spot_img
Homeຂ່າວພາຍ​ໃນຄົນລາວເສຍຊີວິດຈາກພະຍາດທີ່ເກີດມາຈາກການສູບຢາສູງເຖີງ 7.000 ຄົນຕໍ່ປີ

ຄົນລາວເສຍຊີວິດຈາກພະຍາດທີ່ເກີດມາຈາກການສູບຢາສູງເຖີງ 7.000 ຄົນຕໍ່ປີ

Published on

ຄົນລາວເສຍຊີວິດຈາກພະຍາດທີ່ເກີດມາຈາກການສູບຢາສູງເຖີງ 7.000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້.

ກະຊວງສາທາລະນະສຸກ ແລະ ຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບອົງການອະນາໄມໂລກ ສະມາພັນຄວບຄຸມຢາສູບອາຊຽນ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດໃນທຸກໆປີ ເພື່ອເປັນການສື່ໃຫ້ເຫັນຜົນກະທົບທີ່ເກີດຈາກຢາສູບຕໍ່ສຸຂະພາບ ສັງຄົມ ແລະ ເສດຖະກິດ.

ວັນທີ 23 ພຶດສະພາ 2022 ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ຖະແຫຼງຂ່າວເນື່ອງໃນໂອກາດວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ວັນທີ 31 ພຶດສະພາທີ່ຈະມາເຖິງນີ້ວ່າ: ການສະເຫຼີມ ສະຫຼອງວັນງົດສູບຢາໂລກ ກໍຄືວັນງົດສູບຢາແຫ່ງຊາດປີນີ້ ແມ່ນພາຍໃຕ້ຫົວຂໍ້ ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ຢາສູບເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ນັບແຕ່ການຕັດໄມ້ທໍາລາຍປ່າເພື່ອປູກຢາສູບ ການເຮັດສວນຢາສູບຍັງທໍາລາຍສານອາຫານໃນດິນ ແລະ ຍັງສ້າງມົນລະພິດຫຼາຍ ຍ້ອນການໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີເປັນຈໍານວນຫຼວງຫຼາຍ ການບົ່ມໃບຢາສູບຍັງຕ້ອງໃຊ້ຟືນ ເຊິ່ງເປັນການທໍາລາຍທໍາມະຊາດເຊັ່ນກັນ ນອກນີ້ ຫຼັກຖານທາງດ້ານວິທະຍາສາດຢັ້ງຢືນວ່າ ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບມີ ຄວາມປອດໄພ ຄວັນຢາສູບເປັນຫນຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງຕໍ່ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ ມີ ແຕ່ເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນ ຈຶ່ງມີຄວາມປອດໄພ, ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ ຖ້າບໍ່ມີມາດຕະການທີ່ເຄັ່ງຄັດ ຄາດວ່າຜູ້ເສຍຊີວິດຈະເພີ່ມຂື້ນເປັນ 1 ຕື້ຄົນພາຍໃນສັດຕະວັດນີ້.

ສໍາລັບ ສປປ ລາວ ອີງຕາມການສໍາຫຼວດແຫ່ງຊາດກ່ຽວກັບການສູບຢາໃນກຸ່ມຄົນອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ນອກນີ້ ການສໍາຫຼວດກ່ຽວກັບການສູບຢາຂອງໄວຫນຸ່ມລາວ ກຸ່ມອາຍຸ 13-15 ປີ ໃນປີ 2016 ພົບວ່າໄວຫນຸ່ມຊາຍ ແລະ ຍິງ ສູບຢາສູບຈາກໂຮງງານ 10,7% ແລະ 2,1% ແລະ ສູບຢາສູບໄຟຟ້າ 5% ແລະ 3,7% ຕາມລໍາດັບ.

ໃນບົດລາຍງານວຽກງານຄວບຄຸມຢາສູບຂອງສະມາພັນຄວບຄຸມຢາສູບອາຊຽນ ປີ 2021 ສະເຫນີໃຫ້ເຫັນວ່າຄົນລາວເສຍຊີວິດຍ້ອນ ພະຍາດທີ່ເກີດຈາກການສູບຢາປະມານ 7.000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້ ຖືວ່າເປັນຕົວເລກທີ່ສູງ ແລະ ຫນ້າຕົກໃຈ ນອກນັ້ນ ຍັງຊີ້ໃຫ້ເຫັນ ເຖິງຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດແມ່ນ 428 ລ້ານໂດລາ ຫຼື ປະມານ 2,24% ຂອງ GDP, ກະຊວງສາທາລະນະສຸກຈຶ່ງໄດ້ປັບປຸງກົດຫມາຍວ່າດ້ວຍການຄຸມຢາສູບ ເພື່ອໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ ການນໍາເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ ແລະ ສະພາບຄວາມ ເປັນຈິງໃນປັດຈຸບັນ ໃຫ້ອົງການທີ່ຮັບຜິດຊອບວຽການຄວບຄຸມຢາສູບ ກໍຄືຂະແຫນງການສາທາລະນະສຸກ ແລະ ພາກສ່ວນອື່ນທີ່ ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດຫມາຍທີ່ວາງໄວ້ ທັງ ຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມ ໃຊ້ຢາສູບ ສົ່ງເສີມໃຫ້ພົນລະເມືອງທຸກຄົນໃຫ້ມີສຸຂະພາບແຂງແຮງ ມີອາຍຸຍືນຍາວ ແລະ ປະຕິບັດຕາມຂໍ້ແນະນໍາຂອງສົນທິສັນຍາ ສາກົນວ່າດ້ວຍການຄວບຄຸມຢາສູບທີ່ ສປປ ລາວ ເປັນພາຄີ.

ແຫຼ່ງຂ່າວຈາກວຽງຈັນໃໝ່

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...