spot_img
Homeຂ່າວຕ່າງປະເທດ2 ນັກໂທດອິນເດຍ ຂຸດອຸໂມງລອດກຳແພງແຫກຄຸກ ປານກັບໃນຮູບເງົາ!

2 ນັກໂທດອິນເດຍ ຂຸດອຸໂມງລອດກຳແພງແຫກຄຸກ ປານກັບໃນຮູບເງົາ!

Published on

EyWwB5WU57MYnKOuXxtwHPwb8F2mVnOlWzAo78yMf4kEef5luntzeT

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ມິຖຸນານີ້ວ່າ ເກີດເຫດຜູ້ຕ້ອງຫາທີ່ກຳລັງຖືກກັກຂັງເພື່ອລໍຖ້າຂຶ້ນສານ ໃນຄະດີລັກຊັບ 2 ຄົນຄື ທ້າວ ໄຟຊານ ແລະ ທ້າວ ຈາເວດ ໄດ້ເອົາຕົວຫລົບໜີອອກຈາກຄ້າຍຄຸມຂັງຄວາມໝັ້ນຄົງສູງສຸດ ຢູ່ນະຄອນຫລວງນິວເດລີຂອງອິນເດຍ ດ້ວຍການຂຸດອຸໂມງລອດກຳແພງອອກໄປ ເພື່ອຫລົບໜີ ຄ້າຍຄືກັນກັບຢູ່ໃນຮູບເງົາ, ຢ່າງໃດກໍຕາມ ເຈົ້າໜ້າທີ່ສາມາດນຳໂຕຜູ້ຫລົບໜີກັບຄືນມາໄດ້ແລ້ວ 1 ຄົນ ຍັງເຫລືອອີກ 1 ຄົນແມ່ນສາມາດຫລົບໜີໄປໄດ້.

ທັງນີ້ ຄ້າຍຄຸມຂັງດັ່ງກ່າວແມ່ນເປັນຄ້າຍຄຸມຂັງແຫ່ງໜຶ່ງທີ່ໃຫຍ່ທີ່ສຸດໃນອາຊີ ສາມາດບັນຈຸນັກໂທດໄດ້ 6,250 ຄົນ ແຕ່ໃນປັດຈຸບັນແມ່ນມີນັກໂທດ ແລະ ຜູ້ຕ້ອງຫາຖືກກັກຂັງຢູ່ໃນຄຸກແຫ່ງນີ້ເຖິງ 13,500 ຄົນ.

 

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...