ລີເວີພູລທຸ່ມເງິນໝັດໃຈ ຊົວເຣຊ ເຊັນຢູ່ຕໍ່

 

04
ຊົວເຣຊ ນັກເຕະທີ່ດີທີ່ສຸດຂອງ ພຣີເມຍລີກ ອັງກິດໃນເວລານີ້

ລີ​ເວີ​ພູລ ສົ່ງ​ຕົວ​ແທນ​ເຈລະຈາ​ສັນຍາ​​ໃໝ່​ຂອງ ຊົວ​ເຣຊ ​ແລ້ວ ​​ໂດຍ​ພ້ອມ​ທຸ່ມ​ເງິນ​ເປັນ​ສະຖິຕິ​ຄ່າ​ເໜື່ອຍຂອງ​ສະ​ໂມ​ສອນ ​ເພື່ອ​ໝັດ​ໃຈ​ນັກ​ເຕະຊາວ​ອູຣູກວາ​ຍຄົນ​ນີ້​ເລີຍ.

ລີ​ເວີ​ພູລ ທີ​ມ​ແຫ່ງ​ພຣີ​ເມຍ​ລີກ​ອັງກິດ ກຽມ​ທຸ່ມ​ເງິນ​ເປັນ​ສະຖິຕິ​ຢື່ນຄ່າ​ເໜື່ອຍ​ສູງ​ສຸດ​ໃນ​ປະຫວັດສາດ​ປະມານ 200.000 ປອນ​ຕໍ່​ອາທິດ ​ເພື່ອ​ໝັດ​ໃຈ ຫລຸຍ ຊົວ​ເຣຊ ດາວ​ຊັລ​ໂບປະຈຳ​ທີ​ມລິ​ເວີ​ພູລ ຂະຫຍາ​ຍສັນຍາ​ສະບັບ​ໃໝ່.

ຫຼ້າສຸດ ອຽນ ​ໄອ ຜູ້​ບໍລິຫານ​ຄົນ​ສຳຄັນ​ຂອງ ລີ​ເວີ​ພູລ ​ໄດ້​ບິນ​ໄປ​ສູ່​ມະຫາ​ນະຄອນ ບາ​ເຊ​ໂລ​ນາ ​ເພື່ອ​ພົບ​ກັບ ​ເປ​ເຣ ກວາ​ດິ​ໂອລາ ຜູ້​ຈັດການ​ສ່ວນ​ຕົວ​ຂອງ ນັກ​ເຕະ​ຊາວອູຣູກວາ​ຍຕັ້ງ​ແຕ່​ວັນ​ທີ 28 ທັນວາ​ນີ້ ພ້ອມ​ເຂົ້າ​ເຈລະຈາ​ເຖິງ​ສັນ​ຍາ​ສະບັບ​ໃໝ່​ຂອງ​ນັກ​ເຕະ​ດັ່ງກ່າວ​ແລ້ວ.

ປັນ​ຈຸ​ບັນ ຊົວ​ເຣຊ ຕໍ່ສັນຍາ​ໃນ ລີ​ເວີ​ພູລ ຈົນ​ເຖິງປີ 2016 ພ້ອມຮັບ ​ເໝື່ອຍຢູ່ ປະມານ 100​.000 ປອນ​ຕໍ່​ອາທິດ ​ແຕ່​ດ້ວຍ​ຟອມອັນ​ດີ​ທີ່​ສຸດ​ຂອງ​ລາວ​ໃນ​ຂະນະ​ນີ້ ຣ໊ອດ​ເຈີ ຜູ້​ຈັດການ​ທີ​ມຂອງ​ລີ​ເວີ​ພູລ ຢ້ານທີ່​ຈະ​ເສຍ​ນັກ​ເຕະ​ຄົນ​ນີ້​ໄປ ​ໃຫ້​ກັບ​ສະ​ໂມ​ສອນ​ໃຫຍ່ ທີ່​ເອີຣົບ ທີ່​ກຳລັງຈ້ອງ ຊົວ​ເຣຊ ຈຶ່ງ​ຕັດສິນ​ໃຈ​ຢື່ນສັນຍາ​ສັນຍາ​ໃໝ່​ໃຫ້​ກັບ​ນັກ​ເຕະ​ທັນທີ.

ທັງ​ນີ້ ຊົວ​ເຣຊ ສ້າງ​ຜົນງານ​ໄດ້​ດີ​ທີ່​ສຸດ​ໃນ​ລະດູ​ການ​ນີ້ ​ເຊິ່ງຍິງ​ໄປ​ແລ້ວ 17 ປະຕູ ຈາກ 12 ນັດ ຂຶ້ນ​ນຳ​ເປັນ​ດາ​ວຊັລ​ໂບຂອງ​ລີກ ​ແລະ ​ຫາ​ກໍ່​ໄດ້​ຮັບ​ລາງວັນ​ນັກ​ເຕະ​ດີ​ເດັ່ນ​ຂອງ​ສະຫະພັນ​ກອງ​ເຊຍ​ຂອງ​ອັງກິດ​ປະຈຳ​ປີ 2013.