spot_img
Homeນານາສາລະໝາກໄມ້ 5 ຊະນິດ ກິນເພື່ອລ້າງສານພິດ ແລະລ້າງຕັບ

ໝາກໄມ້ 5 ຊະນິດ ກິນເພື່ອລ້າງສານພິດ ແລະລ້າງຕັບ

Published on

ຄວາມຮູ້ສຶກເມື່ອຍງ່າຍ, ອ່ອນເພຍ ທີ່ເກີດຈາກຄວາມຄຽດ ຫຼືຈາກສານພິດໃນຮ່າງກາຍ ລ້ວນເປັຫນສາເຫດເຮັດໃຫ້ຮ່າງອ່ອນເພຍ ແລະເຈັບປ່ວຍໄດ້ງ່າຍ, ອາການເຫຼົ່ານີ້ ປ້ອງກັນ ແລະປ້ອງັກນໄດ້ງ່າຍ ດ້ວຍໝາກໄມ້ທີ່ລ້າງສານພິດ ຮັບຮອງວ່າເມື່ອກິນຕະຫຼອດ ຈະເຮັດໃຫ້ສົດຊື່ນ ແລະແຂງແຮງຂຶ້ນ

  1. ໝາກນັດ: ມີເອນໄຊໂປຣເມລີນສູງ, ເອນໄຊນີ້ຈະຊ່ວຍການເຮັດວຽກຂອງກົດໄຮໂດຣລິກໃນກະເພາະອາຫານ ແລະຊ່ວຍເຮັດໃຫ້ສິ່ງເສດເຫຼືອທີ່ເປັນໂປຣຕີນ ແຕກຕົວໄດ້ໄວຂຶ້ນ ແລະຍັງຊ່ວຍຮັກສາອາການອັກເສບຂອງກະເພາະ ຊ່ວຍຮັກສາສ່ວນຕ່າງໆ
  2. ອະງຸ່ນ: ເປັນສານຟອກລ້າງສຳລັບຜິວໜັງ, ຕັບ, ລຳໄສ້ ແລະໝາກໄຂຫຼັງ ເພາະອະງຸ່ນມີຄຸນສົມຮັກສານໍ້າມູກ ທີ່ຈະອອກມາຈາກເຍື່ອເມືອກຕ່າງໆ ໃນຮ່າງກາຍ ແລະຍັງໃຫ້ພະລັງງານສູງ ທີ່ເອົາໄປໃຊ້ໄດ້ງ່າຍ ແລະຍັງອຸດົມດ້ວຍເກືອແຮ່, ດັ່ງນັ້ນ ຈຶ່ງບຳລຸງເລືອດ ແລະຊ່ວຍຮັກສາເຊວໃນຮ່າງກາຍໄດ້
  3. ແຕງໂມ: ມີລິດຂັບນໍ້າປັດສະວະ, ຊ່ວຍຟອກລ້າງຮ່າງກາຍ ໄດ້ເປັນຢ່າງດີ ໃຊ້ຮັກສາບາດແຜໃນກະເພາະ, ຫຼຸດຄວາມດັນໃນເລືອດສູງ ເຮັດໃຫ້ສະບາຍທ້ອງ, ນໍ້າປັ່ນຈາກເປືອກໝາກໂມ ແລະແກ່ນ ຫາກກິນກ່ອນກິນເນື້ອແຕງໂມ ກ່ອນປະມານເຄິ່ງຊົ່ວໂມງ ຈະເຮັດໃຫ້ໄດ້ປະໂຫຍດສູງ ເພາະເປືອກຂອງມັນ ມີຄໍໂລຟີນ ແລະແກ່ນຍັງມີວິຕາມິນອີກດ້ວຍ
  4. ແອັບເປິ່ນ: ເປັນໝາກໄມ້ທີ່ມີປະໂຫຍດຫຼາຍ ສຳລັບການກຳຈັດສິ່ງເສດເຫຼືອອອກຈາກຮ່າງກາຍ, ສານໃນແອັບເປິ່ນຈະຊ່ວຍນຳສານພິດ ໄປຖິ້ມ, ທັງຍັງປ້ອງກັນ ບໍ່ໃຫ້ໂປຣຕີນໃນລຳໄສ້ ເກີດການບູດເນົ່າ, ແອັບເປິ່ນຍັງມີເສັ້ນໃຍຫຼາຍ ເຊິ່ງເຮັດໜ້າທີ່ກວດ ທຳຄວາມສະອາດລຳໄສ້ ຊ່ວຍໃຫ້ຕັບ ແລະລະບົບຍ່ອຍອາຫານເຮັດວຽກໄດ້ດີ
  5. ໝາກຫຸ່ງ: ມີສານສຳຄັນຍ່ອຍເປບຊີນໃນກະເພາະອາຫານ ເຮັດໃຫ້ສິ່ງເສດເຫຼືອທີ່ເປັນໂປຣຕີນ ແຕກໂຕໄດ້ໄວ ເຊັ່ນດຽວກັບໂປຣເມລິນ, ຍັງຊ່ວຍຫຼຸດອາການເສົ້າໄດ້ອີກດ້ວຍ

 

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...