spot_img
Homeຊີວິດແລະຄວາມຮັກ10 ວິທີຄືນດີກັບແຟນ

10 ວິທີຄືນດີກັບແຟນ

Published on

ຫາກຕອນນີ້ໃຜມີບັນຫາຜິດໃຈກັນກັບແຟນ ແລະ ຢາກງໍ້ຂໍຄືນດີແຕ່ບໍ່ຮູ້ວ່າຈະເລີ່ມຕົ້ນແນວໃດດີ ໃນຄໍລຳ ຊີວິດ ກັບຄວາມຮັກ ມື້ນີ້ແອັດມິນມີຄຳແນະນຳກ່ຽວກັບເລື່ອງນີ້ມາຝາກ ຮັບຮອງວ່າບັນຫາຫົວໃຈຂອງທ່ານທີ່ກຳລັງພົບຢູ່ຈະໄດ້ຮັບການແກ້ໄຂແນ່ນອນ ເຊິ່ງຈະມີວິທີໃດແດນັ້ນເຮົາມາອ່ານໄປພ້ອມກັນເລີຍ

  1. ບາງຄັ້ງບາງຄາວເຮົາເອງຕ້ອງເປັນຝ່າຍເດີນໜ້າເຂົ້າໄປຂໍງໍ້ກ່ອນເຖິງແມ່ນວ່າເລື່ອງທີ່ເກີດຂຶ້ນຈະບໍ່ແມ່ນເຮົາເປັນຄົນເລີ່ມກ່ອນກໍ່ຕາມ
  2. ທົບທວນເລື່ອງລາວທີ່ເກີດຂຶ້ນຖ້າຄວາມຜິດນັ້ນຕົ້ນເຫດເກີດຂຶ້ນເພາະເຮົາເຮົາກໍ່ຄວນຮູ້ຈັກອ່ອນຂໍ້ເດີນໜ້າເຂົ້າໄປຂໍໂທດເຂົາ ຂໍໂອກາດຈາກເຂົາ
  3. ໂທ ຫຼື ສົ່ງຂໍ້ຄວາມໄປງໍ້
  4. ສົ່ງຂອງຂັວນທີ່ຄິດວ່າຈະຖືກໃຈເຂົາໄປງໍ້
  5. ໃຫ້ເພື່ອນເປັນສື່ກາງໃນການເຈລະຈາງໍ້ຂໍຄືນດີ
  6. ໃຊ້ແຜນຈັດສາກນັດຄົນຮັກຂອງຕົນອອກມາພົບ ແລ້ວກໍ່ງໍ້ຂໍຄືນດີ
  7. ຍອມເອົາໃຈເຮັດຕາມໃຈແຟນຮ້ອງຂໍໃນບາງເລື່ອງ
  8. ປັບທັດສະນະຄະຕິທັງສອງຝ່າຍຄືນໃໝ່ເປີດໃຈລົມກັນຫຼາຍຂຶ້ນ
  9. ຍອມຮັບຂໍ້ເສຍ ແລະ ຄວາມຕ້ອງການຂອງອີກຝ່າຍໃຫ້ໄດ້
  10. ເມື່ອເຂົາໃຫ້ໂອກາດເຮົາເພື່ອການປັບປຸງປ່ຽນແປງພຶດຕິກຳຂອງຕົວເອງຄືນໃໝ່ເຮົາກໍ່ຕ້ອງພະຍາຍາມປ່ຽນຈົວເອງໃຫ້ດີຂຶ້ນ.

ຫາກຕອນນີ້ໃຜຍັງຄິດບໍ່ອອກວ່າຈະງໍ້ຂໍຄືນດີແຟນແນວໃດກໍ່ລອງເອົາວິທີພວກນີ້ໄປໃຊ້ ຮັບຮອງວ່າໄດ້ຜົນແນ່ນອນ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...