Homeຂ່າວຕ່າງປະເທດມາເລເຊຍ ກຽມລົງນາມຂໍ້ຕົກລົງທີພີພີ

ມາເລເຊຍ ກຽມລົງນາມຂໍ້ຕົກລົງທີພີພີ

Published on

6480010759bff4900a37293f558453d0_L

ສຳນັກ​ຂ່າວ​ແຊນ​ແນ​ລນິວສອາຊີ​ລາຍ​ງານ​ວ່າ ທ່ານ ມຸສຕາປາ ​ໂມ​ຮາ​ເໝັດ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ​ແລະອຸດສາຫະກຳ​ມາ​ເລ​ເຊຍ​ເປີດ​ເຜີຍ​ໃນ​ທ້າຍ​ອາທິດ​ທີ່​ຜ່ານ​ມາ​ວ່າ

ມາ​ເລ​ເຊຍ​ກຽມ​ລົງ​ນາມ​ຂໍ້​ຕົກລົງ​ຮຸ້ນ​ສ່ວນ​ຍຸດ​ທະ​ສາດ​ເສດຖະກິດ​ອາຊີ-​ປາຊິ​ຟິກ(ທີ​ພີ​ພີ)​ໃນ​ເດືອນ​ກຸມພາ​ນີ້ ຖ້າ​ຫາກ​ລັດຖະສະພາ​ຜ່ານ​ກົດໝາຍ​ເລື່ອງ​ດັ່ງ​ກ່າວພາຍ​ໃນ​ທ້າຍ​ເດືອນ​ນີ້.

ຕາມ​ກຳນົດ ສະມາຊິກລັດຖະສະພາ​ມາ​ເລ​ເຊຍ​ກຽມ​ປຶກສາ​ຫາລື ​ແລະ ລົງ​ຄະ​ແນນ​ສຽງ​ຕົກລົງ​ກົດໝາຍ​ສະໜັບສະໜູນ​ຂໍ້​ຕົກລົງ​ທີ​ພີ​ພີ​ໃນ​ວັນ​ທີ 26 ມັງກອນ​ທີ່​ຈະ​ມາ​ເຖິງ​ນີ້ ກ່ອນ​ສະມາຊິກ​ສະພາ​ຈະ​ຮັບຮອງ​ໃນ​ອີກ 2 ມື້​ຕໍ່​ມາ. ທັງ​ນີ້ ທີ​ພີ​ພີ ​ເປັນ​ຂໍ້​ຕົກລົງ​ທາງ​ການ​ຄ້າມີ 12 ປະ​ເທດ​ເຂົ້າ​ຮ່ວມ ຊຶ່ງລວມທີ​ອາ​ເມ​ລິ​ກາ, ກາ​ນາ​ດາ, ອົດ​ສະຕຣາລີ, ຍີ່ປຸ່ນ ​ແລະ ມາ​ເລ​ເຊຍ ​ໃນ​ຄວາມ​ຫວັງ​ຕ້ອງການ​ຫຼຸດ​ອຸປະສັກ​ທາ​ງການ​ຄ້າ ​ແລະສະໜັບສະໜູນ​ການ​ລົງທຶນ​ພາຍ​ໃນ​ພາກ​ພື້ນ​ປາຊິ​ຟິກ ຊຶ່ງ​ຄິດ​ເປັນ​ມູນ​ຄ່າ 40% ຂອງ​ໂລກ. ກ່ອນ​ໜ້າ​ນີ້ ຊາວ​ມາ​ເລ​ເຊຍ​ຫຼາຍ​ຄົນ ລວມທັງ​ໜ່ວຍ​ງານ​ພັດທະນາ​ເອກະ​ຊົນ ​ແລະ ກຸ່ມ​ສິດທິ​ມະນຸດ ​ໄດ້​ອອກ​ມາ​ປະ​ທ້ວງ​ຂໍ້​ຕົກ​ລົງ​ຄັ້ງ​ນີ້ ​ເພາະ​ເຊື່ອ​ວ່າ ຈະ​ເຮັດ​ໃຫ້​ລາຄາ​ຢາ​ແພງ​ຂຶ້ນ.

ຢ່າງ​ໃດ​ກໍ​ຕາມ ທ່ານ ມຸສຕາປາ ຢືນຢັນ​ວ່າ ການ​ລົງ​ນາ​ມ​ໃນ​ຂໍ້​ຕົກລົງ​ທີ​ພີ​ພີ ຈະ​ເຮັດ​ໃຫ້​ມາ​ເລ​ເຊຍ​ໄດ້​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ຜົນ​ເສຍ, ທັງ​ນີ້ ຕາມ​ຂໍ້​ຕົກລົງ​ທີ​ພີ​ພີ​ຈະ​ມີ​ຜົນ​ບັງຄັບ​ໃຊ້​​ເມື່ອ​ໄດ້​ຮັບ​ການ​ລົງ​ສັດຕະຍາບັນ​ຢ່າງ​ໜ້ອຍ​ຈາກ 6 ປະ​ເທດ ​ແຕ່ 6 ປະ​ເທດ​ນີ້ຈະ​ຕ້ອງ​ມີ​ຕົວ​ເລກ​ຈີ​ດີ​ພີ​ຢ່າງ​ໜ້ອຍ 60%ຂອງສະມາຊິກ 12 ປະ​ເທດ ໝາຍ​ຄວາມ​ວ່າ ຍີ່ປຸ່ນ​ຫຼື​ອາ​ເມ​ລິ​ກາ​ຈະ​ຕ້ອງ​ເປັນ​ປະ​ເທດ​ໃດ​ປະ​ເທດ​ໜຶ່ງ​ຈະ​ຕ້ອງ​ລົງ​ນາມ​ໃນ​ຄັ້ງ​ນີ້.

ແຫ່ລງຂ່າວ

ເສດຖະກິດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...