ໄຟໄໝ້ ຕະຫຼາດມຽນມາ ເສຍຫາຍ 2,7 ລ້ານໂດລາ

f8ca3288767754fc758c322791ba6d82_L

ເກີດ​ເຫດ​ໄຟ​ໄໝ້​ຕະ­ຫຼາດ​ຂາຍ​ສົ່ງ​ແຫ່ງ​ໃຫຍ່​ສຸດ​ໃນ​ນະ­ຄອນ​ຢ່າງ​ກຸ້ງ​ຂອງ​ມຽນ​ມາ​ໃນ​ຕອນ​ເຊົ້າ​ວັນ​ທີ 9 ມັງ ກອນ​ທີ່​ຜ່ານ​ມາມີ​ຮ້ານ​ຄ້າ 1.638 ຮ້ານ​ຖືກ​ໄຟ​ໄໝ້​

ສ້າງ​ຄວາມ​ເສຍ​ຫາຍ​ເຖິງ 2,7 ລ້ານ​ໂດ​ລາ​ສະ­ຫະ­ລັດ ໂດຍ​ເຫດການ​ໄຟ​ໄໝ້​ຄັ້ງ​ນີ້​ຖື​ເປັນ​ອັກ­ຄີ​ໄພ​ຄັ້ງ​ໃຫຍ່​ສຸດ​ໃນ​ປະ­ຫວັດ­ສາດ.

ຕາມຂ່າວຕ່າງ​ປະເທດລາຍງານໃນວັນທີ 9 ມັງກອນທີ່ຜ່ານມາ​ວ່າ ເກີດເຫດໄຟໄໝ້ຢູ່ທີ່ຕະ­ຫຼາດມິງ​ກາລາເຊ ຊຶ່ງເປັນຕະ­ຫຼາດຄ້າສົ່ງທີ່ໃຫຍ່ສຸດຢູ່ນະ­ຄອນຢ່າງກຸ້ງຂອງມຽນ​ມາ ໂດຍໄຟໄດ້ລຸກໄໝ້ຢ່າງຮຸນແຮງໃນບໍ​ລິເວນຊັ້ນເທິງສຸດຂອງອາ­ຄານ ເຈົ້າໜ້າທີ່ດັບເພີງຕ້ອງໃຊ້​ລົດເຄນເພື່ອສີດນ້ຳ ກ່ອນທີ່ຈະສາ­ມາດຄວບຄຸມໄຟໄວ້ໄດ້ ໂດຍ​ຍັງບໍ່ມີການລາຍງານຜູ້ເສຍຊີ­ວິດຫຼືໄດ້ຮັບບາດເຈັບ, ສຳ­ລັບ​ຕະ­ຫຼາດ​ແຫ່ງ​ນີ້​ເປັນ​ສູນ​ກາງ​ລວມ​ສິນ­ຄ້າ​ອຸ­ປະ­ໂພກ​ຕ່າງໆ​ລວມ​ທັງ​ເສື້ອ​ຜ້າ ແລະ ຢາ​ປົວ​ພະ­ຍາດ, ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ເປີດ­ເຜີຍ​ວ່າ ມີ​ຮ້ານ​ຄ້າ 1.638 ຮ້ານ​ຄ້າ ພາຍ​ໃນ​ຕະ­ຫຼາດ​ແຫ່ງ​ນີ້​ຖືກ​ໄຟ​ໄໝ້ ລວມ​ມູນ​ຄ່າ​ຄວາມ​ເສຍ​ຫາຍ 2,7 ລ້ານ​ໂດ​ລາ, ຊຶ່ງ​ເຈົ້າ​ໜ້າ­ທີ່​ຢູ່​ລະ­ຫວ່າງ​ການ​ກວດ­ກາ​ຫາ​ຕົ້ນ​ເຫດ​ຂອງ​ໄຟ​ໄໝ້.

ທັງນີ້ ເຫດເກີດໄຟໄໝ້ດັ່ງ­ກ່າວຖືເປັນອັກ­ຄີໄພຄັ້ງໃຫຍ່ສຸດອີກເທື່ອໜຶ່ງທີ່ເຄີຍເກີດຂຶ້ນໃນນະ­ຄອນຢ່າງກຸ້ງ ແລະ ຖືເປັນເທື່ອທີ່ 2 ແລ້ວທີ່ເກີດໄຟໄໝ້ຕະ­ຫຼາດມິງ​ກາລາເຊ ໂດຍໃນປີ 2010 ເຫດ­ການໄຟໄໝ່​ນີ້ສ້າງຄວາມເສຍຫາຍໃຫ້ກັບຮ້ານຄ້າປະ­ມານ 800 ຮ້ານ ລວມ​ມູນຄ່າ​ຄວາມເສຍຫາຍ 21 ລ້ານໂດລາ.

ແຫ່ລງຂ່າວ

ເສດຖະກິດ