Homeຂ່າວຕ່າງປະເທດລາຄາ​ນໍ້າມັນ​ລົງ ຫຼັງ​ກຸ່ມ​ປະ​ເທດ​ຜູ້​ຜະລິດ​ນໍ້າມັນ​ລາຍ​ໃຫຍ່​ຍັງ​ບໍ່ລະບຸ​ຂໍ້​ຕົກລົງ ​ຈຳກັດ​ປະລິມານ​ການ​ຜະລິດ

ລາຄາ​ນໍ້າມັນ​ລົງ ຫຼັງ​ກຸ່ມ​ປະ​ເທດ​ຜູ້​ຜະລິດ​ນໍ້າມັນ​ລາຍ​ໃຫຍ່​ຍັງ​ບໍ່ລະບຸ​ຂໍ້​ຕົກລົງ ​ຈຳກັດ​ປະລິມານ​ການ​ຜະລິດ

Published on

ລາຄາ​ນໍ້າມັນ​ຕົກ ​ໃນ​ການ​ຊື້​ຂາຍ​ທີ່​ຕະຫຼາດ​ອາຊີ​ວັນ​ຈັນ ຫຼັງ​ຈາກ​ກຸ່ມ​ປະ​ເທດ​ຜູ້​ຜະລິດ​ນໍ້າມັນ​ລາຍ​ໃຫຍ່​ຂອງ​ໂລກ​ຍັງ​ບໍ່​ສາມາດ​ບັນລຸ​ຂໍ້​ຕົກລົງ​ເລື່ອງ​ຈຳກັດ​ປະລິມານ​ການຜະລິດ​ ​ເນື່ອງ​ຈາກ​ການ​ສະໜອງ​ນໍ້າມັນ​ລົ້ນ​ຕະຫຼາດ ​ເຮັດ​ໃຫ້​ເກີດ​ຄວາມ​ກັງວົນ​ວ່າ ລາຄາ​ນໍ້າມັນ​ຈະ​ຫຼຸດ​ລົງ​ອີກ.

ກ່ອນ​ໜ້ານີ້ ປະ​ເທດ​ສະມາຊິກ​ອົງການ​ກຸ່ມ​ປະ​ເທດ​ຜູ້​ສົ່ງ​ອອກ​ນໍ້າມັນ (​ໂອ​ເປັກ) ​ແລະຜູ້​ຜະລິດ​ນໍ້າມັນ​ລາຍ​ໃຫຍ່​ຂອງ​ໂລກ​ນອກ​ກຸ່ມ​ໂອ​ເປັກ​ເຊັ່ນ ຣັສ​ເຊຍ ມີ​ຄວາມ​ຫວັງ​ວ່າ​ຈະ​ຫາ​ຂໍ້​ສະຫຼຸບ​ໃນ​ການ​ຈຳກັດ​ປະລິມານ​ການ​ຜະລິດ​ນໍ້າມັນ​ໃນ​ການ​ປະຊຸມ​ທີ່​ນະຄອນ​ໂດ​ຮາ​ຂອງ​ກາ​ຕາ​ເມື່ອ​ວັນ​ອາທິດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ລາຄາ​ນໍ້າມັນ​ຕົກລົງ​ແຕ່​ລະດັບ​ຕໍ່າ​ສຸດ​ໃນ​ຮອບ 13 ປີ ​ເມື່ອ​​ເດືອນ​ກຸມພາ ​ແຕ່​ຊາ​ອຸ​ດິອາຣະບີອອກ​ຈາກ​ການ​ເຈ​ລະ​ຈາ ​ເນື່ອງ​ຈາກ​ອີຣານບໍ່​ຍອມ​ເຂົ້າ​ຮ່ວມ​ຈຳກັດ​ການ​ຜະລິດ​ໃນ​ການ​ປະຊຸມ​ນຳ ລາຄາ​ນໍ້າມັນ​ດິນ​ສະຫະລັດ ມື້​ນີ້ ງວດ​ເດືອນ​ພຶດສະພາ​ຫຼຸດ​ລົງ 1,70 ​ໂດ​ລາ ຫຼື 4,21% ມາຢູ່​ທີ່ 38,66 ​ໂດ​ລາ​ຕໍ່​ບາ​ເຣລ ສ່ວນ​ນໍ້າມັນ​ດິບ​ເບຣນ​ເດືອນ​ມິຖຸນາ ຫຼຸດລົງ 3,94% ລົງ​ມາ​ທີ່ 41,40 ​ໂດ​ລາ.

ນັກວິ​ເຄາະ​ດ້ານ​ກົນລະຍຸດ​ການ​ຕະຫຼາດ​ບໍລິສັດ​ໄອ​ຈີ​ມາ​ເກັດ​ສິງກະ​ໂປກ່າວ​ວ່າ ກ່ອນ​ໜ້າ​ນີ້​ມີ​ຄວາມ​ຫວັງ​ກັນ​ຫຼາຍ​ວ່າ​ທີ່​ປະຊຸມ​ຈະ​ໄດ້​ຮັບ​ຂໍ້​ສະຫຼຸບ​ຈຳກັດ​ການ​ຜະລິດ​ນໍ້າມັນ ​ແຕ່​ຈົນ​ເຖິງ​ຂະນະ​ນີ້​ຍັງ​ບໍ່​ມີ​ຄວາມ​ຄືບ​ໜ້າ​ເພື່ອ​ຊວ້ານຊູຕະຫຼາດ​ນໍ້າມັນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...