spot_img
Homeຂ່າວຕ່າງປະເທດໄອຍະການເກົາຫລີໃຕ້ຊີ້ ປາກ ກຶນເຮ ສົມຮູ້ຮ່ວມຄິດສ່ຽວຮັກ ສໍ້ລາດບັງຫລວງ ຝ່າຍຄ້ານກຽມຂະບວນຖອດຖອນ

ໄອຍະການເກົາຫລີໃຕ້ຊີ້ ປາກ ກຶນເຮ ສົມຮູ້ຮ່ວມຄິດສ່ຽວຮັກ ສໍ້ລາດບັງຫລວງ ຝ່າຍຄ້ານກຽມຂະບວນຖອດຖອນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 20 ພະຈິກຜ່ານມານີ້ວ່າ ທ່ານ ລີ ຢອງຣຽວ ຫົວໜ້າສຳນັກງານໄອຍະການເຂດກາງ ນະຄອນຫລວງເຊອູນ ໄດ້ອອກມາຖະແຫລງວ່າ ຈາກການສອບສວນພິເສດ ນາງ ຊອຍ ຊຸນຊິນ ຊຶ່ງຖືກຕັ້ງຂໍ້ຫາແຊກແຊງກິດຈະການຂອງລັດ ໃຊ້ອິດທິພົນກົດດັນໃຫ້ບໍລິສັດຕ່າງໆ ບໍລິຈາກເງິນສະໜັບສະໜູນໃຫ້ແກ່ມູນນິທິ ແລ້ວດຳເນີນການຍັກຍອກເງິນດັ່ງກ່າວ ໄປນຳໃຊ້ສ່ວນຕົວນັ້ນ ສະຫລຸບຈາກຫລັກຖານທັງໝົດວ່າ ປະທານາທິບໍດີ ປາກ ກຶນເຮ ຂອງເກົາຫລີໃຕ້ ສົມຮູ້ຮ່ວມຄິດໃນຄະດີດັ່ງກ່າວນີ້ ສົ່ງຜົນເຮັດໃຫ້ເກີດແຮງກະຕຸ້ນ ທີ່ຮຽກຮ້ອງໃຫ້ຜູ່້ນຳເກົາຫລີໃຕ້ຄົນປັດຈຸບັນ ລາອອກຈາກຕຳແໜ່ງ.

ດ້ານພັກຝ່າຍຄ້ານຫລັກຂອງເກົາຫລີໃຕ້ຄື ພັກປະຊາທິປັດ (ເດໂມຄຣາຕິກ) ແລະ ພັກປະຊາຊົນ (ພີເພີນປາຕີ້) ໄດ້ອອກມາປະກາດວ່າ ຈະຜັກດັນຂະບວນການຖອດຖອນ ປະທານາທິບໍດີອອກຈາກຕຳແໜ່ງ ພາຍໃນລັດຖະສະພາ ຖ້າຫາກວ່າ ທ່ານ ນາງ ປາກ ກຶນເຮ ບໍ່ຍອມລາອອກດ້ວຍຕົນເອງ.

ສ່ວນປະຊາຊົນຊາວເກົາຫລີໃຕ້ ຈຳນວນນັບແສນຄົນ ໄດ້ພ້ອມກັນອອກມາເດີນຂະບວນໂຮມຊຸມນຸມ ຢູ່ໃຈກາງນະຄອນຫລວງເຊອູນ ໃນມື້ວັນເສົາທີ 19 ພະຈິກທີ່ຜ່ານມານີ້ ຊຶ່ງເປັນການໂຮມຊຸມນຸມໃຫຍ່ທ້າຍອາທິດ 4 ຄັ້ງຕິດຕໍ່ກັນ ເພື່ອຮຽກຮ້ອງໃຫ້ ທ່ານ ນາງ ປາກ ກຶນເຮ ລາອອກຈາກຕຳແໜ່ງ, ນັບເປັນການເດີນຂະບວນປະທ້ວງ ທີ່ໃຫຍ່ທີ່ສຸດໃນປະຫວັດສາດເກົາຫລີໃຕ້ ນັບຕັ້ງແຕ່ຊຸມປີ 1980 ເປັນຕົ້ນມາ.

559000012001601-1
ທ່ານ ລີ ຢອງຣຽວ ຫົວໜ້າສຳນັກງານໄອຍະການເຂດກາງ ນະຄອນຫລວງເຊອູນ
SKOREA-POLITICS-SCANDAL
ຊາວເກົາຫລີໃຕ້ນັບແສນກວ່າຄົນ ອອກມາໂຮມຊຸມນຸມ ຮຽກຮ້ອງໃຫ້ ປາກ ກຶນເຮ ລາອອກຈາກຕຳແໜ່ງ

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...