spot_img
Home​ຂ່າວບັນເທິງໜຸ່ມ-ສາວລາວ ຕິດອັນດັບທີ 3 ຈາກການແຂ່ງຂັນ Thailand's Got Talent 2018

ໜຸ່ມ-ສາວລາວ ຕິດອັນດັບທີ 3 ຈາກການແຂ່ງຂັນ Thailand’s Got Talent 2018

Published on

ທີມ ມິດຕະພາບກັນເອງ ໜຸ່ມສາວກາຍະສິນຂອງລາວ ຄວ້າລາງວັນຊະນະເລີດອັນດັບທີ 3 ມາຄອງ ໃຫ້ຊາວລາວເຮົາດີໃຈຢ່າງໃຫຍ່ ຈາກການແຂ່ງຂັນໃນລາຍການ Thailand’s Got Talent 2018 ມື້ວານນີ້ວັນທີ 12 ພະຈິກ 2018 ເຊິ່ງໄດ້ສ້າງຄວາມສຸກ ແລະ ຄວາມພາກພູມໃຈແກ່ຊາວລາວທັງຊາດກໍວ່າໄດ້ ໂດຍສະເພາະມິດຮັກແຟນເຊຍທີມນີ້ທີ່ໄດ້ຕິດຕາມການແຂ່ງຂັນມາຕັ້ງແຕ່ຕົ້ນຈົບການແຂ່ງຂັນ.

ການແຂ່ງຂັນດັ່ງກ່າວ, ໄດ້ທຳການຖ່າຍຖອດສົດອອກທາງສະຖານີໂທລະພາບຊ່ອງ ເວີກພ້ອຍ ຂອງປະເທດ ໄທ ໃນຄໍ່າຄືນຂອງວັນທີ 12 ພະຈິກ 2018 ໃນຮອບຊິງຊະນະເລີດ ໂດຍຜົນການແຂ່ງຂັນມີ 3 ທີມທີ່ມີຄະແນນສູງສຸດຕົກເປັນຂອງທີມເຄວີ ແຟມິລິ, ບັນໄດ ແລະ ມິດຕະພາບກັນເອງ ເຊິ່ງທີມທີ່ຊະນະເລີດ ຕົກເປັນຂອງ ເຄວີ ແຟມິລິ ຮັບເງິນລາງວັນ 1 ລ້ານບາດ, ອັນດັບທີ 2 ໄດ້ແກ່ທີມ ບັນໄດ ພ້ອມເງິນລາງວັນ 3 ແສນບາດ. ສ່ວນທີມ ມິດຕະພາບກັນເອງ ໄດ້ອັນດັບທີ 3 ແລະ ໄດ້ຮັບລາງວັນ 2 ແສນບາດ ຫຼື 52 ລ້ານກີບ ລວມມູນຄ່າທັງໝົດ 1,5 ລ້ານບາດ.

ທັງນີ້, ບຸນສະແຫວງ ສຸກຈັນທະລາວົງ ທີມມິດຕະພາບກັນເອງ ກໍໄດ້ໂພສ ສະແດງຄວາມໃນໃຈລົງໃນເຟດບຸກສ່ວນຕົວໂດຍຂຽນວ່າ: “ຂໍຂອບໃຈມາຍັງທຸກໆທ່ານທີ່ໃຫ້ກຳລັງໃຈຊ່ວຍເຊຍ, ຊວ່ຍໂຫວດໃຫ້ພວກເຮົາມາຕະຫຼອດ; ຂໍຂອບໃຈຜູ້ໃຫຍ່ທີ່ຄອຍໃຫ້ຄວາມສະດວກແລະຊ່ວຍເຫຼືອ; ຂອບໃຈກຳລັງໃຈຈາກໝູ່ເພື່ອນວົງການນັກສະແດງລາວທີ່ໃຫ້ກຳລັງໃຈ ແລະ ຊ່ວຍເຫຼືອ; ຂອບໃຈລາຍການ Thailand’s got talent ແລະ ທີມງານທີ່ໜ້າຮັກທຸກຄົນ ຫວັງວ່າການມາໃນຄັ້ງນີ້ຂອງພວກເຮົາຄົງຈະສ້າງແຮງບັນດານໃຈໃຫ້ກັບອີກຫຼາຍໆຄົນໃຫ້ມີຄວາມກ້າອອກມາສູ່ສາຍຕາປະຊາຄົນໃຫ້ຄົນເຂົາຮູ້ວ່າລາວກໍ່ມີດີ”.

 

 

 

 

 

ຮຽບຮຽງໂດຍ: ໃບບົວ ຈັນທະລັງສີ

ຮູບພາບຂ່າວ: Thailand’s Got Talent

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...