ຄຸນປະໂຫຍດ 12 ຢ່າງໃນແປ້ງເດັກທີ່ຊ່ວຍກໍາຈັດບັນຫາຕ່າງໆໃຫ້ກັບເຮົາໄດ້.
- ເຮັດໃຫ້ຂົນຕາໜາຂຶ້ນ: ກ່ອນທີ່ຈະປັດໝາກຄາລ່າໃຫ້ໃຊ້ດັດເຕິ້ຈຸ່ມລົງໄໃນແປ້ງເດັກ ແລະນໍາມາທາໃສ່ຂົນຕາ ຈະຊ່ວຍເຮັດໃຫ້ຂົນຕາໜາ ແລະເປັນແພງາມຂຶ້ນ.
- ກໍາຈັດຄວາມມັນ: ແປ້ງເດັກສາມາດດູດຊັບຄວາມມັນໄດ້ດີ ພຽງໂຮຍເດັກລົງໄປ.
- ສໍາຫຼັບເຄືອບໃບໜ້າ: ຫາກຕ້ອງການໃຫ້ໃບໜ້າເບິ່ງສົດໃສ ບໍ່ຈໍາເປັນຕ້ອງໃຊ້ແປ້ງພັບ ພຽງແຕ່ໃຊ້ແປ້ງເດັກເຄືອບໄວ້ກໍພໍ.
- ກໍາຈັກກິ່ນເໝັ່ນຈາກເກີບ: ແປ້ງເດັກຊ່ວຍໃນການກໍາຈັດກິ່ນ ແລະສິ່ງເປິເປື້ອນໄດ້ດີ ພຽງແຕ່ເອົາແປ້ງເດັກໃສ່ໃນເກີບ ແລະປະໄວ້ຈັກ 1 ຄືນ.
- ປ້ອງກັນໜັງສືເກົ່າ: ຫາກໂຮຍແປ້ງເດັກລົງໄປໃນໜັງສືເກົ່າມັນຈະກັບມາຄືໃໝ່ທັນທີ ເນື່ອງຈາກແປ້ງດູດຊັບຄວາມຊື້ນຂອງໜັງສືເກົ່າ.
- ໃຊ້ທາຄວາມສະອາດສັດລ້ຽງ: ໃຫ້ໂຮຍແປ້ງໃສ່ຂົນສັດທີ່ຕ້ອງການທໍາຄວາມສະອາດ ແປງຂົນໃຫ້ຮຽບຮ້ອຍ.
- ສະຜົມແບບແຫ້ງ: ແປ້ງເດັກຊ່ວຍຟື້ນຟູເສັ້ນຜົມ ພຽງທາແປ້ງໃສ່ເສັ້ມຜົມ ແລະຫວີໃຫ້ຮຽບຮ້ອຍ.
- ເມື່ອພື້ນມີສຽງດັງ: ຫາກພື້ນໄມ້ໃນເຮືອນມີສຽງດັງ ໃຫ້ເອົາແປ້ງເດັກໂຮຍໃສ່ເທິງແຜ່ນໄມ້ເພື່ອແກ້ໄຂປັນຫານີ້.
- ເຄື່ອງປະດັບພັນກັັນ: ໃຫ້ໂຮຍແປ້ງລົງໄປ ແລະມັນຈະງ່າຍຕໍ່ການເລື່ອນອອກຈາກກັນ.
- ໃຊ້ຫລັງຈາກການກໍາຈັດຂົນ: ເພື່ອຫຼຸດຮອຍແດງ ແລະການຄັນຄາຍຜິວ.
- ໃສ່ໃນເສື້ອຜ້າ: ເພື່ອຮັກສາຄວາມສະອາດ ແລະສົດຊື່ນໃຫ້ກັບເສື້ອເຊີດສີຂາວ ໃຫ້ໂຮຍແປ້ງລົງໃສ່ໃນເສື້ອ ແລະແຂນເສື້ອ.
- ໂຮຍລົງເທິງທາງຍ່າງ: ຫາກໃສ່ຄົງຕີນ ແລະລໍາບາກຕໍ່ການຍ່າງເທິງພື້ນ ໃຫ້ເອົາແປ້ງໂຮຍໃສ່ມັນຈະເປັນປະໂຫຍດຫຼາຍສໍາຫຼັບເຈົ້າ.