາໃຈໃສ່ສົ່ງເສີມການຜະລິດສິນຄ້າໂອດັອບ

ປາກງື່ມ ເອົາໃຈໃສ່ສົ່ງເສີມການຜະລິດສິນຄ້າໂອດັອບ

Published on

20131231111557

ປັດຈຸບັນ​ອຳນາດ​ການ​ປົກຄອງ​ເມືອງ ແລະ ພໍ່​ແມ່​ປະຊາຊົນ​ເມືອງ​ປາກ​ງື່ມ ນະຄອນຫຼວງ​ວຽງ​ຈັນ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການ​ປະຕິບັດ​ແນວທາງ​ນະໂຍບາຍ​ຂອງ​ພັກ ເພື່ອ​ສ້າງ​ພື້ນຖານ​ເສດຖະກິດ​ໃຫ້​ມີ​ຄວາມ​ເຂັ້ມແຂງ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ ເປັນຕົ້ນ​ແມ່ນ​ການ​ຜະລິດ​ເປັນ​ສິນຄ້າ 1 ເມືອງ 1 ຜະລິດ​ຕະ​ພັນ (ໂອ​ດັອບ) ຕິດ​ພັນ​ກັບ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ບ້ານ ແລະ ກຸ່ມ​ບ້ານ​ພັດທະນາ.

ອຳນາດ​ການ​ປົກຄອງ​ເມືອງ​ປາກ​ງື່ມ ໄດ້​ມີ​ການ​ກຳນົດ​ເຂດ​ການ​ຜະລິດ ເພື່ອ​ຊຸກຍູ້​ເສດຖະກິດ​ຕາມ​ພູມ​ມີ​ສາດ​ຂອງ​ເມືອງ​ຄື: ເຂດ​ລຽບ​ຕາມ​ແຄມ​ແມ່ນ້ຳ​ຂອງ ເໝາະ​ສົມ​ແກ່​ການ​ຜະລິດ​ເຂົ້າ ການ​ສ້າງ​ຟາມ​ລ້ຽງສັດ ເຂດ​ລຽບ​ເສັ້ນທາງ​ເລກ​ທີ 13 ໃຕ້ ກຳນົດ​ເປັນ​ເຂດ​ເສດຖະກິດ​ການ​ຄ້າ-ບໍລິການ ແລະ ເຂດ​ລ່ອງ​ແມ່ນ້ຳ​ງື່ມ (ລຽບ​ຕີນ​ພູເຂົາ​ຄວາຍ) ກຳນົດ​ເປັນ​ເຂດ​ການ​ລ້ຽງສັດ​ໃຫຍ່ ແລະ ປູກ​ພືດ​ອຸດສາຫະກຳ-ກະສິກຳ​ອິນ​ຊີ ເຊິ່ງ​ປັດຈຸບັນ ທົ່ວ​ເມືອງ​ປາກ​ງື່ມ​ມີ​ຄອບຄົວ​ຕົວ​ແບບ​ການ​ຜະລິດ​ເປັນ​ສິນຄ້າ ຈຳນວນ 4 ກຸ່ມ​ໃຫຍ່​ຄື: ກຸ່ມ​ປູກ​ພືດ​ຜັກ​ອິນ​ຊີ ບ້ານ​ທ່າ​ຊ້າງ ມີ 20 ຄອບຄົວ ກຸ່ມ​ຜະລິດ​ເຂົ້າ​ຫອມ​ບ້ານ​ໂດນ 18 ຄອບຄົວ ຫັດຖະກຳ​ຜະລິດ​ກະເປົາ 1 ຄອບຄົວ ກຸ່ມ​ຕ່ຳຫູກ​ບ້ານ​ຊຽງ​ແລ ແລະ ບ້ານ​ທ່າ​ຊ້າງ 125 ຄອບຄົວ ແລະ ກຸ່ມ​ປູກ​ເຫັດ​ບ້ານ​ນາ​ບົງ ມີ 40 ຄອບຄົວ.

ທີ່ມາ http://www.vientianemai.net/teen/khao/1/10906

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...