​ເຮືອບິນ​ບຣິທິຊ ​ແອ​ເວ ຕຳ​ໂດຣນກາງ​ອາກາດ

0
2434

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາ​ຍງານ​ວ່າ ​ເກີດ​ເຫດ​ເຮືອບິນ​ໂດຍສານ​ສາຍ​ການບິນ​ບຣິດທິຊ ​ແອ​ເວ ຮຸ່ນ​ A320 ​ທີ່​ເດີນທາງ​ຈາກ​ນະຄອນ​ເຈ​ນີວາຂອງ​ສະ​ວິດ​ເຊີ​ແລນ​ໄປ​ຍັງ​ສະໜາມ​ບິນ​ຮິດ​ໂທຣ ​ໃນ​ນະຄອນຫຼວງ​ຂອງ​ອັງ​ກິດ ປະສົບ​ອຸບັດ​ຕິ​ເຫດ​ຕຳ​ກັບ​ອາ​ກາ​ດສະຍານ​ບໍ່​ມີ​ຄົນ​ຂັບ​ຂະໜາດ​ນ້ອຍ ຫຼື ​ໂດຣນ ຂະນະ​ລົງ​ຈອດ​ທີ່​ສະໜາມ​ບິນ ​ເມື່ອ​ວັນ​ອາທິດ​ທີ່​ຜ່ານ​ມາ (17 ​ເມສາ) ຕາມ​ເວລາ​ທ້ອງ​ຖິ່ນ.

ລາຍ​ງານ​ລະບຸ​ວ່າ ນັກ​ບິນ​ສາມາດ​ນຳ​ເຄື່ອງ​ລົງ​ຈອດ​ໄດ້​ແບບ​ປອດ​ໄພ ​ໂດຍ​ເຮືອບິນ​ລຳ​ດັ່ງກ່າວ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ເລັກ​ນ້ອຍ ​ແລະ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ.

ດ້ານ​ການບິນ​ພົນລະ​ເຮືອນ​ຂອງ​ອັງກິດ ​​ເປີດ​ເຜີຍ​ວ່າ​ ກຳລັງ​ສືບ​ຫາ​ຜູ້​ກໍ່​ເຫດ​ຢ່າງ​ເຕັມທີ່ ​ເນື່ອງ​ຈາກ​ການ​ບັງ​ຄັບ​ໂດ​ຣນ​ໃກ້​ບໍລິ​ເວນ​ສະໜາມ​ບິນ​ນັ້ນ​ເປັນ​ເລື່ອງ​ຜິດ​ກົດໝາຍ​ຮ້າຍ​ແຮງ​ເຖິງ​ຂັ້ນ​ເຂົ້າ​ຄຸກ.