spot_img
Homeຂ່າວຕ່າງປະເທດໝົດອານາຄົດ! ນັກສະແດງຮົງກົງ ລູກຊາຍຂອງເສິນຫຼົງ ແລະ ດາລາດັງແດນໄຕ້ຫວັນ ຖືກຕຳຫຼວດປັກກິ່ງຈັບ ຄະດີຢາເສບຕິດ!

ໝົດອານາຄົດ! ນັກສະແດງຮົງກົງ ລູກຊາຍຂອງເສິນຫຼົງ ແລະ ດາລາດັງແດນໄຕ້ຫວັນ ຖືກຕຳຫຼວດປັກກິ່ງຈັບ ຄະດີຢາເສບຕິດ!

Published on

 

ຕຳຫຼວດປັກກິ່ງຈັບກຸມໂຕ ” ເຈຊີ ຊານ ” ລູກຊາຍຂອງເສິນຫຼົງໄດ້ ພ້ອມກັບ ” ເຄີ ເຈິ້ນຕົງ ” ນັກສະແດງໜຸ່ມ

ດາວຮຸ່ງຊາວໃຕ້ຫວັນໄດ້ ໃນທີ່ພັກຢູ່ນະຄອນຫຼວງປັກກິ່ງ ຕັ້ງແຕ່ວັນທີ 14 ສິງຫາ 2014 ທີ່ຜ່ານມາ ຫຼັງພົບລູກ

ຊາຍຂອງເສິນຫຼົງ ເຈົ້າຂອງຫ້ອງ ແລະ ເພື່ອນດາລາໄຕ້ຫວັນເສບກັນຊາ ພ້ອມກັບມີກັນຊາໃນຄອບຄອງອີກ

100 ກຣາມ.

 

ສຳນັກຂ່າວຂອງຈີນລາຍງານ ໃນຕອນຄ່ຳຂອງວັນທີ 18 ສິງຫາ 2014 ວ່າ ເມື່ອວັນພະຫັດທີ 14 ສິງຫາ 2014 ຜ່ານ

ມານີ້ ຕຳຫຼວດຂອງນະຄອນຫຼວງປັກກິ່ງຂອງຈີນ ໄດ້ເຂົ້າກວດຄົ້ນສະຖານທີ່ພັກແຫ່ງໜຶ່ງ ໃນເຂດຕົງເສິງຂອງ

ປັກກິ່ງ ໂດຍສາມາດຄວບຄຸມຕົວຜູ້ຕ້ອງຫາໄດ້ສາມຄົນ, ຄົນໜຶ່ງຄືນັກສະແດງຊາວຮົ່ງກົງ ທ້າວ ເຈຊີ ຊານ ຫຼື

ຝາງ ຈູ່ ໝິງ ອາຍຸ 32 ປີ ລູກຊາຍຫົວແກ້ວຫົວແຫວນຂອງ ແຈັກກີ້ ຊານ ຫຼື ເສິນຫຼົງ ດາລານັກສະແດງຊື່ດັງລະດັບ

ໂລກ, ສ່ວນອີກຄົນໜຶ່ງຄື ທ້າວ ເຄີ ເຈິ້ນຕົງ ຫຼື ໄຄ ໂຄ ອາຍຸ 23 ປີ ດາລານັກສະແດງໜຸ່ມໄຟແຮງທີ່ໂດ່ງດັງເທິງ

ເກາະໄຕ້ຫວັນ ແລະ ອີກຄົນໜຶ່ງນັ້ນ ແມ່ນເປັນຜູ້ຊ່ວຍສ່ວນຕົວທີ່ເປັນຊາວປັກກິ່ງ ສະກຸນຊຸນ ອາຍຸ 36 ປີ.

 

ຕຳຫຼວດປັກກິ່ງເປີດເຜີຍວ່າ ຈາກການທົດສອບພົບວ່າ ທັງຄູ່ເສບກັນຊາ ໂດຍພວກກ່ຽວເອງກໍຍອມຮັບວ່າເສບ

ແທ້ຈິງ ເຊິ່ງຕໍ່ມາຕຳຫຼວດໄດ້ກວດຄົ້ນພົບກັນຊາອີກປະມານ 100 ກຣາມ ແລະ ໄດ້ເກັບໄວ້ເປັນຫຼັກຖານ, ໃນຂະນະ

ທີ່ໃນມື້ຖັດມາ ຕຳຫຼວດກໍໄດ້ຈັບກຸມຊາຍວ່າງງານຄົນໜຶ່ງ ອາຍຸ 33​ ເຊິ່ງເປັນຊາວປັກກິ່ງ ດ້ວຍຂໍ້ຫາທີ່ຖືກສົງໄສວ່າ

ເປັນຜູ້ຂາຍກັນຊາໃຫ້ແກ່ພວກກ່ຽວ.

 

ດ້ານສື່ອອນລາຍຂອງຮົງກົງລາຍໜຶ່ງ ໄດ້ເປີດເຜີຍວ່າ ເຈົ້າໜ້າທີ່ໄດ້ຕັ້ງຂໍ້ກ່າວຫາກັບ ເຈຊີ ຊານ ໃນກໍລະນີໃຫ້ບ່ອນ

ລີ້ຊ່ອນແກ່ຜູ້ເສບຢາອີກດ້ວຍ ໂດຍບົດລົງໂທດສູງສຸດໃນຂໍ້ຫານີ້ ຄືການຈຳຄຸກເຖິງ 3 ປີ.

 

557000009749802
ເຈຊີ ຊານ (ຊ້າຍ) ລູກຊາຍຫົວແກ້ວຫົວແຫວນຂອງເສິນຫຼົງ (ຂວາ)
557000009749803
ເຄີ ເຈິ້ນຕົງ ຫຼື ໄຄ ໂຄ ນັກສະແດງໜຸ່ມທີ່ກຳລັງມາແຮງໃນໄຕ້ຫວັນ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...