Homeຂ່າວການສຶກສາຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄຕພ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ ໂຮງຮຽນຊົນນະບົດ ຢູ່ ແຂວງເຊກອງ

ຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄຕພ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ ໂຮງຮຽນຊົນນະບົດ ຢູ່ ແຂວງເຊກອງ

Published on

DSC 0023
   ໃນຕອນແລງວັນທີ 23 ທັນວາ 2013, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫລືອ ເຊິ່ງເປັນປຶ້ມແບບຮຽນຊັ້ນປະຖົມ ມູນຄ່າ 30 ລ້ານກວ່າກີບ ຈາກ ຄະນະບໍລິຫານງານຊາວຫນຸ່ມກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໃຫ້ແກ່ ບັນດາໂຮງຮຽນຊົນນະບົດ ຢູ່ ແຂວງເຊກອງ, ໂດຍແມ່ນ ທ່ານ ອານຸພາບ ວົງຫນໍ່ແກ້ວ, ຮັກສາການເລຂາຄະນະບໍລິຫານງານຊາວຫນຸ່ມກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ເປັນຜູ້ມອບ ແລະ ທ່ານ ຄຳແດງ ກົມມະດຳ, ຄະນະປະຈຳພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ທີ 16 ແຂວງເຊກອງ ເປັນຜູ້ຮັບ, ເຊິ່ງມີຕົວແທນຊາວຫນຸ່ມຈາກບັນດາຫນ່ວຍຕ່າງໆອ້ອມຂ້າງ ກະຊວງການຕ່າງປະເທດ ແລະ ຄຕພ ແລະ ສະມາຊິກສະພາແຫ່ງຊາດ ຈາກ ແຂວງເຊກອງ ເຂົ້າຮ່ວມເປັນສັກຂີພິຍານ.

ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູດັ່ງກ່າວນີ້ ແມ່ນໄດ້ມາຈາກການລະດົມທຶນ ແລະ ການປະກອບ ສ່ວນຈາກບັນດາສະມາຊິກຊາວຫນຸ່ມອ້ອມຂ້າງກະຊວງການຕ່າງປະເທດ ແລະ ຄຕພ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຈະນຳໄປມອບໃຫ້ແກ່ບັນດາໂຮງຮຽນຊົນນະບົດ ຢູ່ ແຂວງດັ່ງກ່າວ ທີ່ໄດ້ຮັບຜົນກະທົບ ຈາກໄພທຳມະຊາດ ທີ່ເກີດຂຶ້ນໃນໄລຍະກາງ ຫາ ທ້າຍປີ 2013, ທັງເປັນການປະກອບສ່ວນ ໃຫ້ແກ່ວຽກງານສົ່ງເສີມ ແລະ ພັດທະນາການສຶກສາຊັ້ນປະຖົມ ຢູ່ເຂດຊົນນະບົດຫ່າງໄກສອກຫລີກຂອງ ສປປ ລາວ ທີ່ຂາດເຂີນປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ເພື່ອນຳໃຊ້ເຂົ້າໃນການຮຽນ ແລະ ການສອນ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ທີ່ມາhttp://www.mofa.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...