ກອງປະຊຸມເຜີຍແຜ່ບົດລາຍງານເສດຖະກິດຂອງ ສປປ ລາວ ປີ 2014 ແລະ ທ່າອຽງ 2015 ຈັດຂຶ້ນວັນທີ 15 ພຶດສະພາ 2015 ທີ່ໂຮງແຮມລັດສະໝີ ໂດຍມີທ່ານ ດຣ. ບຸນທະວີ ສີສຸພັນທອງ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ ທ່ານ ດຣ. ລີເບີ ລີບົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ມີຜູ້ຕາງໜ້າຈາກພາກລັດອ້ອມຂ້າງສູນກາງ ເອກະຊົນ ອົງການຈັດຕັ້ງສາກົນ ປະຈຳລາວ ແລະ ຜູ້ໃຫ້ການສະໜັບສະໜູນຈາກຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ເຂົ້າຮ່ວມ.
ອີງຕາມບົດລາຍງານປີ 2014 ໄດ້ຕີລາຄາໄວ້ວ່າ ໃນສົກປີ 2014 ໄດ້ມີຫຼາຍເຫດການທີ່ພົ້ນເດັ່ນຢູ່ສາກົນ ແລະ ພາຍໃນປະເທດ ເຊິ່ງເປັນທັງກາລະໂອກາດ ແລະ ສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ສາມາດຕີລາຄາໄດ້ວ່າ ເສດຖະກິດແຫ່ງຊາດໄດ້ສືບຕໍ່ຂະຫຍາຍຕົວ ແລະ ມີສະຖຽນລະພາບໂດຍພື້ນຖານ ໃນສົກປີ 2013-2014 ເສດຖະກິດລາວ (GDP) ຂະຫຍາຍຕົວໃນລະດັບ 7,8% ເປັນອັດຕາການເຕີບໂຕທີ່ສູງອັນດັບສອງ ໃນບັນດາປະເທດສະມາຊິກອາຊຽນ ແຕ່ຊ້າລົງກວ່າຈັງຫວະການເຕີບໂຕ ໃນປີ 2012-2013 GDP ຕໍ່ຫົວຄົນບັນລຸໄດ້ 13,41 ລ້ານກີບ (ປະມານ 1.671 ໂດລາສະຫະລັດ) ໃນນັ້ນ ຂະແໜງການທີ່ຂະຫຍາຍຕົວໄວກວ່າໝູ່ແມ່ນຂະແໜງບໍລິຫານ ແລະ ເປັນຕົວຂັບເຄື່ອນຕົ້ນຕໍຂອງເສດຖະກິດ ຂະຫຍາຍຕົວ 9,3% ຮອງລົງມາແມ່ນຂະແໜງອຸດສາຫະກຳ ຂະຫຍາຍຕົວ 8,5% ສ່ວນຂະແໜງກະສິກຳຂະຫຍາຍຕົວ 3%.
ສະຖຽນລະພາບທາງດ້ານເສດຖະກິດ ໃນສົກປີ 2014 ໂດຍລວມແມ່ນມີຄວາມຄືບໜ້າດີຂຶ້ນ ເມື່ອທຽບກັບສົກປີຜ່ານມາ ດັດຊະນີລາຄາຂະຫຍາຍຕົວໃນຈັງຫວະທີ່ຫຼຸດລົງ ຍ້ອນບໍ່ໄດ້ຮັບແຮງກົດດັນຈາກລາຄາສິນຄ້າຈາກພາຍນອກ ເປັນຕົ້ນແມ່ນລາຄານ້ຳມັນ ແລະ ການຄຸ້ມຄອງຈໍລະຈອນສິນຄ້າ ສາມາດຮັກສາອັດຕາແລກປ່ຽນໄວ້ໄດ້ໃນກອບທີ່ກຳນົດ ແລະ ລັດຖະບານມີຄວາມພະຍາຍາມຄຸ້ມຄອງລາຍຮັບ ດັດແກ້ລາຍຈ່າຍ ແລະ ສາມາດຫຼຸດຜ່ອນການຂາດດຸນງົບປະມານຫຼຸດລົງເມື່ອທຽບກັບປີຜ່ານມາ ເຖິງຢ່າງໃດກໍ່ຕາມ ທາງດ້ານການເງິນ ລັດຖະບານບໍ່ທັນສາມາດຈັດຕັ້ງປະຕິບັດແຜນລາຍຮັບ ແລະ ລາຍຈ່າຍຕາມແຜນການດັດແກ້ໄດ້ ສ່ວນທາງດ້ານລາຄາອັດຕາເງິນເຟີ້ໃນໝວດສະບຽງອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າ ຍັງສືບຕໍ່ເປັນໝວດທີ່ປະກອບສ່ວນສູງກວ່າໝູ່ຂອງອັດຕາເງິນເຟີ້ລວມ.
ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຍັງໄດ້ຄາດຄະເນວ່າ ເສດຖະກິດລາວ ໃນສົກປີ 2014-2015 ຈະຫຍາຍຕົວຢູ່ໃນລະດັບ 7,6% ສາເຫດທີ່ເຮັດໃຫ້ເສດຖະກິດລາວ ມີທ່າອຽງຂະຫຍາຍຕົວຊ້າລົງເລັກນ້ອຍ ແມ່ນຍ້ອນຂະແໜງການບໍລິການທາງດ້ານການເງິນ-ການທະນາຄານ ມີການປ່ອຍສິນເຊື່ອເຂົ້າໃນລະບົບເສດຖະກິດໃນຈັງຫວະທີ່ຊ້າລົງ ໃນປີ 2014 ແລະ ຍ້ອນລັດຖະບານອາດສືບຕໍ່ຮັດກຸມການໃຊ້ຈ່າຍຂອງພາກລັດຫຼາຍຂຶ້ນ ເຖິງຢ່າງໃດກໍ່ຕາມ ບົດລາຍງານໄດ້ຄາດຄະເນວ່າ ສຳລັບສົກປີ 2015-2016 ເສດຖະກິດລາວຈະຂະຫຍາຍຕົວໄວຂຶ້ນ ເປັນ 7,8% ໂດຍມີປັດໄຈຕົ້ນຕໍມາຈາກຂະແໜງການຜະລິດໄຟຟ້າ ເນື່ອງຈາກມີເຂື່ອນໄຟຟ້າໃໝ່ຈຳນວນໜຶ່ງທີ່ຫາກໍ່ສຳເລັດ ແລະ ຈະເລີ່ມການຜະລິດໄຟຟ້າເພື່ອສົ່ງອອກ ແລະ ຄາດວ່າພາກການບໍລິການຈະເຕີບໂຕຂຶ້ນກວ່າເກົ່າ ໂດຍສະເພາະຂະແໜງການເງິນ-ການທະນາຄານ ຄາດວ່າຈະກັບມາປ່ອຍສິນເຊື່ອຫຼາຍຂຶ້ນ ພາຍຫຼັງໄດ້ມີການຮັດກຸມການປ່ອຍສິນເຊື່ອ ແລະ ສຸມໃສ່ເກັບໜີ້ສິນໃນປີ 2015.
ແຫລ່ງຂ່າວ: ວຽງຈັນໃໝ່