spot_img
Homeຂ່າວຕ່າງປະເທດໄຟໄໝ້ຮ້ານຄາລາໂອເກະ ໃຈກາງນະຄອນຫລວງຮ່າໂນ້ຍ ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ

ໄຟໄໝ້ຮ້ານຄາລາໂອເກະ ໃຈກາງນະຄອນຫລວງຮ່າໂນ້ຍ ມີຜູ້ເສຍຊີວິດຢ່າງໜ້ອຍ 13 ຄົນ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ພະຈິກຜ່ານມານີ້ວ່າ ເກີດເຫດໄຟໄໝ້ຮຸນແຮງ ຮ້ານຄາລາໂອເກະແຫ່ງໜຶ່ງ ຢູ່ເຂດເກິ່ວເຢີີ້ຍ (Cầu Giấy) ໃຈກາງນະຄອນຫລວງຮ່າໂນ້ຍ ປະເທດຫວຽດນາມ ໃນຕອນບ່າຍຂອງວັນອັງຄານທີ 1 ພະຈິກ 2016 ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວີດ 13 ຄົນ ແລະ ມີເຈົ້າໜ້າທີ່ຕຳຫລວດ ໄດ້ຮັບບາດເຈັບຈາກການເຂົ້າຊ່ວຍເຫລືອອີກ 2 ຄົນ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີຄຳສັ່ງໃຫ້ເຈົ້າໜ້າທີ່ຕຳຫລວດ ດຳເນີນການສືບສວນໂດຍທັນທີ ເຖິງສາເຫດຂອງໄຟໄໝ້ ແລະ ໃຫ້ລົງໂທດຕໍ່ຜູ້ກະທຳຜິດຕາມກົດໝາຍ ພ້ອມທັງຮຽກຮ້ອງໃຫ້ເຈົ້າໜ້າທີ່ຕຳຫລວດທ້ອງຖິ່ນ ດຳເນີນການກວດກາຄືນ ບັນດາມາດຕະການຮັກສາຄວາມປອດໄພ ຈາກເຫດອັກຄີໄພ ແລະ ອຸປະກອນປ້ອງກັນຕ່າງໆ ຢູ່ບັນດາຮ້ານອາຫານ ແລະ ຮ້ານຄາລາໂອເກະຢ່າງເຂັ້ມງວດ.

Firefighters work after a fire broke out at a karaoke lounge in Hanoi Firefighters work after a fire broke out at a karaoke lounge in Hanoi VIETNAM-FIRE
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...