spot_img
Homeຂ່າວພາຍ​ໃນ16 ສາວງາມ! ຜ່ານເຂົ້າຮອບສຸດທ້າຍ ມີສຢູນິເວີຣສລາວ 2021 (Miss Universe Laos 2021)

16 ສາວງາມ! ຜ່ານເຂົ້າຮອບສຸດທ້າຍ ມີສຢູນິເວີຣສລາວ 2021 (Miss Universe Laos 2021)

Published on

ຜ່ານໄປແລ້ວກັບການຄັດເລືອກຜູ້ເຂົ້າຮອບສຸດທ້າຍ ຂອງມີສຢູນິເວີຣສລາວ 2021, ເຊິ່ງເປັນການຄັດເລືອກຈາກສາວງາມທີ່ເຂົ້າປະກວດ ໃຫ້ເຫຼືອພຽງ 16 ຄົນ ເພື່ອເຂົ້າຮອບຕໍ່ໄປ.

ໃນວັນທີ 18 ຕຸລາ 2021 ທີ່ຜ່ານມາ, ກອງປະກວດ Miss Universe Laos ມີສຢູນິເວີຣສລາວ 2021 ໄດ້ຈັດການຄັດເລືອກຜູ້ເຂົ້າຮອບສຸດທ້າຍ ໂດຍເປັນຮອບ Face to Face ເຊິ່ງສາວງາມຜູ້ເຂົ້າປະກວດຕ້ອງໄດ້ແນະນຳຕົນເອງ, ຕອບຄຳຖາມທີ່ໄດ້ເລືອກ ແລະ ຄຳຖາມຈາກຄະນະກຳມະການ.

ສຸດທ້າຍກໍໄດ້ຜູ້ເຂົ້າຮອບທັງໝົດ 16 ຄົນ ແລະ ສາວງາມກໍໄດ້ປ່ຽນໝາຍເລກເກົ່າທີ່ເຂົ້າປະກວດທຳອິດມາເປັນ MUL ຕາມດ້ວຍຕົວເລກຜູ້ເຂົ້າຮອບສຸດທ້າຍ ເຊິ່ງມີແຕ່ MUL01 ຫາ MUL 16 ນັ້ນໝາຍເຖິງຄວາມຝັນໃນການເປັນມີສຢູນິເວີຣສລາວ 2021 ຍັບເຂົ້າມາໃກ້ແລ້ວ.

ຮ່ວມເປັນກຳລັງໃຈໃຫ້ສາວໆ 1 ໃນນີ້ ຈະໄດ້ເປັນ ນາງງາມຈັກກະວານລາວຄົນທີ 5 ຂອງລາວ.

ໝາຍເຫດ: ຫຼັງຈາກປະກາດຜົນກ່ອນຫນ້ານີ້ແມ່ນ 17ສາວງາມ ແຕ່ອີກ 1 ໝາຍເລກ ນ້ອງ ມຸກດາ ບໍ່ສາມາດຮ່ວມການປະກວດໄດ້ ດ້ວຍເຫດຜົນສ່ວນໂຕທີ່ສຳຄັນ.

ພ້ອມກັນນັ້ນ ທາງມີສຢູນິເວີຣສລາວ 2021 ກໍໄດ້ຄັດເລືອກຊຸດປະຈຳຊາດໃນປີນີ້ຮຽບຮ້ອຍແລ້ວ.

ສາວງາມທ່ານໃດ ຈະໄດ້ໃສ່ຊຸດປະຈຳຊາດອັນສະຫງ່າລາສີນີ້ ແລະ ຈະກາຍເປັນຕົວແທນສາວລາວໄປປະກວດເທິງເວທີລະດັບໂລກຕໍ່ໄປ ຕິດຕາມໄປພ້ອມກັນ.

ຂໍ້ມູນ: Miss Universe Laos ມີສຢູນິເວີຣສລາວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...