spot_img
Homeນານາສາລະໜໍ່ໄມ້ຕົ້ມອັດປິບບໍ່ຕົ້ມຊ້ຳກ່ອນກິນອາດຕາຍບໍ່ຮູ້ໂຕ

ໜໍ່ໄມ້ຕົ້ມອັດປິບບໍ່ຕົ້ມຊ້ຳກ່ອນກິນອາດຕາຍບໍ່ຮູ້ໂຕ

Published on

7ef175b36f0620a264fb93fc11ccb8a0

ໜໍ່​ໄມ້​ຕົ້ມ​ອັດ​ປີ​ບຫລື​ບັນ​ຈຸ​ຖົງ​ໃສ່ຖົງຢາງປົນ​ເປື້ອນ​ເຊື້ອ​ຄອດ​ຊີ​ດຽມ,ໂບ​ທູ​ລິ​ນຳ,ສ່ຽງ​ຕໍ່​ກ້າມ​ຊີ້ນ​ອ່ອນ​ແຮງແລະ​ຢຸດ​ຫາຍ​ໃຈແນະນໍາ​ໃຫ້​ຕົ້ມ​15ນາ​ທີ​ກ່ອນ​ກິນຖ້າ​ພົບ​ປີບ​ບວມ,ໂພງຢ່າ​ເປີດຖ້າ​ນ້ຳ​ແຊ່​ມີ​ຟອງ,ກິ່ນ​ເໝັນ,ຢ່າ​ຊິມໃຫ້​ທຳລາຍ​ໂດຍ​ຝັງ​ດິນຖ້າ​ມີ​ອາການ​ຜິດ​ປົກກະຕິ​ຫລັງ​ຈາກບໍລິ​ໂພກເຊັ່ນ:ຕາ​ມົວ​ມົວ,ລິ້ນ​ແຂງ,ຊາ​ຕາມ​ມືໃຫ້​ຮີບ​ພົບໝໍ

ປະຊາຊົນ​ທີ່​ນິຍົມບໍລິ​ໂພກໜໍ່​ໄມ້​ຕົ້ມ​ອັດ​ປີ​ບຫລື​ບັນ​ຈຸ​ໃນ​ຖົງ​ໃສ່ຖົງຢ່າງໂດຍ​ສະເພາະ​ເມ​ນູ​ທີ່​ໃຊ້​ເປັນ​ຜັກ​ກັບ​ແຈ່ວຫລື​ໃຊ້​ຕຳເຊັ່ນ:ໃສ່​ປະສົມ​ລວມ​ໃນ​ຕຳສົ້ມ,ຊຸບ​ໜໍ່​ໄມ້​ເປັນ​ຕົ້ນກ່ອນ​ນຳ​ມາບໍລິ​ໂພກ​ທຸກ​ຄັ້ງຂໍ​ໃຫ້​ນຳ​ມາ​ຕົ້ມ​ຊ້ຳ​ໃນ​ນ້ຳ​ໃຫ້​ຝົດດົນ15ນາ​ທີເພື່ອ​ໃຫ້​ຄວາມ​ຮ້ອນ​ທຳລາຍ​ເຊື້ອ​ພະຍາດ​ທຸກ​ຊະນິດ​ທີ່​ປົນ​ເປື້ອນ​ໃຫ້​ຫມົດຖ້າ​ພົບ​ປີບ​ທີ່​ບັນ​ຈຸ​ໜໍ່​ໄມ້​ບວມບໍ່​ຄວນ​ຊື້​ມາບໍລິ​ໂພກໃນ​ກໍລະນີ​ທີ່​ພົບ​ມີ​ກິ່ນ​ຫລື​ສີ​ຜິດ​ປົກກະຕິບໍ່​ຄວນ​ນຳ​ມາ​ກິນຫລື​ລອງ​ຊິມ​ຢ່າງ​ເດັດ​ຂາດຂໍ​ໃຫ້​ນຳ​ໄປ​ທຳລາຍ​ຖິ້ມໂດຍ​ການ​ຝັງ​ດິນ

ເຊື້ອ​ຄອດ​ຊີ​ດຽມ​ໂບ​ທູ​ລິ​ນຳ (Clostridium botulinum)ມີ​ທັງ​ໝົດ4ຊະນິດຄື

1.ຊະນິດ​ເອມີ​ພິດ​ຮຸນແຮງອັດຕາ​ການ​ຕາຍ​ສູງ​ເຖິງ​ຮ້ອຍ​ລະ60-70

2.ຊະນິດ​ບີທົນ​ຄວາມ​ຮ້ອນ​ສູງມີ​ຊີວິດ​ຢູ່ໃນ​ອາຫານ​ດົນ​ກວ່າ​ຊະນິດ​ອື່ນອັດຕາ​ການ​ຕາຍ​ຮ້ອຍ​ລະ25

3.ຊະນິດ​ອີພົບ​ໃນ​ອາຫານ​ທະ​ເລ

4.ຊະນິດ​ເອ​ຟພົບ​ໃນ​ອາຫານ​ທະ​ເລມີ​ອັດຕາ​ການ​ຕາຍ​ຕ່ຳຢ່າງໃດ​ກໍດີສານ​ພິດ​ເຫລົ່າ​ນີ້​ທຳລາຍ​ໄດ້​ງ່າຍ​ໂດຍ​ການ​ຕົ້ມ​ໃຫ້​ຝົດດົນ15ນາທີ

ຖ້າ​ປະຊາຊົນ​ທີ່​ກິນ​ອາຫານ​ທີ່​ສົງ​ໄສ​ມີ​ການ​ປົນ​ເປື້ອນ​ສານ​ພິດ​ໂບ​ທູ​ລິ​ນຳແລະ​ມີ​ອາການ​ຜິດ​ປົກກະຕິເຊັ່ນ​ອາການ​ອ່ອນ​ແຮງ,ມຶນ​ຫົວ,ຕາ​ມົວ​ມົວ,ໜັງ​ຕາຕົ​ກ,ປາກ​ແຫ້ງ​ກືນ​ບໍ່​ໄດ້ ຫລື​ເວົ້າ​ລຳ​ບາກຊຶ່ງ​ອາດ​ມີ​ອາການ​ຖອກທ້ອງ​ຫລື​ທ້ອງ​ບວມ​ໃຫຍ່​ໄດ້ຕໍ່​ມາກ້າມ​ຊີ້ນ​ຈະ​ເກີດ​ອຳ​ມະພາດ,ເລີ່ມ​ຈາກ​ໜ້າ​ລົງ​ໄປ​ຫາໄຫລ່ແຂນ​ສ່ວນ​ເທິງ​ແລະ​ລຸມ,ຕົ້ນ​ຂາແລະ​ນ່ອງຕາມ​ລຳ​ດັບຂໍ​ໃຫ້​ບອກ​ພີ່ນ້ອງແລະ​ຮີບ​ພົບ​ໝໍ​ໂດຍ​ໄວ​ທີ່ສຸດເພື່ອ​ໃຫ້​ຢາ​ຕ້ານ​ພິດ​ຫລື​ແອນ​ຕີ​ທັອກ​ຊິນ(antitoxin)ແລະ​ເບິ່ງແຍງ​ລະບົບ​ການ​ຫາຍ​ໃຈ​ຢ່າງ​ໃກ້​ຊິດປ້ອງ​ກັນ​ພາ​ວະ​ຫາຍ​ໃຈ​ລົ້ມ​ ເຫລວ

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...